1. ບໍ່ກ້ຽມພ້ອມຖືກເລີກຈ້າງ
ອະນາຄົດເປັນເລື່ອງທີ່ບໍ່ແນ່ນອນ ມີຕົວຢ່າງການຖືກເລີກຈ້າງງານ ໂດຍບໍ່ມີການແຈ້ງລ່ວງໜ້າໃຫ້ເຫັນກັນຫຼາຍ ການເພິ່ງພາລາຍໄດ້ຈາກເງິນເດືອນພຽງຢ່າງດຽວ ນັບເປັນຄວາມສ່ຽງຢ່າງໜຶ່ງ
ໃນຊ່ວງຂອງການເຮັດວຽກປະຈຳ ເຈົ້າອາດເບິ່ງຫາວຽກອະດິເລກ ທີ່ສາມາດກໍ່ໃຫ້ເກີດລາຍໄດ້ເສີມ ລວມເຖິງຢ່າລືມທີ່ຈະແບ່ງເວລາໄປຫາຄວາມຮູ້ດ້ານການຈັດການເງິນ
ຢ່າງນ້ອຍເລ່ືອງຂອງການລົດຢ່ອນພາສີ ຫຼືການນຳເງິນອມໄປລົງທຶນຕໍ່ຍອດ ດ້ວຍຜະລິດຕະພັນທາງການເງິນ ຫຼືການລົງທຶນໃນຮູບແບບຕ່າງໆ
2. ເປັນທາດຂອງຄວາມຟູມເຟືອຍ
ຄວາມສຸກຂອງມະນຸດເງິນເດືອນສ່ວນໃຫຍ່ ຄື ໄດ້ໃຊ້ເງິນຊື້ຄວາມສຸກບໍ່ວ່າຈະເປັນ ກິນກາເຟຮ້ານຫຼູ ໄປສັາງສັນຫຼັງເລີກວຽກ ໃຊ້ກະເປົ໋າແບນເນມເຄື່ອງສຳອາງລາຄາແພງ
ສິ່ງຕ່າງໆເຫຼົ່ານີ້ກະຕຸ້ນໃຫ້ຄົນເຮົາຢາກມີຢາກໄດ້ຢູ່ຕະຫຼອດເວລາ ແຕ່ຢ່າລືມວ່າ ການຕັດສິນໃຈເລືອກກິນ ເລືອກໃຊ້ ເລືອກຊື້ຫຍັງຄວນຄຳນຶງເຖິງສະຖານະພາບການເງິນຂອງຕົວເອງດີກວ່າ
ມີນ້ອຍໃຊ້ນ້ອຍ ເຖິງມີຫຼາຍກໍບໍ່ຈຳເປັນຕ້ອງໃຊ້ຫຼາຍ ອອມເງິນເພື່ອຄວາມສຸກໃນອະນາຄົດດີກວ່າ
3. ບໍ່ກຽມແຜນກະສຽນ
ຢ່າລືມວ່າມະນຸດເງິນເດືອນ ຕ້ອງຮັບຜິດຊອບຕົວເອງໃນໄວກະສຽນດ້ວຍ ແລະ ການຕັດສິນໃຈຈະໃຊ້ຊີວິດໂສດໃນບັ້ນປາຍຍິ່ງຕ້ອງກຽມຕົວກະສຽນໃຫ້ດີ ໃສຈະຄ່າຮັກສາຕົວເອງ, ຄ່າການດຳລົງຊີວິດ
ທາງອອກໃນເລື່ອງນີ້ ຕ້ອງເລີ່ມຈາກຄ່ອຍໆແບ່ງເງິນເດືອນມາເກັບອອມ ເລີ່ມຈາກ 5% ຫຼື 10% ຂອງລາຍໄດ້ກໍຍັງດີ
4. ສ້າງໜີ້ ກ່ອນຈະສ້າງຊັບສິນ
ມະນຸດເງິນເດືອນສ່ວນໃຫຍ່ຢາກມີຊີວິດອິດສະຫຼະ ຫຼາຍໆຄົນຈຶ່ງຕັດສິນໃຈເລີ່ມຜ່ອນເຮືອນ ຜ່ອນລົດ ແຕ່ຢ່າລືມວ່າ ການກູ້ເງິນຍ່ອມມາພ້ອມດອກເບ້ຍ ຍິ່ງກູ້ຫຼາຍດອກເບ້ຍຍິ່ງສູງຫຼາຍ ກວ່າຈະຜ່ອນໝົດມັກຈະໃຊ້ເວລາກວ່າສິບປີ
