1. ເຮັດບໍ່ເປັນ
ທຸກຄົນມີຄັ້ງທຳອິດດ້ວຍກັນທັງນັ້ນ ເຮັດບໍ່ເປັນ ບໍ່ໄດ້ແປວ່າ ເຮັດບໍ່ໄດ້
ຖ້າຢາກເຫັນຄວາມສາມາດຂອງຕົວເອງຢ່າງທີ່ບໍ່ເຄີຍເຫັນມາກ່ອນ ກໍ່ຕ້ອງລອງລົງມືເຮັດ
ຫາກມົວແຕ່ອ້າງວ່າເຮັດບໍ່ເປັນໄປເລື້ອຍໆ ຕໍ່ໄປວັນຂ້າງໜ້າເຈົ້າຈະເຮັດຫຍັງບໍ່ເປັນເລີຍແທ້ໆ
2. ບໍ່ມີເວລາ
ທຸກຄົນກໍມີມື້ລະ 24 ຊົ່ວໂມງເທົ່າກັນ ແຕ່ເປັນຫຍັງບາງຄົນເຂົາຈຶ່ງເຮັດໃນສິ່ງທີ່ເຈົ້າເຮັດບໍ່ໄດ້ລະ…?
ຖ້າເຈົ້າບໍລິຫານເວລາໄດ້ບໍ່ດີພໍ ຜົນລັບຊີວິດຂອງເຈົ້າມັນກໍຕອບດ້ວຍຕົວຂອງມັນເອງຢູ່ແລ້ວ
3. ຍັງບໍ່ພ້ອມ
ຄຳນີ້ເບິ່ງໄດ້ສອງມຸມ ທັງນີ້ຕ້ອງເບິ່ງວິໄສທັດຂອງຄົນເວົ້າດ້ວຍ ວ່າເຂົາກຳລັງ “ຖ້າຈັງຫວະ” ຫຼື “ຂີ້ຄ້ານເຮັດ” ວິທີສັງເກດເບິ່ງງ່າຍໆຄື
ໃຫ້ເບິ່ງການກຽມພ້ອມຂອງຄົນນັ້ນໆ ຫາກເຂົາຖ້າຈັງຫວະ ແລະ ໂອກາດແທ້ໆຄື ເຂົາກຽມພ້ອມທີ່ຈະເຮັດແລ້ວ
ພຽງແຕ່ຖ້າໂອກາດທີ່ເໝາະສົມ ຕ່າງກັບຄົນທີ່ຂີ້ຄ້ານເຮັດ ຄື ຕໍ່ໃຫ້ມີໂອກາດທີ່ເໝາະສົມ ເຂົາກໍບໍ່ພ້ອມທີ່ຈະເຮັດ
4. ບໍ່ໄດ້ຮຽນມາທາງນີ້
ຄວາມຮູ້ ບໍ່ໄດ້ສິ້ນສຸດພຽງແຕ່ໃນຮົ້ວວິທະຍາໄລ ໃບປະລິນຍາບໍ່ໄດ້ກາລັນຕີອະນາຄົດຖ້າເຈົ້າເລືອກທີ່ຈະຢຸດຮຽນ ກໍຫ້າມຈົ່ມເຖິງເລື່ອງຄວາມກ້າວໜ້າ ເພາະມັນຈະບໍ່ມີວັນເກີດຂຶ້ນ
5. ບໍ່ມີເງິນ
ບໍ່ມີເງິນ ບໍ່ແມ່ນປະໂຫຍກຄຳຖາມ ເພາະສະນັ້ນ ເຈົ້າບໍ່ມີວັນແລ່ນຫາຄຳຕອບໄດ້ດອກ
ສິ່ງທີ່ເຈົ້າຄວນຈະຖາມຕົວເອງຄື “ເຮົາຈະຫາເງິນຈາກຊ່ອງທາງໃດໄດ້ແດ່…?” ເສດຖີຫຼາຍຄົນກໍ່ເລີ່ມຕົ້ນຈາກບໍ່ມີເງິນ
ແຕ່ເຂົາບໍ່ຍອມແພ້ຕໍ່ຖານະ ຈົນສ້າງເນື້ອສ້າງຕົວຂຶ້ນມາໄດ້
6. ບໍ່ມີຫຍັງໃໝ່ໆ ໃຫ້ເຮັດແລ້ວ
ບໍ່ມີຫຍັງຈຳກັດຂອງຄຳເວົ້າປະໂຫຍກນີ້ໄດ້ ຈອກຈາກຄຳວ່າ “ຂີ້ຄ້ານ” ຄຳວ່າໃໝ່ໆ ໍບໍ່ໄດ້ໝາຍເຖິງການສ້າງສິ່ງໃໝ່ ແຕ່ເຮັດສິ່ງເກົ່າໃຫ້ດີຂຶ້ນກໍຖືເປັນເລື່ອງໃໝ່ໄດ້
ຝາກໄວ້ໃຫ້ຄິດ
ບໍ່ມີເສດຖີຄົນໃດລໍ່າລວຍຈາກການ “ເຮັດວຽກງ່າຍ”
ແຕ່ເຂົາລວຍຈາກການ “ເຮັດວຽກຢາກແກ້ໄຂບັນຫາຍາກໆໃຫ້ຜູ້ຄົນໄດ້”
ບໍ່ມີເສດຖີຄົນໃດລໍ່າລວຍຈາກການ “ປະຫຍັດລາຍຈ່າຍ”
ແຕ່ເຂົາລວຍຈາກການຫາຫົນທາງ “ສ້າງລາຍໄດ້”
ບໍ່ມີເສດຖີຄົນໃດລໍ່າລວຍຈາກການ “ຄິດຫຼາຍ”
ແຕ່ເຂົາລວຍຈາກການ “ເລືອກທີ່ຈະຄິດສະເພາະເລື່ອງທີ່ຈຳເປັນ”
ບໍ່ມີເສດຖີຄົນໃດລໍ່າລວຍຈາກການ “ເຮັດວຽກໜັກ”
ແຕ່ເຂົາລວຍຈາກການ “ເຮັດວຽກສະຫຼາດ”
ບໍ່ມີເສດຖີຄົນໃດລໍ່າລວຍຈາກການ “ປະຕິເສດໂອກາດ”
ແຕ່ເຂົາລວຍຈາກການ “ປ່ຽນທຸກເວລາໃຫ້ເປັນໂອກາດ”
ບໍ່ມີເສດຖີຄົນໃດລໍ່າລວຍຈາກການ “ຂາຍແຮງ”
ແຕ່ເຂົາລວຍຈາກການ “ຂາຍໄອເດຍ”
ອ່ານແລ້ວດີ ຢ່າລືມແຊຮ໌ອອກໄປໃຫ້ຄົນອື່ນໄດ້ອ່ານ ແລະ ຮັບຄວາມຮູ້ສຶກດີໆແບບດຽວກັນກັບທ່ານ ຂໍຂອບໃຈ