ອ່ານເບິ່ງສິ່ງທີ່ຄວນ ແລະ ບໍ່ຄວນເຮັດລາຍວັນ ປະຈຳວັນທີ 23 ພຶດສະພາ 2022

ຄົນເກີດວັນ ຈັນ

ສິ່ງທີ່ຄວນເຮັດ ຄວນເປັນຄົນທີ່ຮັກສາຄຳເວົ້າຕົນເອງໃຫ້ໄດ້ ເບິ່ງໃນຄວາມເປັນຈິງໃນການກະທຳ ຫລາຍກວ່າຄຳເວົ້າ

ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນເປັນຄົນຮູ້ເບົາ ເພາະອາດຈະໃຫ້ທ່ານເສຍເງິນທອງໄດ້

ຄົນເກີດວັນ ອັງຄານ

ສິ່ງທີ່ຄວນເຮັດ ອອກກຳລັງກາຍເປັນປະຈຳ ເບິ່ງແຍງສຸຂະພາບ ຖ້າຕົນເອງແຂງແຮງບໍ່ວ່າສິ່ງໃດກໍ່ເຮັດໄດ້ໃຫ້ສຳເລັດຫມົດ

ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນລະເລີຍການເບິ່ງແຍງຕົວເອງເດັດຂາດ ເລື່ອງບໍ່ສຳຄັນ ເລື່ອງທີ່ປ່ອຍໃຫ້ຄົນອື່ນເຮັດແທນໄດ້ ກໍ່ຄວນປ່ອຍໄປ

ຄົນເກີດວັນ ພຸດ

ສິ່ງທີ່ຄວນເຮັດ ເປັນຄົນດຸຫມັ່ນຕື່ນເຊົ້າ ຫັ້ນມາຮັກຕົວເອງໃຫ້ຫລາຍຂຶ້ນ

ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນເປັນຄົນມັກງ່າຍ ຄິດງ່າຍຈົນເກີນໄປ

ຄົນເກີດວັນ ພະຫັດ

ສິ່ງທີ່ຄວນເຮັດ ເຝິກໃຫ້ຕົນເອງເປັນຄົນຄິດໄວ ຄິດບວກ ເບິ່ງໂລກໃນແງ່ດີ

ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນຄິດລົບໃຫ້ຕົນເອງ ເພາະຈະເຮັດໃຫ້ເຮົາບໍ່ກ້າວຫນ້າ

ຄົນເກີດວັນ ສຸກ

ສິ່ງທີ່ຄວນເຮັດ ເປັນຄົນໃຈດີມີນ້ຳໃຈ ມັກຊ່ວຍເຫລືອ ຈັກມື້ຫນຶ່ງ ສິ່ງດີໆທີ່ໄດ້ເຮັດຈະສະຫມອງບຸນແກ່ເຮົາແນ່ນອນ

ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນເອົາແຕ່ໃຈຕົວເອງຫລາຍເກີນໄປ ຈົນເສຍງານເສຍການໄດ້ງ່າຍ

ຄົນເກີດວັນ ເສົາ

ສິ່ງທີ່ຄວນເຮັດ ເຝິກໃຫ້ຕົນເອງເປັນຄົນມັກໃນການຮຽນຮູ້ ຫາສິ່ງໃຫມ່ເຂົ້າມາໃນຊີວິດ

ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນມີລາຍໄດ້ເຂົ້າມາທາງດຽວ ເພາະຈະບໍ່ສາມາດຜັນຊີວິດຕົນເອງໃຫ້ສະບາຍຂຶ້ນໄດ້

ຄົນເກີດວັນ ອາທິດ

ສິ່ງທີ່ຄວນເຮັດ ຄວນເປັນຄົນທີ່ມັກໃນການຊ່ວຍເຫລືອ ຮັກແພງເພື່ອນມະນຸດດ້ວຍກັນ

ສິ່ງທີ່ບໍ່ຄວນເຮັດ ບໍ່ຄວນເປັນຄົນມັກງ່າຍ ແລະ ເຫັນແກ່ໄດ້

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *