ເມື່ອເຂົ້າສູ່ລະດູໜາວ ອາກາດທີ່ເຢັນ ແລະ ແຫ້ງ ເຮັດໃຫ້ຄົນຍີ່ປຸ່ນປ່ວຍເປັນໄຂ້ໄດ້ງ່າຍ ສະນັ້ນ ມື້ນີ້ມາຮູ້ຈັກກັບໝາກໄມ້ທີ່ຄົນຍີ່ປຸ່ນແນະນຳວ່າກິນເປັນປະຈຳເພື່ອຄວາມງາມ ແລະ ສຸຂະພາບຮ່າງກາຍທີ່ແຂງແຮງຂຶ້ນນຳກັນເລີຍ :
1 ໝາກພັບ : ໝາກພັບ 100 ກຣາມ ມີວິຕາມິນ C 70 ມິນລີກຣາມ ຫາກກິນໝາກພັບພຽງແຕ່ 2/3 ໜ່ວຍ ກໍຈະເຮັດໃຫ້ໄດ້ຮັບປະລິມານວິຕາມິນ C ປະມານ 100 ມິນລີກຣາມ ເຊິ່ງເປັນປະລິມານທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນແຕ່ລະມື້ ທັງນີ້ໝາກພັບຍັງອຸດົມໄປດ້ວຍສານປະກອບບີຕ້າ ຄຣິບໂຕແຊນທິນ ໃນປະລິມານ 500 ໄມໂຄຣກຣາມຕໍ່ໝາກພັບ 100 ກຣາມ ສານຊະນິດນີ້ເປັນສານຕ້ານອະນຸມູນອິດສະລະ ເຊິ່ງຊ່ວຍປ້ອງກັນພະຍາດທີ່ເກີດຈາກການດຳລົງຊີວິດປະຈຳວັນ ເຊັ່ນ : ຄວາມດັນເລືອດສູງ, ພະຍາດຫົວໃຈ ແລະ ພະຍາດມະເຮັງ ທັງຍັງອຸດົມໄປດ້ວຍເບຕ້າແຄໂຣທີນ ໃນປະລິມານ 420 ໄມໂຄຣກຣາມຕໍ່ໝາກພັບ 100 ກຣາມ ເຊິ່ງສານຊະນິດນີ້ຈະຖືກປ່ຽນເປັນວິຕາມິນ A ໃນຮ່າງກາຍ ແລະ ມີບົດບາດສຳຄັນໃນການເສີມສ້າງຄວາມແຂງແຮງຂອງເຍື່ອເມືອກ ຊ່ວຍເສີມສ້າງພູມຕ້ານທານຂອງຮ່າງກາຍໃຫ້ແຂງແຮງ ແລະ ເຮັດໃຫ້ສຸຂະພາບຜິວງາມຂຶ້ນ.
2 ໝາກລະແຊັງ : ເປັນໝາກໄມ້ທີ່ເກັບກ່ຽວໄດ້ຫລາຍໃນໄລຍະຕັ້ງແຕ່ເດືອນກໍລະກົດໄປຈົນເຖິງເດືອນພະຈິກ, ຜິວເປືອກຂອງໝາກລະແຊັງຍິ່ງເຂັ້ມຍິ່ງອຸດົມໄປດ້ວຍໂພລີຟີນອລ ເຊິ່ງເປັນສານຕ້ານອະນຸມູນອິດສະລະທີ່ມີປະລິມານຫລາຍ ຊ່ວຍຫລຸດຄວາມເຖົ້າແກ່ ແລະ ປົກປ້ອງພະຍາດທີ່ເກີດຈາກການດຳລົງຊີວິດປະຈຳວັນ.
3 ໝາກແອັບເປີ້ນ : ອຸດົມໄປດ້ວຍນ້ຳຕານຟຣຸກໂຕສ ເຊິ່ງຈະຖືກປ່ຽນເປັນກລູໂກສ ແລະ ພະລັງງານໃຫ້ແກ່ຮ່າງກາຍ ໂດຍບໍ່ເຮັດໃຫ້ລະດັບນ້ຳຕານໃນເລືອດເພີ່ມຂຶ້ນຢ່າງໄວວາ. ສານໂປຣໄຊຍານິດິນ ເຊິ່ງເປັນໜຶ່ງໃນສານໂພລີຟີນອລ ທີ່ມີປະລິມານເຖິງ 60% ຂອງສານປະກອບໂພລີຟິນອລໃນໝາກແອັບເປິ້ນ ສານຊະນິດນີ້ມີບົດບາດສຳຄັນໃນການຊ່ວຍປ້ອງກັນການດູດຊຶມຂອງໄຂມັນເຂົ້າສູ່ຮ່າງກາຍ, ຊ່ວຍຫລຸດໄຂມັນສ່ວນເກີນຢູ່ໜ້າທ້ອງ, ຊ່ວຍໃຫ້ລະບົບໄຫລວຽນເລືອດດີ ແລະ ຊ່ວຍຫລຸດຄວາມສ່ຽງຂອງການເປັນພະຍາດຫົວໃຈ. ນອກຈາກນີ້, ໝາກແອັບເປິ້ນ ຍັງອຸດົມໄປດ້ວຍເພັກຕິນ ເຊິ່ງເປັນເສັ້ນໄຍອາຫານທີ່ຊ່ວຍສົ່ງເສີມການເຮັດວຽກທີ່ດີຂອງລຳໄສ້ ຊ່ວຍໃຫ້ຂັບຖ່າຍສະດວກ ແລະ ປ້ອງກັນອາການຖ່າຍຍາກ ເພາະສານໂພລີຟີນອລ ແລະ ເພັກຕິນສ່ວນຫລາຍຈະຢູ່ໃນເປືອກຂອງໝາກແອັບເປີ້ນ ການກິນໝາກແອັບເປີ້ນໝົດເປືອກຈະເຮັດໃຫ້ຮ່າງກາຍໄດ້ຮັບໂພລີຟີນອລ ແລະ ເພັກຕິນໃນປະລິມານສູງສຸດ.
4 ໝາກກ້ຽງ : ຄວາມສົ້ມປົນຫວານຂອງໝາກກ້ຽງ ນອກຈາກແຊບແລ້ວຍັງອຸດົມໄປດ້ວຍວິຕາມິນ C ເຊິ່ງຊ່ວຍໃຫ້ຮ່າງກາຍສ້າງໂປຣຕິນຄໍລາເຈັນ ເຊິ່ງເປັນອົງປະກອບຂອງຜິວໜັງໄດ້ດີ ເຮັດໃຫ້ຜິວໜັງແຂງແຮງ ແລະ ກ້ຽງງາມ ທັງຍັງຊ່ວຍໃຫ້ເນື້ອເຍື່ອເມືອກຢູ່ບໍລິເວນຄໍ ແລະ ດັງແຂງແຮງ ເຮັດໃຫ້ຍາກຕໍ່ການຕິດເຊື້ອໄວຣັສ ຫລື ແບັກທີເຣຍ. ນອກຈາກນີ້, ສານເຮສເປີຣິດິນ ເຊິ່ງມີຫລາຍຢູ່ຜິວໝາກກ້ຽງຈະຊ່ວຍເສີມສ້າງຄວາມແຂງແຮງຂອງຫລອດເລືອດ, ຫລຸດຄໍເລສເຕີໂຣນໃນເລືອດ, ເສີມການໄຫລວຽນທີ່ດີຂອງເລືອດ, ປ້ອງກັນພະຍາດພູມແພ້ ແລະ ຊ່ວຍປ້ອງກັນພະຍາດມະເຮັງບາງຊະນິດໄດ້.
5 ໝາກກີວີ : ໃນຍີ່ປຸ່ນ ນອກຈາກຈະມີໝາກກີວີນຳເຂົ້າຈາກຕ່າງປະເທດທີ່ຫາຊື້ມາກິນໄດ້ຕະຫລອດປີແລ້ວ ກໍມີໝາກກີວີລົດຊາດແຊບທີ່ຜະລິດໄດ້ໃນປະເທດ ຕັ້ງແຕ່ໄລຍະເດືອນກັນຍາໄປຈົນເຖິງເດືອນທັນວາ. ໝາກກີວີອຸດົມໄປດ້ວຍເອັນໄຊໂປຣຕິເອສ ທີ່ເຊື່ອວ່າ ແອັກຕິນິດິນ Actinidin ເຊິ່ງຊ່ວຍຍ່ອຍໂປຣຕິນທີ່ກິນເຂົ້າໄປ ທັງນີ້ ໝາກກີວີ 100 ກຣາມ ມີວິຕາມິນ C 69 ມິນລີກຣາມ ແລະ ມີກົດໂຟລິກ ເຊິ່ງຈຳເປັນສຳລັບແມ່ຍິງຖືພາ ເຖິງ 35 ໄມໂຄຣກຣາມ. ນອກຈາກນີ້, ໝາກກີວີຍັງເປັນໝາກໄມ້ທີ່ໃຫ້ພະລັງງານຕ່ຳ (46 – 52 ກິໂລກາລໍຣີຕໍ່ໝາກກີວີ 1 ໜ່ວຍ) ເຮັດໃຫ້ບໍ່ຕ້ອງກັງວົນເລື່ອງນ້ຳໜັກຫາກຢາກກິນໝາກກີວີຫລາຍກ່ວາ 1 ໜ່ວຍ.