ດັ່ງນັ້ນ ແທນທີ່ຈະກູ້ເງິນ ຄວນອົດທົນເກັບອອມຈົນໄດ້ເງິນກ້ອນ ພໍພຽງຕໍ່ການຊື້ເຮືອນ ຊືຶ້ລົດ ເຮັດແບບນີ້ຈະບໍ່ຄຽດ ແຖມຍັງບໍ່ຕ້ອງຮັບພາລະເລື່ອງດອກເບ້ຍອີກ
5. ບໍ່ດູແລສຸຂະພາບ
ມະນຸດເງິນເດືອນຫຼາຍຄົນມັກອອກປາກ ເຮັດວຽກມາເມື່ອຍ ຈະກິນອາຫານທັງທີກໍຕ້ອງເນັ້ນບ່ອນແຊບ ອຸດົມໄປດ້ວຍໄຂມັນ ແລະ ຄາໂບໄຮເດດທັງເຄື່ອງດື່ມ ນໍ້າຕານສູງໃສຈະຂໍ້ອ້າງສາລະພັດ ຂອງການບໍ່ອອກກຳລັງກາຍ
ໃສຈະຄວາມຄຽດຈາກບ່ອນເຮັດວຽກ ຍິ່ງໄປກວ່ານັ້ນຫຼາຍໆຄົນຍັງດື່ມເຫຼົ້າ, ສູບຢາ ເອີ້ນວ່າທຳຮ້າຍສຸຂະພາບຕົວເອງຕັ້ງແຕ່ຍັງມີອາຍຸນ້ອຍ
ແຕ່ການປ່ອຍປະລະເລີຍບໍ່ດູແລຕົວເອງຕັ້ງແຕ່ຕອນໜຸ່ມໆ ສາວໆ ມັກຈະມາປາກົດໂລກຮ້າຍໃນຊ່ວງປາຍໄວເຮັດວຽກ ເຖິງຕອນນັ້ນ Office ກໍ່ບໍ່ມີສະຫວັດດີການມາດູແລສຸຂະພາບໃຫ້ແລ້ວ
6. ບໍ່ພັດທະນາຕົວເອງ
ຫຼາຍໆຄົນທີ່ເຮັດວຽກປະຈຳຢູ່ມັກຈະນິ່ງນອນໃຈ ເພາະເຫັນວ່າດ້ວຍຄວາມຮູ້ຄວາມສາມາດທີ່ມີຢູ່ທຸກມື້ນີ້ ກໍພຽງພໍຢູ່ແລ້ວສຳຫຼັບຕຳແໜ່ງງານທີ່ເຮັດ
ຢ່າລືມເດີວ່າ ໂລກເຮົາໝູນໄປທຸກມື້ ເທັກໂນໂລຢີ ແລະ ຄວາມຮູ້ໃຫມ່ໆ ເກີດຂຶ້ນທຸກມື້ ມີນັກສຶກສາຈົບໃໝ່ທຸກປີ ແມ່ນຢູ່ວ່າຄວາມສາມາດຂອງເຈົ້າບໍ່ໄດ້ນ້ອຍລົງ
ພຽງແຕ່ມີຄົນທີ່ເໝາະສົມກວ່າ ຄ່າຈ້າງຖືກກວ່າ ເຖິງຕອນນັ້ນເຈົ້າຈະມີທີ່ຢືນຢູ່ໃສ ເພາະສະນັ້ນຢ່າລືມຫາຄວາມຮູ້ ເພີ່ມເຕີມປະສົບການບໍ່ວ່າຈະໃນສາຍງານຂອງຕົວເອງ
ລວມເຖິງສາຍງານຮອບຂ້າງ ແລະ ຢ່າລືມທີ່ຈະສ້າງ Connection ເຮັດດີກັບທຸກຄົນ ເພາະໂລກນີ້ມັນກົມ ບໍ່ມີໃຜຮູ້ດອກວ່າ ມື້ອື່ນເຈົ້າອາດຈະຕ້ອງການຄວາມຊ່ວຍເຫຼືອຈາກໃຜ
ຮູ້ແບບນີ້ແລ້ວ ມະນຸດເງິນເດືອນ ກໍຄວນລົດລະເລີກ ພຶດຕິກຳການໃຊ້ເງິນທີ່ຜິດພາດເຫຼົ່ານີ້ ແລະ ຫັນມາໃສ່ໃຈວາງແຜນ ແລະ ໃສ່ໃຈການໃຊ້ເງິນທຸກກີບ ໃຫ້ຄຸ້ມຄ່າຕໍ່ອະນາຄົດ ເຊືິ້ອເລີຍເຈົ້າຈະກາຍເປັນມະນຸດເງິນເດືອນ ທີ່ມີຄຸນນະພາບເລີຍແນ່ນອນ