ຄົນເກີດວັນ ຈັນ
ສິ່ງທີ່ຄວນເຮັດ : ຫາເວລາວ່າງໄປພັກຜ່ອນ ຍ່ອນໃຈ ພັກຜ່ອນຈາກການເຮັດວຽກຫນັກ ເມື່ອມີໂອກາດ ກໍ່ທຳບຸນເພື່ອໃຫ້ຈິດໃຈຂອງທ່ານແຈ່ມໃສ່ຂຶ້ນ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນວາງຕົນເອງສູງເຫນືອກວ່າຄົນອື່ນ ໃຫ້ຄິດວ່າຕົນເອງກັບຄົນອື່ນສະເຫມີພາບກັນ
ຄົນເກີດວັນ ອັງຄານ
ສິ່ງທີ່ຄວນເຮັດ : ຄິດບວກເຂົ້າໄວ້ ບໍ່ມີສິ່ງໃດທີ່ຈະຮ້າຍ ແລະ ບໍ່ດີໄປຫມົດດອກ ດຽວສິ່ງຮ້າຍໆຈະຜ່ານໄປເອງ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນເກັບເອົາສິ່ງທີ່ບໍ່ດີມາຄິດຄົນດຽວ ຫາຄົນຮັບຟັງ ເພາະອາດຈະເຮັດໃຫ້ທ່ານກາຍເປັນຄົນຄິດຫລາຍ ແລະ ລົງທ້າຍດ້ວຍການເປັນໂລກຊືມເສົ້າໄດ້ ຄວນຫາເວລາມາຮັກຕົວເອງແດ່
ຄົນເກີດວັນ ພຸດ
ສິ່ງທີ່ຄວນເຮັດ : ເຮັດວຽກໃຫ້ເຕັມທີ ເພາະໃນໄລຍະນີ້ ດວງຊະຕາດ້ານການເງິນຂອງທ່ານກຳລັງຈະກັບມາດີຂຶ້ນ ມີໂອກາດຈະໄດ້ເລື່ອນຂັ້ນສູງ ເມື່ອທ່ານຮັບງານທີ່ໄດ້ເດິນທາງໄກ
ສິ່ງທີ່ບໍ່ຄວນເຮັດ : ເອົາໃຈໃສ່ລະມັດລະວັງເລື່ອງຂອງການເດີນທາງ ບໍ່ໃຫ້ທ່ານປະມາດ ທຸກຢ່າງຕ້ອງພ້ອມສະເຫມີ ເມື່ອເວົ້າເຖິງການອອກເດິນທາງ
ຄົນເກີດວັນ ພະຫັດ
ສິ່ງທີ່ຄວນເຮັດ : ຫາພື້ນທີ່ພັກຜ່ອນໃນເວລາວ່າງຈາກວຽກ ບໍ່ວ່າຈະເປັນການປູກດອກໄມ້ ອອກກຳລັງກາຍ ຫາສິ່ງໃຫມ່ມາເສີມສ້າງຈິດໃຈຂອງທ່ານ ຫລັງຈາກການທຳງານມາຫນັກ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນປ່ອຍໃຫ້ຈິດໃຈຂອງທ່ານຄິດແຕ່ສິ່ງລົບໆ ຫັ້ນມາອ່ານຫນັງສື ໃສ່ໃຈເບິ່ງແຍງເລື່ອງສຸຂະພາບ ເມື່ອສຸຂະພາບພ້ອມ ທຸກສິ່ງທຸກຢ່າງຈະກັບເຂົ້າມາດີຂຶ້ນເອງ ລະວັງເລື່ອງຂອງການເດີນທາງເປັນພິເສດ ຖ້າເປັນໄປໄດ້ບໍ່ຕ້ອງເດີນທາງໃນຊ່ວງນີ້.
ຄົນເກີດວັນ ສຸກ
ສິ່ງທີ່ຄວນເຮັດ : ທຳບຸນກັບຄົນທີ່ທຸກຍາກ ສະຫນັບສະຫນູນເດັກດ້ອຍໂອກາດ ບໍລິຈາກໄດ້ຈະເປັນການດີ ຈະຊ່ວຍໃຫ້ຊີວິດຂອງທ່ານເບີກບານຂຶ້ນ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນທຳຮ້າຍຮ່າງກາຍຕົວເອງ ດ້ວຍການພັກຜ່ອນບໍ່ພຽງພໍ ຫັ້ນມາຮັກສາສຸຂະພາບເປັນເລື່ອງເປັນລາວ
ຄົນເກີດວັນ ເສົາ
ສິ່ງທີ່ຄວນເຮັດ : ເຂົ້າວັດທຳບຸນ ຟັງທຳເປັນບາງຄັ້ງຄາ ເພື່ອສະຫງົບຈິດໃຈເປັນໄລຍະໆ ຊ່ວງນີ້ອາດຈະກຳລັງພົບບັນຫາຫລາຍດ້ານເຂົ້າມາ ແນະນຳໃຫ້ທ່ານພັກຜ່ອນກ່ອນ ແລ້ວຈຶ່ງເລີ່ມເຮັດມັນໃຫມ່ອີກຄັ້ງ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນລະເລີຍຄວາມຮູ້ສຶກຂອງຄົນຮອບຂ້າງ ໂດຍສະເພາະຄົນໃນຄອບຄົວດຽວກັບທ່ານ
ຄົນເກີດວັນ ອາທິດ
ສິ່ງທີ່ຄວນເຮັດ : ອອກກຳລັງກາຍ ໄປເຮັດວຽກຕົງເວລາ ຈະຊ່ວຍໃຫ້ທ່ານມີລາຍໄດ້ທີ່ດີຂຶ້ນ ໂອກາດເງິນເດືອນເພີ່ມຈະຫລາຍຂຶ້ນ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນໄປເຮັດວຽກຊ້າ ບໍ່ຄວນລະເລີຍການກິນອາຫານໃຫ້ຖືກຕາມເວລາ ໃສ່ໃຈໃນການເບິ່ງແຍງຕົວເອງໃຫ້ຫລາຍຂຶ້ນອີກ