ໝາກຮຸ່ງ ເປັນຢາຂັບປັດສະວະອັກເສບ ແກ້ພະຍາດໜອງໄນ ຈະເລີນອາຫານ

ໝາກຮຸ່ງ ເປັນຢາຂັບປັດສະວະອັກເສບ ແກ້ພະຍາດໜອງໄນ ຈະເລີນອາຫານ

+ ສັບພະຄຸນ
ຮາກຕົ້ນໝາກຮຸ້ງມີລົດຂື່ນ ເປັນຢາຂັບປັດສະວະ, ແກ້ພະຍາດກ່ຽວກັບກະເພາະປັດສະວະ ເຊັ່ນ: ທາງເດີນປັດສະວະອັບເສບ, ແກ້ພະຍາດໜອງໃນ, ບໍາລຸງນໍ້ານົມ, ຈະເລີນອາຫານ, ແກ້ພະຍາດລະດູຂາວ, ແກ້ພະຍາດກ່ຽວກັບໄຕ ຫຼື ໃຊ້ປະສົມເປັນຢາແກ້ບາດແຜໃນກະເພາະອາຫານ ແລະ ລິດສະດວງ, ແກ້ກາກເກື້ອນ.

ຕົ້ນອ່ອນມີລົດຂົມຂື່ນ ແກ້ລະດູຂາວເຮັດໃຫ້ແຫ້ງ ໃຊ້ຕົ້ນໝາກຫຸ່ງເປັນຢາຂັບປະຈຳເດືອນ ແລະ ລົດໄຂ້. ໝາກໃຊ້ທັ້ງໝາກດີບ (ລົດຈືດ) ແລະ ໝາກສຸກ(ລົດຫວານ) ຕົ້ມແລ້ວກັ່ນເອົານໍ້າເປັນຢາຂັບພະຍາດ, ບໍາລຸງນໍ້ານົມ, ຂັບນໍ້າເຫຼືອງເສຍ, ແກ້ໂລກເລືອດອອກຕາມເຫືອກຝັນ, ແກ້ໂລກບິດ, ແກ້ລິດສະດວງ, ຊ່ວຍຍ່ອຍອາຫານ, ເປັນຢາຂັບປັດສະວະ, ແກ້ປັດສະວະຂັດ, ຢາຖ່າຍ ຫຼື ຢາລະບາຍອ່ອນໆ, ຂັບລົມ ແລະ ເປັນຢາຈະເລີນອາຫານ.

ໝາກດີບມີລົດຈືດ ໃຊ້ຂັບລົມ, ຂັບປັດສະວະ, ແກ້ປັດສະວະຂັດ. ໝາກສຸກລົດຫວານເປັນຢາລະບາຍທ້ອງເໝາະສຳລັບຜູ້ທີທ້ອງຜູກເປັນປະຈໍາ, ບໍາລຸງນໍ້ານົມ ແລະ ຈະເລີນອາຫານ. ເນື້ອໃນໝາກແຫ້ງເປັນຢາລົດການບວມ.

+ ວິທີນຳໃຊ້

ໃບຕໍາພອກບາດຊໍາເຮື້ອນໍາໃບສົດມາຂາງໄຟ ຫຼື ລວກນໍ້າຮ້ອນແລ້ວໃຊ້ປະຄົບໃນຄະນະອຸ່ນໆຕາມບໍລິເວນທີ່ປວດ, ແກ້ປວດບວມ. ໃຊ້ໃບສົດມາຕົ້ມດື່ມເປັນຢາແກ້ພະຍາດກ່ຽວກັບກະເພາະອາຫານ, ແກ້ຫອບຫືດ. ຍາງຈາກໝາກດີບໃຊ້ກັດຫູດ, ກັດແຜຮັກສາຕາປາ, ເນື້ອງອກອື່ນໆ. ແກ້ຜູ້ຍິງລົງຂາວຜິດປົກກະຕິໂດຍໃຊ້ຕົ້ນອ່ອນ 1-2 ກຳ ຫຼື ປະມານ 50-75 ກຼາມນໍາມາຕົ້ມໃນນໍ້າ 1 ລີດຄ່ຽວແລ້ວຕອງເອົານໍ້າມາດື່ມເປັນປະຈຳວັນລະ 2-3 ເທື່ອ.

ຂັບປັດສະວະ ໂດຍໃຊ້ຮາກສົດ 60-80 ກຼາມ ຫຼື ຮາກແຫ້ງ 30-40 ກຼາມ, ລ້າງໃຫ້ສະອາດຕັດເປັນຕ່ອນຕົ້ມໃນນໍ້າສະອາດ 1 ລີດ, ປະມານ 15 ນາທີ, ແລ້ວຕອງເອົານໍ້າດື່ມ ກ່ອນອາຫານວັນລະ 3 ຄາບ.

ແກ້ປວດບວມ, ຟົກຊໍ້າ ໂດຍໃຊ້ໃບສົດ 1-2 ໃບ ນໍາໄປຂາງໄຟໃຫ້ສຸກຮ້ອນແລ້ວນໍາມາພອກ ແລະ ຫໍ່ຫຸ້ມບໍລິເວນທີ່ມີອາການເຈັບ.

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *