11 ສັນຍານ ຈາກຄົນທີ່ອິດສາເຈົ້າ ທີ່ບໍ່ຢາກໃຫ້ເຈົ້າໄດ້ດີ

1. ນິນທາວ່າຮ້າຍ

ເພາະເຂົາຫາເລື່ອງນິນທາເຈົ້າ ໄດ້ທຸກທີ່ທຸກເວລາ ສິ່ງທີດີທີ່ສຸດຄື ປະເຊີນຫນ້າກັບເຂົາຕົງໆກັນໄປ ເວົ້າກັນຢ່າງຈິງຈັງ ກັບພຶດຕິກຳຂອງພວກເຂົາ

ເຮັດໃຫ້ເຂົາຮູ້ເຖິງພຶດຕິກຳເຂົາເປັນຢູ່ ເພື່ອໃຫ້ເກີດການແກ້ໄຂ

2. ຈະຄອຍທຳລາຍຄວາມສຳພັນ ເຈົ້າກັບຄົນອື່ນຢູ່ເລື້ອຍໆ

ແລະ ບໍ່ວ່າ ຄວາມສຳພັນນັ້ນຈະເປັນຄອບຄົວ ຄວາມຮັກ ເພື່ອນ

ພວກເຂົາຈະຄອຍ ເຮັດໃຫ້ເຈົ້າຮູ້ສຶກດຽວດາຍຢູ່ສະເຫມີ

3. ເວົ້າດີເອົາຫນ້າ

ຍົກຍໍໃຫ້ເຈົ້າດີໃຈໄປຊັ້ນແຫລະ ລັບຫລັງເຂົາ ກໍ່ຈະເບະສົບ ໃຫ້ເຈົ້າທັນໃດເລີຍ

ແລະເຂົາເອງກໍ່ຈະເອົາເຈົ້າໄປນິນທາ ເສຍຫາຍ ແລະ ຈະເຮັດເປັນວ່າບໍ່ໄດ້ອິດສາເຈົ້າ

4. ເຂົາດູຖູກຄວາມສຳເລັດຂອງເຈົ້າ

ເຂົາຈະສົບປະມາດ ໃນຄວາມສຳເລັດຂອງເຈົ້າ ແລະ ບໍ່ສົນໃຈວ່າເຈົ້າ ຕ້ອງໃຫ້ຄວາມພະຍາຍາມ ຫລາຍພຽງໃດ

ແລະ ພວກເຂົາເອງ ກໍ່ອາດຈະເຮັດເຖິງຂັ້ນເສຍມາລະຍາດໃສ ແຕ່ເຮົານັ້ນບໍ່ຄວນໄປໃສ່ໃຈເລີຍ ປ່ອຍເຂົາໄປ

5. ຮຽນແບບເຈົ້າ

ເພາະຢາກມີໃນສິ່ງທີ່ເຈົ້າມີ ເຊັ່ນ ງານ ຄວາມຮັັກ ໄປຈົນເຖິງການແຕ່ງຕົວຂອງເຈົ້າພ້ອມ

6. ຫາເລື່ອງແຂ່ງຂັນກັບເຈົ້າໄປຈົນຫມົດ

ເພາະເຂົາຕ້ອງການເປັນຜູ້ທີ່ປະສົບຄວາມສຳເລັດຫລາຍທີ່ສຸດນັ້ນລະ ເລີຍຫາເລື່ອງ

ເຮັດຫັ້ນ ເຮັດນີ້ ຕ້ອງການຢາກພິສູດຄວາມເຫນືອຂັ້ນກວ່າ

7. ວິຈານຢ່າງດຽວ

ເພາະຄົນທີ່ເຂົາອິດສາເຈົ້ານັ້ນ ເຂົາຈະເບິ່ງວ່າເຈົ້າ ເປັນຄົນທີ່ມີຂໍ້ບົກພ່ອງຫລາກຫລາຍ

ແຕ່ພຽງໂຊກດີ ສະນັ້ນ ພວກເຂົາຈຶ່ງຮູ້ສຶກວ່າ ຕ້ອງເຮັດໃຫ້ເຈົ້າຮູ້ຕົວ

ແມ້ວ່າເຈົ້າຈະເຮັດທຸກຢ່າງ ສົມບູນແບບ ຫລື ດີພຽງໃດ ແລ້ວສຸດທ້າຍນັ້ນ

ພວກເຂົາກໍ່ຈະຈັບຜິດເຈົ້າໃຫ້ໄດ້ຄືເກົ່າ

8. ເຊື່ອງຄວາມອິດສາ

ຫາກໃຜຈັກຄົນ ຮູ້ສຶກຍິນດີກັບເຈົ້າ ແລະ ຄົນເຫລົ່ານີ້ ເຂົາກໍ່ຈະສວມຫນ້າກາກ

ເພື່ອຍິນດີກັບເຈົ້າພ້ອມ ແລະ ເກັບຄວາມຮູ້ສຶກແທ້ໆ ເອົາໄວ້

9. ບໍ່ຢູ່ຄຽງຂ້າງ ເມື່ອເຈົ້າມີຄວາມສຸກ

ພວກເຂົາຈະເຮັດເປັນເສີຍໆ ບໍ່ຍິນດີກັບຄວາມສຸກຂອງເຈົ້າ ແລະຖ້າເຈົ້າມີຄວາມສຸກ

ຄົນເຫລົ່ານີ້ຈະຮູ້ສຶກສຳຄັນນ້ອຍລົງ

10. ດີໃຈຫາກເຈົ້າລົ້ມເຫລວ

ເຂົາຈະບໍ່ສາມາດຍິນດີ ກັບຄວາມສຳເລັດຂອງເຈົ້າໄດ້ ແຕ່ເມື່ອໃດກໍ່ຕາມ

ຫາກເຈົ້າລົ້ມເຫລວ ຫລື ເຈົ້າພາດຕອນໃດ ພວກເຂົາຊ້ຳເລີຍລະບອກໃຫ້

11. ເຂົາຊັງເຈົ້າ ບໍ່ມັກເຈົ້າ

ເພາະຄົນອິດສາ ຈະຊັງເຈົ້າຢ່າງບໍ່ມີເຫດຜົນ ນັ້ນກໍ່ເພາະວ່າ

ພວກເຂົາໄຝ່ຝັນຢາກເປັນຄືເຈົ້າ ແລະ ທີ່ສຳຄັນການ ເຮັດດີອີ່ຫຍັງກໍ່ຕາມ

ມັນບໍ່ສາມາດລົດທອນ ຄວາມກຽດຊັງທີ່ເຂົາມີຕໍ່ເຈົ້າໄດ້.

ອ່ານແລ້ວດີ ຢ່າລືມກົດແຊຮ໌ເກັບໄວ້ ຂໍຂອບໃຈ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *