ກົມອຸຕຸແຈ້ງ!!! ລະວັງຝົນຕົກໜັກ ໃນໄລຍະວັນທີ 02 – 04 ເມສາ 2021

ຄຳເຕືອນ: ໃນໄລຍະວັນທີ 02 – 04 ເມສາ 2021 ບໍລິເວນຄວາມກົດດັນຂອງອາກາດຮ້ອນຈະອ່ອນກຳລັງລົງເລັກນ້ອຍ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ
ພ້ອມມີລົມພັດແຮງເປັນບາງໂອກາດຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງ
ພາກເໜືອ ແລະ ພາກກາງ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖີງປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ອາດຈະເກີດຂຶ້ນໃນໄລຍະນີ້ດ້ວຍ ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *