7 ສິ່ງທີ່ຄວນຮູ້ໄວ້ ກ່ອນອາຍຸ 30 ປີ ແລ້ວຈະບໍ່ເສຍໃນພາຍຫລັງ

1 ຮຽນຮູ້ອາຊີບໃຫ້ຫລາຍກ່ອນ 1 ອາຊີບ

ເພາະບໍ່ມີທາງຮູ້ໄດ້ເລີຍວ່າໃນອະນາຄົດ ອາຊີບທີ່ທ່ານກຳລັງເຮັດຢູ່ນັ້ນມັນຈະຫມັ້ນຄົງໄດ້ຕະຫລອດໄປ ຫລືບໍ່? ຖ້າຫາກວ່າຕອນນີ້ເຮົາຍັງມີເຫື່ອແຮງມີເວລາກໍຈົ່ງໃຊ້ປະໂຫຍດກັບມັນໃຫ້ຫລາຍຂື້ນ ບໍ່ວ່າຈະເປັນການຊອກຫາຊ່ອງທາງເຮັດທຸລະກິດ ຮຽນຮູ້ອາຊີບໃຫມ່ໆ ທີ່ອາດຈະນຳເອົາຄວາມຖະນັດຂອງທ່ານມາສ້າງໃຫ້ເປັນລາຍໄດ້ເພີ່ມ ເພື່ອມາລຸດຄວາມສ່ຽງບ່ອນນັ້ນໃຫ້ມັນນ້ອຍລົງ ແລະມັນອາກເປັນການປູທາງໄປສູ່ອາຊີບໃຫມ່ທີ່ຫມັ້ນຄົງກວ່າເກົ່ານຳອີກດ້ວຍ

2 ຮຽນຮູ້ຄວາມຜິດພາດ

ເມື່ອທ່ານໄດ້ລົງມືເຮັດສິ່ງໃດສິ່ງຫນຶ່ງ ເຖິ່ງທ່ານຈະພະຍາຍາມເຮັດມັນໃຫ້ອອກມາດີຊໍ່າໃດ ທ່ານກໍຍັງຕ້ອງພົບກັບຄວາມຜິດພາດຄວາມລົ້ມເຫລວ ແຕ່ຢາກໃຫ້ຄຶດວ່າ ຄວາມລົ້ມເຫລວເປັນພຽງບົດທົດສອບໃນຊີວິດຢ່າງຫນຶ່ງ ເຊິ່ງຖ້າຫາກທ່ານເຂັ້ມແຂງພໍກໍຈະສາມາດຜ່ານມັນໄປໄດ້ ແລະມັນຈະເຮັດໃຫ້ທ່ານແຂງແກ່ນຂຶ້ນຫລາຍກ່ອນເກົ່າຢ່າງແນ່ນອນ

3 ຮຽນຮູ້ໃນສິ່ງທີ່ບໍ່ມັກ

ໃນໂລກແຫ່ງຄວາມເປັນຈິງມັກຈະບັງຄັບໃຫ້ທ່ານຕ້ອງເຮັດໃນສິ່ງທີ່ບໍ່ມັກຢູ່ສະເຫມີ ແຕ່ການທີ່ໄດ້ເຮັດໃນສິ່ງທີ່ບໍ່ມັກຫັນແຫລະ ຈະເຮັດໃຫ້ທ່ານໄດ້ຮຽນຮູ້ສິ່ງໃຫມ່ໆໄດ້ຫລາຍຂຶ້ນ ສິ່ງທີ່ເຮົາບໍ່ຄຶດທີ່ຈະເຮັດມັນໃນຕອນທຳອິດ ຈະເປີດມູມໃຫມ່ໆ ໃຫ້ທ່ານສະເຫມີ ແລະຈົ່ງຈື່ໄວ້ ວ່າສິ່ງທີ່ຈະເຮັດໃຫ້ທ່ານເຕີບໃຫຍ່ໄປໄກກ່ອນເກົ່າ ຄືການຫມຸ້ງຫນ້າຕໍໄປ ບໍ່ແມ່ນຫລີກຫນີ

4 ຮຽນຮູ້ການເປັນຜູ້ຕາມຫລັງ

ເພາະການເປັນຜູ້ທີ່ຢ່າງນຳຫລັງ ຈະເຮັດໃຫ້ທ່ານເຂົ້າໃຈບົດບາດການເປັນຜູ້ນຳທີ່ດີໄດ້ຫລາຍຂຶ້ນ ຈະເຮັດໃຫ້ເຮົາເຂົ້າໃຈສະຖານະຄົນຂັ້ນລຸ່ມ ແລະມື້ໃດທີ່ທ່ານກ້າວໄປສູ່ການເປັນຜູ້ນຳນັ້ນກໍຈະເຂົ້າໃຈ ແລະຍອມຟັງຄວາມຄຶດເຫັນຂອງຜູ້ທີ່ຢູ່ຂັ້ນລຸ່ມໄດ້ດີ ແຕ່ຖ້າຫາກທ່ານບໍ່ຍອມທີ່ຈະເປັນຜູ້ຕາມຫລັງ ເອົາຄວາມຄຶດຂອງໂຕເອງເປັນໃຫຍ່ ກໍອາດຈະເບິ່ງບໍ່ເຫັນຫົນທາງອື່ນທີ່ດີກວ່າ ເພາະທ່ານຈະປິດກັ້ນຄວາມຄຶດເຫັນຂອງຄົນອື່ນຕັ້ງແຕ່ຕົ້ນແລ້ວ

5 ຮຽນຮູ້ຈຸດອ່ອນຈຸດດ້ອຍຂອງຕົນເອງ

ຫລາຍໆຄົນ ມັກເບິ່ງຂ້າມຈຸດອ່ອນຂອງໂຕເອງ ເປັນເລື່ອງທີ່ຫນ້າອາຍທີ່ຕ້ອງປົກປິດມັນເອົາໄວ້ ເຊິ່ງທີ່ແທ້ແລ້ວ ຖ້າທ່ານແຮງມີຈຸດອ່ອນຫລາຍເທົ່າໃດ ກໍແຍ່ງຕ້ອງໄດ້ແກ້ໄຂຫລາຍຂຶ້ນເທົ່ານັ້ນ ເພາະຫລາຍເທື່ອຈຸດອ່ອນເລົ່ານີ້ຈະເປັນໂຕຍຸດບໍ່ໃຫ້ທ່ານປະສົບຄວາມສຳເລັດໄດ້ເລີຍ

6 ຮຽນຮູ້ການວາງແຜນການເງິນ

ບໍ່ສຳຄັນວ່າທ່ານຈະລາຍໄດ້ເທົ່າໃດ ແຕ່ມັນສຳຄັນວ່າທ່ານມີເງິນເຫລືອເທົ່າໃດແດ່ໃນແຕ່ລະເດືອນ ວຽກງານທີ່ດີບໍ່ແມ່ນໄດ້ເຮັດແລ້ວມີຄວາມສຸກພຽງເທົ່ານັ້ນ ແຕ່ຕ້ອງເຮັດໃຫ້ທ່ານມີສະພາບຊີວິດທີ່ດີຂຶ້ນນຳ ການຮູ້ຈັກເກັບອອມລົງທຶນ ແລະບໍ່ໃຊ້ຈ່າຍຫລາຍ ຈະເຮັດໃຫ້ທ່ານມີລາຍໄດ້ທີ່ຫມັ້ນຄົງ ເພື່ອບໍ່ໃຫ້ເກີດຜົນກະທົບກັບຄົນທີ່ທ່ານຮັກ ຫລືຄອບຄົບຂອງທ່ານ ທີ່ຈະບໍ່ຕ້ອງເປັນພາລະ ແລະແກ້ໄຂ່ປັນຫາໃຫ້ທ່ານ ເມື່ອເຖິງວັນທີ່ທ່ານບໍ່ສາມາດຊ່ວຍເຫລືອໂຕເອງໄດ້

7 ຮຽນຮູ້ຈາກຄົນເກັ່ງຢ່າໄປອາຍທີ່ຈະຮຽນຮູ້ຈາກຄົນທີ່ເກັ່ງກ່ອນ

ເພາະມັນຕືໂອກາດທີ່ທ່ານຈະໄດ້ເຈີສິ່ງໃຫມ່ໆ ໄດ້ຈາກທຸກຄົນທີ່ເກັ່ງກ່ອນ ແລ້ວຖ້າທ່ານມີໂອກາດໄດ້ຮ່ວມງານກັບຄົນເກັ່ງໆ ກໍຢ່າປ່ອຍເວລານັ້ນໃຫ້ເສຍໄປລ້າໆ ຈົ່ງໃຊ້ໂອກາດນັ້ນໃນການສັງເກດ ແລະຮຽນຮູ້ສະໄຕລ໊ການເຮັດວຽກຂອງເຂົາ ເທັກນິກທີ່ເຂົາໃຊ້ ວິທີເຂົາຄຶດ ແລ້ວທ່ວທ່ານຈະເຫັນວ່າການຮຽນຮູ້ຈາກຄົນເກັ່ງໆ ຄືປະສົບການທີ່ຫາສິ່ງໃດປຽບທຽບບໍ່ໄດ້

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *