4 ເລື່ອງທີ່ຄູ່ຮັກ ຄວນລົມກັນໃຫ້ເຂົ້າໃຈ ກ່ອນແຕ່ງງານ

1 ເລື່ອງເງິນ:

ເລື່ອເງິນເປັນປັນຫາໜັກໃຈ ສຳລັບໃຜຫຼາຍໆຄົນ ແລະ ເປັນປັນຫາຍອດນິຍົມຂອງຄູ່ຮັກຫຼາຍໆຄູ່ ຫາກລົມກັນບໍ່ເຂົ້າໃຈ ອາດນຳພາຊີວິດຄູຸ່ໄປສູ່ຄວາມວຸ້ນວາຍຂັດເຄືອງໃຈກັນໄດ້ ເລື່ອງເງິນຈຶ່ງເປັນປະເດັນສຳຄັນທີ່ຄວນເອົາມາລົມກັນ

ເຊັ່ນ  ໃຜຈະເປັນຄົນອອກຄ່າໃຊ້ຈ່າຍພາຍໃນບ້ານ ອອກຫຼາຍປານໃດ ຈະແບ່ງເງິນອອມເພື່ອອະນາຄົນ ເກັບອອມເພື່ອທ່ຽວ ຫຼື ໄວ້ເພື່ອລູກ ບໍ່? ຄູ່ຮັກບາງຄູ່ທີ່ມີໜີ້ສິນຕິດຕົວ ບໍ່ວ່າຈະເປັນໜີ້ສ່ວນຕົວ ຫຼື້ ໜີ້ທີ່ເກີດຂື້ນຮ່ວມກັນ ອາດຈະຕ້ອງລົມກັນໃຫ້ເຂົ້າໃນວ່າໃຜຈະເປັນຄົນໃຊ້ໜີ້…….

2 ເລື່ອງລູກ:

ບາງຄົນຢາກມີລູກ ໃນຂະນະທີ່ບາງຄົນນັ້ນບໍ່ຢາກມີລູກ ຢາກມີລູກຫຼືບໍ່ ຢາກມີລູກເມື່ອໃດ ຢາກມີລູກຈັກຄົນ ຈະລ້ຽງລູກແບບໃດ ໃຫ້ລູກຮຽນໃສ ມີຜົນໄລຍະຍາວເຖິງການອອມເງິນເພື່ອລູກ ເລື່ອງລູກເປັນເລື່ອງໃຫຍ່ທີ່ຕ້ອງອາໄສພິຈາລະນາຕັດສິນໃຈ ແລະ ຕຽມຕົວວາງແຜນໃຫ້ພ້ອມ

3 ເລື່ອງທີ່ຢູ່ອາໄສ:

ເລື່ອງທີ່ຢູ່ອາໄສກໍ່ເປັນເລື່ອງສຳຄັນ ເມື່ອສອງຄົນມາຢູ່ຮ່ວມກັນ ກໍ່ຕ້ອງການວາງແຜນ ທັ້ງເລື່ອງເຮືອນວ່າຈະສ້າງຫຼືບໍ່ ຈະອາໄສຢູ່ໃສ ໃຜຈະຍ້າຍໄປຢູ່ບ້ານໃຜ ຫາກຕ້ອງອາໄສຢູ່ຮ່ວມກັບຍາດນຳຈະຕ້ອງແບ່ງພື້ນທີ່ກັນແບບໃດ

ລວມໄປເຖິງການລ້ຽງພໍ່ແມ່ ແລະ ຍາດ ຫາກໃຜທີ່ຮັບໜ້າທີ່ ຫຼື ມີຄວາມຮັບຜິດຊອບໃນການເບິ່ງແຍງຜູ້ໃຫຍ່ ກໍ່ຄວນມີການວາງແຜຮ່ວນກັນວ່າຈະເບິ່ງແຍງຜູ້ໃຫຍ່ແບບໃດ

4 ເລື່ອງຈັດງານແຕ່ງ:

ກ່ອນທີ່ຈະຈັດງານແຕ່ງ ກໍ່ຄວນລົມກັນໃຫ້ຊັດເຈນວ່າຕ້ອງຈັດງານແບບໃດ ເພາະແຕ່ລະຄົນມີຄວາມມັກທີ່ແຕກຕ່າງກັນ ຂະໜາດຂອງງານທີ່ຢາກຈັດ ແລະ ອີກຫຼາຍໆເລື່ອງ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *