ເກີດລະເບີດຢູ່ບໍ່ຄຳໃນການາ ເຮັດໃຫ້ມີຜູ້ເສຍຊີວິດ 17ຄົນ

ເກີດລະເບີດຢູ່ບໍ່ຄຳໃນການາ ເຮັດໃຫ້ມີຜູ້ເສຍຊີວິດ 17ຄົນ

ຕາມ​ຂ່າວ​ຈາກ ນະຄອນຫລວງ ອັກ​ກລາ ຂອງ​ປະ​ເທດ ​ກາ​ນາ,​ເມື່ອ​ບໍ່​ດົນ​ມາ​ນີ້,ລົດ​ບັນທຸກ​ ລະ​ເບີດ ສຳລັບ ​ເຮັດ​ບໍ່​ຄຳ ​ເກີດ​ອຸບັດ​ເຫດ ຕຳ​ກັບ​ລົດ ຈັກ ​ເຮັດ​ໃຫ້​ ເກີດ​ລະ​ເບີດ ​ຮຸນ​ແຮງ ​ເປັນ​ຂຸມ​ ຂະໜາດ​ໃຫຍ່ ​ມີ​ຜູ້​ເສຍ​ຊີວິດ​ ຢ່າງ​ໜ້ອຍ 17ຄົນ,ບາດ​ເຈັບ 59ຄົນ ​ແລະ ​ເຮືອນ​ປະຊາຊົນ ​ໃກ້​ຈຸດ​ເກີດ​ເຫດ ​ໄດ້​ຮັບ ​ຄວາມ​ເສຍ​ຫາຍ ປະມານ 500 ຫລັງ. ລົດ​ບັນທຸກ ​ໄດ້ຂົນສົ່ງ ​ລະ​ເບີດ ​ໄປ​ສົ່ງ​ບໍ່​ຄຳ​ ​ເກີດ​ອຸບັດ​ເຫດ ​ ​ໃນ​ເຂດ​ຊຸມ​ຊົນ ອາ​ປີ​ອາ​ເຕ(Apiate) ​ເຊິ່ງຢູ່ ​ລະ​ຫວ່າງ ​ເມືອງ​ໂບ​ໂກ​ໂຊ(Bogoso) ກັບ​ເມືອງ​ໂບວດີ (Bawdy)ທາງ​ພາກ​ໃຕ້​ຂອງກາ​ນາ.

ຂະນະ​ນີ້ ​ເຈົ້າໜ້າ​ທີ່ ​ກູ້​ໄພ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ ຜູ້​ເຄາະ​ຮ້າຍ ​ໃນ​ເຫດການ​ ດັ່ງກ່າວ​ແລ້ວ.ລົດ​ບັນທຸກ​ ດັ່ງກ່າວ ​ເປັນ​ຂອງ​ບໍລິສັດ ຂົນ​ສົ່ງ ​ແມັກ​ແຊມ(Maxim) ພວມ​ບັນທຸກ ວັດຖຸ ​ລະ​ເບີດ ​ໄປ​ສົ່ງ​ໃຫ້​ ບໍ່​​ຄຳ ຊີ​ຣາ​ໂນ(Shirano) ຂອງ​ບໍລິສັດ ຄີ​ນຣໍສ​ໂກລ ຄໍ​ເປີ​ເຣຊັນ (Kinross Gold Corporation) ​ແຫ່ງ​ເມືອງ ​ໂທຣອນ​ໂຕ(Toronto) ​ກາ​ດາ​ນາ./

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *