ວິທີໄລ່ແມງວັນ ສຳລັບຄົນທີ່ກຳລັງຖືກລົບກວນຈາກແມງຫົວຂຽວ ແລະ ຍາກກຳຈັດແມງວັນໃຫ້ອອກໄປໄກໆຈາກບ້ານມື້ນີ້ເຮົາມີວິທີໄລ່ແມງວັນມາບອກ
ເຄີຍເປັນບໍ່ເຖິງແມ່ນວ່າຈະເຮັດຄວາມສະອາດບ້ານຈົນສະອາດເທົ່າໃດແຕ່ກໍ່ຍັງມີແມງວັນຕົວນ້ອຍໆບິນ ວົນວຽນເຂົ້າມາສົ່ງສຽງລຳລາມເບົາໆໃຫ້ລຳຄານໃຈທຸກເທື່ອ ແຖມຍັງໄລ່ແລ້ວກໍ່ບໍ່ຍອມອອກໄປຈາກບ້ານງ່າຍໆ ມື້ນີ້ເຮົາຈື່ງຂໍລວບ ລວມວິທີໄລ່ແມງວັນມາຊ່ວຍແກ້ບັນຫາໃຫ້ຄົນທີ່ກຳລັງໜັກໃຈກັບຝູງແມງວັນໃນບ້ານຢູ່ ລອງໄປເບິ່ງວິທີ
ວີທີໄລ່ແມງວັນ
–>ນ້ຳຢາລ້າງຖ້ວຍປະສົມກັບນ້ຳ
ເປັນວິທີບ້ານໆ ທີ່ບໍ່ຕ້ອງຫາຊື້ອຸປະກອນຈາກໃສພຽງແຕ່ນຳນ້ຳຢາລ້າງຖ້ວຍມາປະສົມກັບນ້ຳໃນປະລິມານເທົ່າໆກັບອັດຕາສ່ວນ 1:1 ຈາກນັ້ນກໍ່ນຳສ່ວນປະສົມທີ່ໄດ້ໄປໃສ່ໃນກະບອກນ້ຳ ແລ້ວນຳໄປສີດໃສ່ແມງວັນຈະເຮັດໃຫ້ແມງວັນຫາຍ ໃຈບໍ່ອອກ ຫາກບໍ່ຢາກໃຫ້ເຖິງຕາຍກໍ່ສີດພຽງເປັນລະອອງນ້ຳເບົາໆໂດຍເວັນໄລ່ຍະຫ່າງໃຫ້ຫຼາຍແນ່ ແມງວັນກໍ່ຄົງຈະຫຼາບຈົນໜີບໍ່ທັນ
ອີກໜຶ່ງອຸປະກອນໄລ່ແມງວັນທີ່ມີຢູ່ໃນຄົວຄືພິກໄທປົ່ນ ແລະ ນ້ຳຕານປີບ ໂດຍໃຫ້ນຳມາປະສົມກັນໃຫ້ເປັນເນື້ອໜຽວໆແລ້ວນຳໄປຕິດລົງແຜ່ນເຈ້ຍໜັງສືພີມເກົ່າເພື່ອວາງລໍ້ແມງວັນ ຈາກນັ້ນເມື່ອແມງວັນບິນມາຕອມພິດເຜັດຮ້ອນຂອງພິກໄທກໍ່ຈະເຮັດໃຫ້ແມງວັນສິ້ນໃຈທັນທີ
–>ນ້ຳຕານເຊື່ອມປະສົມພິກໄທ
ເປັນວິທີທີ່ຍາກຂື້ນມາອີກໜ້ອຍໜຶ່ງ ຄືການຫານ້ຳຕານເຊື່ອມເຂັ້ມຂຸ້ນທີ່ມີຄວາມໜຽວນຳມາປະສົມກັບພິກໄທ ຈາກນັ້ນໃສ່ພາຊະນະແລ້ວນຳໄປຕັ້ງໄວ້ໃນບໍລິ ເວນທີ່ມີແມງວັນມາ ເມື່ອແມງວັນບິນເຂົ້າມາຕອມກໍ່ຈະຕິດກັບດັກນ້ຳຕານເຊື່ອມທີ່ໜຽວຂຸ້ນ ແລະ ບີນໜີໄປໃສບໍ່ໄດ້ອີກ
–>ຍາງພາລາສົດປະສົມກັບນ້ຳມັນພືດ
ເຮັດກາວດັກແມງວັນແບບງ່າຍໆດ້ວຍການໃຊ້ຍາງພາລາສົດປະສົມກັບນ້ຳມັນພືດໃຫ້ມີຄວາມລື່ນ ແລະ ໜຽວຈາກນັ້ນໃສ່ພາຊະນະ ຫຼື ຕິດລົງແຜ່ນເຈ້ຍອາດຈະວາງເຫຍື່ອລໍ້ໜ້ອຍໜຶ່ງເຊັ່ນ: ອາຫານບູດ ເມື່ອແມງວັນມາຕອມກໍ່ຈະຕິດກັບດັກ
–>ນ້ຳສົ້ມສາຍຊູປະສົມນ້ຳ
ໃຊ້ປະໂຫຍດຈາກນ້ຳສົ້ມສາຍຊູທີ່ມີຢູ່ໃນບ້ານດ້ວຍການນຳມາປະສົມເຂົ້າກັບນ້ຳ ໂດຍເນັ້ນຄວາມເຂັ້ມຂຸ້ນຂອງນ້ຳສົ້ມສາຍຊູຫຼາຍກວ່າ ຈາກນັ້ນນຳໃສ່ກະບອກສີດ ຫຼື ຊຸບຜ້າແລ້ວນຳໄປສີດ ຫຼື ທາບໍລິເວນມຸ້ງລວດ ແລະ ຈຸດທີ່ມີແມງວັນຊຸມ ກິ່ນສົ້ມໆຂອງນ້ຳສົ້ມສາຍຊູຈະເຮັດໃຫ້ແມງວັນຫຼີກລ້ຽງ ແລະ ບິນໜີໄປທາງອື່ນ
–>ກະທຽມຕົ້ມນ້ຳຟົດ
ປອກກະທຽມແລ້ວນຳໄປໃສ່ໝໍ້ທີ່ນ້ຳກຳລັງຟົດ ຈາກນັ້ນນຳກິ່ງໄມ້ນ້ອຍໆມາແຊ່ລົງໄມ້ໃນນ້ຳກະທຽມທີ່ຕົ້ມຟົດແລ້ວແຊ່ຖິ້ມໄວ້ຈົນແນ່ໃຈວ່າກິ່ນຈະຕິດກິ່ງໄມ້ໄດ້ດົນແລ້ວກໍ່ນຳຂື້ນໄປປັກໄລ່ແມງວັນໃນຈຸດທີ່ມັນມາຫຼາຍ ກິ່ນຄີ່ວຂອງກະທຽມຈະເຮັດໃຫ້ແມງວັນບໍ່ຍາກເຂົ້າໃກ້
–>ລວມມິດຜັກກິ່ນແຮງ
ລະດົມນຳເອົາຜັກສົດທີ່ມີກິ່ນແຮງເຊັ່ນ ຫອມ ກະທຽມ ຫອມບົ່ວແຫ້ງ ຫອມບົ່ວໃຫຍ່ ຊອຍໃຫ້ກິ່ນອອກແລ້ວນຳໄປວາງໄວ້ຕາມປ່ອງຢ້ຽມ ຫຼື ໂຊນທີ່ຄິດວ່າແມງວັນມັກເຂົ້າມາວົນວາຍ ກິ່ນແຮງຂອງຜັກສົດຕາມທຳມະຊາດຈະເຮັດໃຫ້ແມງວັນເໝັນຈົນບໍ່ຍາກຜ່ານ
–>ເຜົາເປືອກສົ້ມຕາກແຫ້ງ
ເປືອກສົ້ມແຫ້ງສາມາດໃຊ້ເປັນອຸປະກອນໄລ່ແມງວັນໄດ້ພຽງແຕ່ນຳເປືອກມາເຜົາໃຫ້ເກີດຄວັນເພື່ອໃຫ້ແມງວັນບິນໜີຫາຍໄປ ແລະ ນອກຈາກຈະຊ່ວຍໄລ່ແມງ ວັນແລ້ວກິ່ນທີ່ຢູ່ໃນບ້ານຍັງຖືກກຳຈັດອອກໄປນຳ
–>ຫົວສີໄຄ
ເຮົາມັກຈະຄຸ້ນເຄີຍກັບສັບພະຄຸນໄລ່ຍຸງຂອງຫົວສີໄຄ ແຕ່ຄວາມຈິງແລ້ວຫົວສີໄຄ້ຫອມກໍ່ສາມາດໄລ່ແມງວັນໄດ້ເຊັ່ນດຽວກັນ ພຽງແຕ່ຈູດເຕົາດິນເຜົາຄືກັບທີ່ໃຊ້ໃນສະປາ ຈາກນັ້ນກໍ່ນຳຫົວສີໄຄໃສ່ລົງໄປເຜົາໃຫ້ເກີດຄວັນກິ່ນຫອມປົນກິ່ນຄີວຂອງຫົວສີໄຄຈະຊ່ວຍໄລ່ແມງວັນ ແລະ ກຳຈັດຍຸງໄດ້ໃນເວລາດຽວກັນເລີຍ
–>ນ້ຳໝັກເຫຼົ້າຂາວ
ສູດນີ້ເປັນສູດຈັດໜັກທີ່ຈະໃຊ້ປາບແມງວັນໃຫ້ເດັດຂາດ ດ້ວຍການນຳເຫຼົ້າຂາວ 40 ດີກີ 1 ແກ້ວ, ນ້ຳສົ້ມສາຍຊູ 2 ແກ້ວ, ກາກນ້ຳຕານ 1 ລິດ, ນ້ຳ 6 ລິດ ແລະ ອີເອັມ 1 ລິດ ນຳມາປະສົມກັນແລ້ວໝັກໄວ້ 21 ມື້
ເມື່ອເຖິງເວລາໃຫ້ນຳມາໃຊ້ຄັ້ງລະ 15 ຊີຊີ ປະສົມກັບນ້ຳອີກ 1 ລິດ ຫຼື ລອງປັບໃຫ້ນ້ອຍລົງໃນກໍລະນີໃຊ້ໜ້ອຍຈາກນັ້ນໃຫ້ນຳໄປສີດແຫຼ່ງກຳເນີດແມງວັນຈະເຮັດໃຫ້ໄຂ່ມັນບໍ່ສາມາດເກີດໄດ້ ນອກຈາກນີ້ນ້ຳໝັກທີ່ເຫຼືອຍັງສາມາດນຳໄປໃຊ້ສີດພົ່ນຕົ້ນໄມ້ໃນສວນໃຫ້ງາມເພື່ອບໍ່ໃຫ້ແມງໄມ້ມາລົບກວນໄດ້ອີກ
