ອຸຕຸແຈ້ງ ໃຫ້ລະວັງພາຍຸຝົນຕົກຟ້າຮ້ອງ ຟ້າຜ່າ ແລະ ຫມາກເຫັບຕົກ ໄລຍະວັນທີ 15 – 20 ມີນາ 2021

ລະວັງໝາກເຫັບຕົກ! ອຸຕຸແຈ້ງ ໃຫ້ລະວັງພາຍຸຝົນຕົກຟ້າຮ້ອງ ຟ້າຜ່າ ແລະ ຫມາກເຫັບຕົກ ພ້ອມມີລົມພັດແຮງ
ອຸຕຸເຕືອນ ໃນໄລຍະວັນທີ 15 – 20 ມີນາ 2021 ມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມ ຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເຫນືອ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ພ້ອມເຕືອນປະຊາຊົນທີ່ອາໄສຢູ່ເຂດພາກເຫນືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົ້າ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ຫມາກເຫັບຕົກ ພ້ອມມີລົມພັດແຮງ ທີ່ອາດຈະເກີດຂຶ້ນໃນໄລຍະນີ້ດ້ວຍ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *