ຄົນເກີດວັນ ຈັນ
ສິ່ງທີ່ຄວນເຮັດ ໃນຊ່ວງນີ້ແມ່ນໃຫ້ພະຍາຍາມເກັບອາລົມຂອງຕົວເອງໄວ້ແດ່ ເຮັດສິ່ງໃດຂໍໃຫ້ຄິດໃຫ້ດີໆກ່ອນທຸກຄັ້ງ ອາດຈະຜິດພາດງ່າຍໄດ້ໃນຊ່ວງນີ້
ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນໃຈຮ້ອນເກີນໄປ ບໍ່ຕ້ອງເອົາອາລົມຂອງຕົວເອງເປັນໃຫ່ຍ ມັນຈະເຮັດໃຫ້ພາດສິ່ງສຳຄັນໄປໄດ້
ຄົນເກີດວັນ ອັງຄານ
ສິ່ງທີ່ຄວນເຮັດ ສຶກສາຫາຄວາມຮູ້ໃນສິ່ງທີ່ຂາດໄປ ບໍ່ຄວນຫົວລ້ານລື່ນຄູ່ ຂີ້ອວດ ເພາະຈະເຮັດໃຫ້ຄົນອື່ນບໍ່ມັກ ແລະ ຊັງເຮົາໄດ້ງ່າຍ
ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນສົນໃຈຄຳເວົ້າທີ່ເຮັດໃຫ້ເຮົາຕົກຕ່ຳ ບໍ່ຄວນໃສ່ໃຈໃນສິ່ງທີ່ເຮັດໃຫ້ເຮົາທຸກ ແລະ ບໍ່ສະບາຍໃຈ
ຄົນເກີດວັນ ພຸດ
ສິ່ງທີ່ຄວນເຮັດ ເປັນຄົນມັກຊອກຮູ້ຊອກຫາວິທີການໃຫມ່ໆໃນການເຮັດໃຫ້ຊີວິດດີຂຶ້ນ
ສິ່ງທີ່ບໍ່ຄວນເຮັດ ການເພິ່ງພາຄົນອື່ນບາງຄັ້ງກໍ່ດີ ແຕ່ເຮັດທຸກຄັ້ງຈະບໍ່ດີ ມັນຈະເປັນການເຮັດໃຫ້ເຮົາບໍ່ພັດທະນາຕົວເອງ ຢຸດຢູ່ກັບທີ
ຄົນເກີດວັນ ພະຫັດ
ສິ່ງທີ່ຄວນເຮັດ ໄປທຳບຸນແດ່ ບາງຄັ້ງທີ່ມີໂອກາດ ຄວນເຮັດໃນສິ່ງທີ່ເຮັດໃຫ້ຕົນເອງສະບາຍອົກສະບາຍໃຈ
ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນລະລືມບຸນຄຸນຂອງຄົນທີ່ຄ່ອຍຊ່ວຍເຫລືອຕອນເຮົາລຳບາກ ຄວນເປັນຄົນເບິ່ງໂລກໃນແງດີ
ຄົນເກີດວັນ ສຸກ
ສິ່ງທີ່ຄວນເຮັດ ເອົາໃຈໃສ່ເບິ່ງແຍງຕົນເອງ ສິ່ງທີ່ສຳຄັນກວ່າສິ່ງອື່ນໃດຄືການທີ່ຕົນເອງມີສຸຂະພາບດີ ແລະ ສິ່ງອື່ນໆກໍ່ຈະສຳເລັດໄດ້ໄວຂຶ້ນ
ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນຫລີ້ນທ່ຽວຫລາຍເກີນຄວາມຈຳເປັນ ບໍ່ຄວນຕິດຫລີ້ນ ຕິດຫມູ່ຫລາຍຈົນບໍ່ມີເວລາຈະເຮັດສິ່ງໃດເພື່ອຕົນເອງເລີຍ
ຄົນເກີດວັນ ເສົາ
ສິ່ງທີ່ຄວນເຮັດ ຄວນເປັນຄົນທີ່ມີແນວຄິດຢາກເປັນຄົນທີ່ເບິ່ງແຍງຕົນເອງ ແລະ ຄົນຮອບຂ້າງໄດ້ ສາມາດຍືນໄດ້ດ້ວຍຕົນເອງໄດ້ ເລີ່ມຕົ້ນການປັບປ່ຽນນິໄສແນວຄິດ ໃຫ້ເປັນຄົນຄິດກວ້າງ ຫາສິ່ງໃຫມ່ໆເຂົ້າມາ
ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນປິດກັ້ນຕົວເອງຈາກສິ່ງໃຫມ່ໆ ເພາະຈະເຮັດໃຫ້ເຮົາບໍ່ກ້າວຫນ້າໄປໃສ
ຄົນເກີດວັນ ອາທິດ
ສິ່ງທີ່ຄວນເຮັດ ຄວນໃສ່ໃຈການເຮັດວຽກຈິງຈັງໃຫ້ຫລາຍຂຶ້ນ ເພາະມັນຈະເຮັດໃຫ້ຊີວິດດີຂຶ້ນໄດ້
ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນລະເລີຍ ສິ່ງທີ່ເຮັດໂດຍການ ບໍ່ໃສ່ໃຈ ແລະ ປ່ອຍໃຫ້ຕາມມີຕາມເກີດ ສຸດທ້າຍອາດເຮັດໃຫ້ຊີວິດເຮົາລຳບາກຂຶ້ນຍ້ອນສິ່ງນັ້ນກໍ່ໄດ້