ລະວັງ! ໃຜທີ່ມັກເອົາໂທລະສັບໄວ້ທາງຂ້າງເວລານອນ

ຫລັງຈາກທີ່ພວກເຮົາກ້າວເຂົ້າສູ່ຍຸກດິຈິຕອນ ໂທລະສັບ ຫລື ສະມາດໂຟນກໍກາຍເປັນປັດໄຈທີ 5 ໃນການດຳລົງຊີວິດຂອງທຸກຄົນ ພົກພາຕິດຕົວນຳຕະຫລອດເວລາ ບໍ່ເວັ້ນແມ່ນແຕ່ຕອນນອນກໍຍັງວາງໄວ້ເທິງຫົວ ຫລື ໃກ້ໆຕົນເອງໂດຍບໍ່ປິດເຄື່ອງ ແລະ ຍັງເປີດສັນຍານມືຖື ຫລື ສັນຍານ wifi ປະໄວ້ຕະຫລອດເວລາ, ຫລາຍຄົນກໍອາດຈະເຄີຍໄດ້ຍິນວ່າ ການວາງໂທລະສັບໄວ້ໃກ້ຫົວຕອນນອນ ຫລື ລົມໂທລະສັບເປັນເວລາດົນເກີນໄປ ຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະໝອງໄດ້ ອາດເຖິງຂັ້ນສະໝອງເສື່ອມ ຫລື ເປັນມະເຣັງສະໝອງໄດ້ ເຮົາມາເບິ່ງນຳກັນເລີຍວ່າມັນມີຜົນກະທົບແນວໃດແດ່?
ການວາງໂທລະສັບໄວ້ເທິງຫົວຂອງທ່ານໃນຂະນະທີ່ນອນຫລັບໂດຍເປີດສັນຍານໂທລະສັບປະໄວ້ ເຖິງແມ່ນວ່າບໍ່ໃຊ້ງານ ແຕ່ຮ່າງກາຍຂອງພວກເຮົາຈະດູດຊຶມຊັບເອົາສັນຍານຕະຫລອດເວລາ ເມື່ອສະສົມເປັນເວລາດົນມັນກໍສາມາດສົ່ງຜົນຕໍ່ລະບົບປະສາດ ຖ້າເຮັດແບບນີ້ຢູ່ເລື້ອຍໆຈະມີຜົນຂ້າງຄຽງເຊັ່ນ: ນອນຫລັບຍາກ, ສູນເສຍຄວາມຊົງຈຳ
ວິທີປ້ອງກັນເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສຸຂະພາບ
ຄວນວາງໃຫ້ໄກຈາກຫົວ ຫລື ຮ່າງກາຍປະມານ 1 ແມັດ (ເປັນໄລຍະທີ່ປອດໄພໃນລະດັບໜຶ່ງ ເຊິ່ງສັນຍານຈະບໍ່ສົ່ງຜົນໃດໆຕໍ່ສຸຂະພາບ) ຫລື ຫ່າງໄກຈາກເຮົາຍິ່ງເປັນການດີ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *