ຄວາມສຳຄັນກ່ຽວກັບການປ້ອງກັນ ແລະ ສະພາບການລະບາດ ຂອງພະຍາດໂຄວິດ-19
1. ປັດຈຸບັນ, ຫລາຍປະເທດໃນທົ່ວໂລກກຳລັງຜະເຊີນໜ້າກັບການລະ ບາດຢ່າງໜັກຂອງສາຍພັນໂອໄມຄຣອນ ເຫັນໄດ້ຈາກການລາຍງານກວດ ພົບຜູ້ຕິດເຊື້ອໃໝ່ຫລາຍແສນຄົນໃນແຕ່ລະວັນຢູ່ບາງປະເທດ.
ຍ້ອນແນວ ນັ້ນ ລັດຖະບານ ຫລາຍປະເທດຈຶ່ງໄດ້ວາງມາດຕະການໃຫ້ເຂັ້ມງວດຂຶ້ນ ກວ່າເກົ່າ ເພື່ອຄວບຄຸມການລະບາດ ເປັນຕົ້ນແມ່ນການເຮັດວຽກຢູ່ ເຮືອນ, ຫ້າມຈັດງານກິດຈະກຳທີ່ມີຄົນເຂົ້າຮ່ວມຈຳນວນຫລາຍ ຫລື ຄົນ ທີ່ໄປໃຊ້ບໍລິການໃນສະຖານທີ່ຕ່າງໆຕ້ອງສະແດງບັດວັກຊີນຄົບທຸກເຂັມທີ່ແນະນຳ.
2. ອົງການອະນາໄມໂລກ ອອກມາເຕືອນວ່າໂອໄມຄຣອນ ຍັງຄົງເປັນ ຄວາມສ່ຽງລະດັບສູງຂອງໂລກ ເຊິ່ງປັດໄຈທີ່ສຳຄັນກໍຄື ຄວາມສາມາດໃນ ການແພ່ກະຈາຍເຊື້ອໄວກວ່າສາຍພັນອື່ນໆ ເຖິງແມ່ນວ່າເມື່ອຕິດເຊື້ອອາ ການຈະບໍ່ຮຸນແຮງເທົ່າສາຍພັນເດວຕາກໍຕາມ ແຕ່ຈຳນວນຜູ້ຕິດເຊື້ອ ໂອໄມຄຣອນ ທີ່ເພີ່ມຂຶ້ນແບບກ້າວກະໂດດສົ່ງຜົນໃຫ້ມີຄົນເຈັບເຂົ້າຮັບ ການປິ່ນປົວຢູ່ໂຮງໝໍຫລາຍຂຶ້ນໃນຫລາຍປະເທດ.
3. ນັກວິທະຍາສາດກ່າວວ່າ ຫລັງປີໃໝ່ສາກົນ ຈະເປັນໄລຍະທີ່ພວກເຮົາ ເຫັນພາບຂອງການລະບາດຂອງສາຍພັນໂອໄມຄຣອນ ໄດ້ຊັດເຈນຂຶ້ນກ່ວາ ເກົ່າ ເຊິ່ງມີທ່າອ່ຽງວ່າຈະເປັນຄືກັນເກືອບທຸກປະເທດ ກໍຄືຈະມີລາຍງານຕົວ ເລກຜູ້ຕິດເຊື້ອເພີ່ມຂຶ້ນແບບກ້າວກະໂດດ ເນື່ອງຈາກວ່າຄົນເດີນທາງໄປ ຫາໝູ່ເພື່ອນ ແລະ ຄອບຄົວ ເປັນຈຳນວນຫລາຍເຮັດໃຫ້ມີການສຳຜັດໃກ້ ຊິດ ຫລື ສະຫລອງປີໃໝ່ສາກົນຮ່ວມກັນ.
4. ສະເພາະ ສປປ ລາວ ຈຳນວນການຕິດເຊື້ອພະຍາດໂຄວິດ-19 ຍັງຄົງ ໜ້າເປັນຫ່ວງໂດຍສະເພາະໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ນີ້ ຄາດຄະເນວ່າມີຜູ້ເດີນທາງກັບໄປຫາຄອບຄົວ ຫລື ເດີນທາງໄປພັກຜ່ອນ ຢູ່ຫລາຍແຂວງ ຫລື ເຂດທ່ອງທ່ຽວ ເປັນຈຳນວນຫລວງຫລາຍ. ສະນັ້ນ, ເພື່ອຄວາມປອດໄພຂອງຕົວທ່ານເອງ ຕ້ອງໄດ້ມີສະຕິລະວັັງຕົວ ເອົາໃຈໃສ່ ປ້ອງກັນຕົນເອງຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ເອົາເຊື້ອໄປແພ່ສູ່ສະມາ ຊິກໃນຄອບຄົວ ແລະ ຄົນອ້ອມຂ້າງຂອງທ່ານ.
5. ປັດຈຸບັນ, ພັກ ແລະ ລັດຖະບານ ສຸມໃສ່ທຸກວິທີທາງໃນການຄວບຄຸມ ແລະ ສະກັດກັ້ນການລະບາດເພື່ອຮັບປະກັນໃຫ້ປະຊາຊົນທຸກຖ້ວນໜ້າ ຕິດເຊື້ອໜ້ອຍທີ່ສຸດ ຫລື ຖ້າມີກໍລະນີເສຍຊີວິດກໍ່ໃຫ້ມີໜ້ອຍທີ່ສຸດເຊັ່ນ ກັນ. ນອກຈາກນັ້ນຍັງເລັ່ງໃຫ້ກຸ່ມເປົ້າໝາຍໃຫ້ໄດ້ຮັບການສັກວັກຊິນ ຢ່າງທົ່ວເຖິງ.
6. ເພື່ອເຮັດໃຫ້ຕົວເລກການຕິດເຊື້ອຫລຸດລົງໂດຍໄວ, ພວກເຮົາຈະຕ້ອງ ປະຕິບັດດັ່ງນີ້:
1. ພວກເຮົາໝົດທຸກຄົນຕ້ອງຮຽນຮູ້ຢູ່ກັບການແພ່ລະບາດຂອງພະຍາດ ໂຄວິດ-19ໃຫ້ໄດ້ຢ່າງປອດໄພ.
2. ເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ພ້ອມ ໃຈກັນ ຫັນໄປສູ່ວິຖີການດຳລົງຊີວິດປົກກະຕິແບບໃໝ່ ເຊັ່ນ: ໃສ່ຜ້າປິດ ປາກ-ດັງ ເມື່ອອອກຈາກເຮືອນ, ໝັ່ນລ້າງມື, ຮັກສາມາລະຍາດໃນການໄອ- ຈາມ, ບໍ່ເອົາມືສຳຜັດໃບໜ້າ ຕາ, ດັງ, ປາກ, ຮັກສາໄລຍະຫ່າງ, ອະນາໄມ ຂ້າເຊື້ອຈຸດທີ່ສຳຜັດເລື້ອຍໆ.
3. ສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ.
4. ໝັ່ນສັງເກດ ແລະ ຕິດຕາມສຸຂະພາບຂອງຕົນ ແລະ ຄົນໃນຄອບຄົວ, ຖ້າຮູ້ສຶກບໍ່ສະບາຍ ໄປພົບແພດເພື່ອກວດຫາເຊື້ອ.
5. ຫລີກເວັ້ນການໄປສະຖານທີ່ແອອັດ ຫລື ເຂົ້າຮ່ວມກິດຈະກຳທີ່ມີຄົນຈຳ ນວນຫລາຍ, ຫລີກເວັ້ນການສຳຜັດໃກ້ຊິດຜູ້ທີ່ບໍ່ສະບາຍ.
6. ຢູ່ບ່ອນທີ່ມີອາກາດຖ່າຍເທ, ມີການໝູນວຽນຂອງອາກາດ.
ການປະຕິບັດທັງໝົດນີ້ຈະຊ່ວຍໃຫ້ພວກເຮົາສາມາດຜ່ານຜ່າວິກິດນີ້ໄປ ນຳກັນໄດ້.
ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ
ທີ່ມາ ປະເທດລາວ