ໝາກກະຖິນ ຫຼາຍຄົນຄືຈະຮູ້ດີ, ບາງຄົນກໍ່ບໍມັກກິ່ນຂອງມັນ ຫຼື ບໍ່ມັກກິນເລີຍ ມື້ນີ້ຂໍບອກເລີຍວ່າຕ້ອງຫາມາກິນດ່ວນ ເພາະຜົນການວິໄຈຂອງນັກວິທະຍາສາດ ໄດ້ຄົ້ນຄວ້າແລ້ວບອກວ່າ: ໝາກກະຖິນ ມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາຢ່າງຫຼວງຫຼາຍ ເຊັ່ນ:
1 ມີປະໂຫຍດໃນການຊ່ວຍບໍາລຸງຮ່າງກາຍ
2 ຊ່ວຍໃນການຈະເລີນອາຫານ
3 ຊ່ວຍປ້ອງກັນຫຼອດເລືອດອຸດຕັນ
4 ຊ່ວຍຫຼຸດຄວາມດັນເລືອດ
5 ຊ່ວຍໃຫ້ເມັດເລືອດແດງເກາະກຸ່ມກັນໄດ້ດີ
6 ມີຜົນຕໍ່ການແບ່ງໂຕຂອງເຊວ
7 ຊ່ວຍຫຼຸດນໍ້າຕານໃນເລືອດ
8 ຫາກຮັບປະທານເປັນປະຈໍາຈະຊ່ວຍປ້ອງກັນໂລກເບົາຫວານໄດ້
9 ຊ່ວຍຂັບລົມໃນລໍາໄສ້
10 ຊ່ວຍກະຕຸ້ນການບີບຕົວຂອງລໍາໄສ້
11 ຊ່ວຍຂັບປັດສະວະ, ຊ່ວຍລະບາຍການຂັບຖ່າຍ
12 ຊ່ວຍແກ້ໄຕທີ່ເສື່ອມໂຊມ (ຟອກໄຕ)
13 ຊ່ວຍຍຸດການເກີດຈະເລີນເຕີບໂຕຂອງແບັດທີເລຍ ແລະ ເຊື້ອລາ
14 ສາມາດນໍາມາປຸງແຕ່ງ, ກິນກັບອາຫານປະເພດຕໍາຕ່າງໆ, ຜັດໃສ່ພັກບົ້ງ, ຈືນໄຂ່ ໄດ້ນອກນັ້ນໃບຂອງໝາກກະຖິນ ຍັງເປັນປຸຍບໍາລຸງດິນໄດ້ອີກ…
ຮາກໃຊ້ເປັນຢາອາຍຸວັດທະນະ, ເມັດແກ່ມີສານອາຊິດສູງຈຶ່ງຊ່ວຍເສີມສ້າງ ແລະບຳລຸງກະດູກ, ຍອດອອ່ນ, ເມັດ ແລະ ດອກ ຊ່ວຍຫຼຸດລະດັບນໍ້າຕານໃນເລືອດ , ຊ່ວຍຮັກສາຄວາມດັນເລືອດສູງ, ອຸດົມດ້ວຍວິຕາມິນເອ ຈິ່ງຊ່ວຍບຳລຸງ ແລະ
ຮັກສາຕາໄດ້, ຊ່ວຍບຳລຸງຫົວໃຈ, ຊ່ວຍແກ້ອາການນອນບໍ່ຫຼັບຊ່ວຍໃຫ້ ຈະເລີນອາຫານ, ຊ່ວຍແກ້ອາການຮ້ອນໃນກະ ຫາຍນໍ້າຊ່ວຍແກ້ອາການຖອກທ້ອງ, ເມັດຫມາກກະຖິນໃຊ້ເປັນຢາ ຖ່າຍພະຍາດໂຕກົມສຳລັບຜູ້ໃຫຍ່ໃຊ້ໄດ້ຄັ້ງລະ 25–50 ກຣາມ ສ່ວນເດັກ ນ້ອຍໃຊ້ໄດ້ 5-20 ກຣາມ ໂດຍໃຊ້ ຮັບປະໃນຕອນທ້ອງວ່າງຂອງຕອນເຊົ້າປະມານ 3-5 ມື້.
ນອກຈາກນີ້ແລ້ວຫມາກກະຖິນຍັງມີສັບພະຄຸນຢ່າງຫຼວງຫຼາຍເປັນຕົ້ນແມ່ນຮາກຊ່ວຍຂັບລົມໃນລຳໄສ້,ຊ່ວຍຂັບລະດູຂາວຂອງແມ່ຍິງ, ຊ່ວຍຫຼຸດການເກີດໜິ້ວໃນກະ ເພາະອາຫານ, ບຳລຸງຕັບ, ບຳລຸງໝາກໄຂ່ຫຼັງເປັນຍາໃຊ້ຫ້າມເລືອດ ເຖິງວ່າຫມາກກະຖິນ ຈະມີປະໂຫຍດແຕ່ກໍມີໂທດໄດ້ເຊັ່ນກັນ
ເນື່ອງຈາກໃບຫມາກກະຖິນມີສານທີ່ເປັນພິດຄືສານລິວຊີນີນຫາກສັດກິນໃບກະຖິນ ໃນປະລິມານສູງອາດເຮັດໃຫ້ຂົນລົ່ນ ແລະ ເປັນໝັນໄດ້ແຕ່ຍັງບໍ່ມີລາຍງານຄວາມເປັນພິດກັບຄົນ ແລະ ຍັງມີລາຍງານວ່າ ຫມາກກະຖິນເປັນພືດທີ່ມີຄຸນສົມບັດຊ່ວຍດູດຊັບທາດຊີລີນຽມຈາກດິນມາສະສົມໄວ້ໄດ້ຫຼາຍຈິ່ງອາດເຮັດໃຫ້ເກີດພິດ ເນື່ອງ ຈາກທາດນີ້ໄດ້.
ໝາກກະຖິນເມື່ອກິນເຂົ້າໄປແລ້ວ ແນ່ນອນເລີຍວ່າຕ້ອງມີກິ່ນຕາມມາ ສໍາລັບວິທີດັບກິ່ນຂອງໝາກກະຖິນ ເມື່ອເຮົາຮັບປະທານເຂົ້າໄປແລ້ວ ໃຫ້ກິນໝາກເຂືອປະມານ 2-3 ໜ່ວຍ ຈະຊ່ວຍດັບກິນເໝັນຂອງໝາກກະຖິນໄດ້ ຫຼື ງ່າຍກວ່ານັ້ນກໍກິນເຂົ້າໜົມອົມທີ່ສາມາດດັບກິ່ນເໝັນໄດ້ໃສ່