ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ

ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ

ໃນໄລຍະຕົ້ນເດືອນມັງກອນ 2022 ຜ່ານມານີ້ ສື່ໂທລະພາບ, ເວບໄຊສ ແລະ ສື່ສັງຄົມອອນລາຍຕ່າງໆຂອງປະເທດໃກ້ຄຽງໄດ້ມີການລາຍງານວ່າ ມີການພົບການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ໃນບາງເຂດຂອງປະເທດໄທ ເຊິ່ງສົ່ງຜົນເຮັດໃຫ້ມີຄວາມສ່ຽງທີ່ພະຍາດດັ່ງກ່າວຈະແຜ່ລະບາດເຂົ້າມາໃນ ສປປ ລາວ.

ດັ່ງນັ້ນ, ເພື່ອປ້ອງກັນ, ສະກັດກັ້ນ ແລະ ຕ້ານ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ເຂົ້າມາແຜ່ລະບາດຢູ່ ສປປ ລາວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄຳສັ່ງ ເຖິງຫົວໜ້າຫ້ອງການ, ບັນດາກົມ ແລະ ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້; ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ, ນະຄອນຫຼວງ ວ່າດ້ວຍການໂຈະການອະນຸຍາດນໍາເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູ່ອາຟຣິກາ ພ້ອມອອກຄໍາສັ່ງໃຫ້ປະຕິບັດ ດັ່ງນີ້:

ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ໂຈະການອະນຸຍາດນຳເຂົ້າ ແລະ ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ທຸກຊະນິດ ລວມທັງຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກປະເທດໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຝຣິກາ ເຂົ້າມາ ຫຼື ສົ່ງຜ່ານ ສປປ ລາວ.

ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນຳສັດຕະວະແພດປະຈໍາ ດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີ ຕິດຕາມ ແລະ ກວດກາ ການນໍາເຂົ້າ ຫຼື ສົ່ງຜ່ານ ໝູມີຊີວິດ, ຜະລິດຕະພັນໝູ ທຸກຊະນິດ ລວມທັງ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກຣາຊອານາຈັກໄທ ຫຼື ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ເຂົ້າມາ ສປປ ລາວ. ໃນກໍລະນີກວດພົບເຫັນ ໃຫ້ຍຶດ ແລະ ດຳເນີນການ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ໃນກໍລະນີມີເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ພົບເຫັນຜູ້ລະເມີດ ຫຼື ກະທໍາຜິດ ທີ່ຍັງມີການນໍາເອົາໝູມີຊີວິດ ແລະ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນຈາກຣາຊອານາຈັກໄທ ຫຼື ຜ່ານຣາຊອານາຈັກໄທ ເຂົ້າມາດ່ານ ຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດຳເນີນຄະດີ ຕາມກົດໜາຍ ແລະ ລະບຽບການ ພ້ອມທັງລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້, ແຂວງ ຫຼື ນະຄອນຫຼວງວຽງຈັນ ທີ່ກ່ຽວຂ້ອງ ແລະ ກົມລ້ຽງສັດ ແລະ ການປະມົງຮັບຊາບ ໂດຍດ່ວນ.

ສໍາລັບຂອງກາງທີ່ກວດຍຶດໄດ້ຈາກການລັກລອບນໍາເຂົ້າ ຫຼື ສົ່ງຜ່ານ ໃຫ້ນໍາໄປທໍາລາຍຖິ້ມດ້ວຍການ ເຜົາ ຫຼື ຝັງ ຕາມຫຼັກວິຊາການ. ສ່ວນຜູ້ທີ່ລະເມີດ ໃຫ້ເຮັດບົດບັນທຶກກ່າວເຕືອນ, ປັບໃໝ ຫຼື ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.

ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກຄໍາແນະນຳດ້ານເຕັກນິກວິຊາການ ເພື່ອຜັນຂະຫຍາຍຄໍາສັ່ງສະບັບນີ້ ເປັນອັນລະອຽດ ພ້ອມທັງ ເພີ່ມທະວີເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກາຢູ່ແຕ່ລະທ້ອງຖິ່ນໃຫ້ເຂັ້ມງວດ; ກໍລະນີພົບເຫັນ ໝູເຈັບ ຫຼື ຕາຍຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ມາດຕະການທາງດ້ານເຕັກນິກ ຕາມຫຼັກວິຊາການຢ່າງຮີບດ່ວນ.

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *