1. ຢາກໃຫ້ຍອມຮັບເອງ
ເລື່ອງບາງເລື່ອງ ມັນຊັດເຈນ ແຕ່ຍັງແຖວ່າບໍ່ໄດ້ເຮັດ ພໍໃຫ້ຫາຫລັກຖານມາອະທິບາຍ ໃນສິ່ງທີ່ເກີດຂຶ້ນ ເຈົ້າກໍ່ຕອບບໍ່ໄດ້ ກໍ່ເລີຍຕ້ອງມິດໄປກ່ອນ
ໃຫ້ເວລາເຈົ້າທົບທວນຕົວເອງຄືນນັ້ນລະ ແລ້ວຈະຍອມຮັບຕອນໃດນັ້ນ ຂຶ້ນນຳເຈົ້າເອງ
2. ຮູ້ຈັກຕົວເອງ ວ່າໃຈຮ້ອນ
ຍິງສາວບາງຄົນຮູ້ຈັກຮັກຕົວເອງດີກວ່າ ເປັນຄົນໃຈຮ້ອນ ເລຍມັກມິດ ຂໍເວລາເຮັດໃຫ້ຕົເອງສະຫງົບ ຄ່ອຍປັບຄວາມເຂົ້າໃຈກັນ ແຕ່ການຫລົບຫນ້ານັ້ນ
ຜູ້ຊາຍຈະສົງໄສວ່າເຮົາຄຽດຫຍັງເຂົາ ເປັນຫຍັງເຮົາຈຶ່ງບໍ່ເວົ້າທີ່ແທ້ແລ້ວ ຢາກເວົ້າຢູ່ ແຕ່ຕ້ອງບໍ່ແມ່ນຕອນທີ່ອາລົມຍັງຮ້ອນ
ຖ້າເວົ້າອອກໄປ ຕອນທີ່ອາລົມຍັງບໍ່ຄົງທີ ມີຫວັງຜິດກັນໃຫ່ຍຂຶ້ນໄປອີກ
3. ສ່ວນຫນຶ່ງ ເພາະຕ້ອງການໃຫ້ງໍ້
ເພາະຢາກຮູ້ສຶກວ່າຕົວເອງສຳຄັນ ເຮົາຮັກໃຜຈັກຄົນ ເຮົາກໍ່ຈະອ່ອນໄຫວກັບຄົນໆນັ້ນ ກັບເພື່ອນ ຄົນຮູ້ຈັກ ທົ່ວໄປຈະເຮັດຫຍັງເຮົາກໍ່ໄດ້
ແຕ່ເມື່ອເປັນແຟນຂຶ້ນມາ ຄວາມຂີ້ງອນຈະທຳງານຂຶ້ນມາທັນໃດ ແຕະປຸ໊ບ ພ້ອມງອນປັບ ກະວ່າໄດ້
4. ເຮັດຜິດຊ້ຳໆຈົນບໍ່ຢາກເວົ້າ
ເຮັດຜິດຄັ້ງ 2 ຄັ້ງ ກະພໍໃຫ້ອະໄພກັນໄດ້ ແຕ່ຖ້າຜິດແລ້ວຜິດອີກ ມັນກໍ່ຮູ້ສຶກວ່າຈະອີ່ມໆລະ ເມື່ອໃດທີ່ຜູ້ຍິງບໍ່ເວົ້າເພາະຄວາມອີ່ມ
ເຂົາພ້ອມຍ່າງຈາກເຈົ້າໄປທັນທີ ມັນບໍ່ແມ່ນເລື່ອງດີໃນຄວາມສຳພັນເລີຍແທ້ໆ ມີແຕ່ເຮັດໃຫ້ທຸກຢ່າງຮ້າຍແຮງລົງ ແລ້ວພໍເລີ່ມປ່ຽນພຶດຕິກຳການຄຽດເພາະຫຍັງ
ມັກບໍ່ມັກຫຍັງ ເວົ້າຢ່າງມີເຫດຜົນທຸກຢ່າງຈະລົງຕົວເອງ ຊີວິດຈະເບິ່ງບໍ່ຫນັກຫນ້າມັນເຮັດໃຫ້ນຶກເຖິງປະໂຫຍກຫນຶ່ງທີ່ວ່າ:
“ຄວາມສຸກບໍ່ຊັບຊ້ອນຫຍັງເລີຍ ທີ່ຊັບຊ້ອນຈະບໍ່ສຸກ” ອັນນີ້ແມ່ນເລີຍ