9 ຂໍ້ດີຂອງເມຍແບບນີ້ທີ່ຜົວຮັກຫລາຍ.
1 ບໍ່ເຮັດຫຍັງໃຫ້ຜົວລຳບາກໃຈ ບໍ່ເຮັດໃຫ້ຜົວຕ້ອງເລືອກລະຫ່ວາງເມຍ ຫລື ຄອບຄົວ (ຄອບຄົວໃນບ່ອນນີ້ອາດຈະໝາຍເຖິງ ແມ່ຜົວ, ລູກຕິດຈາກການແຕ່ງດອງຄັ້ງຜ່ານມາ) ບາງເທື່ອເມື່ອຜົວອອກໄປສັງສັນກັບໝູ່ ກໍປ່ອຍເຂົາໄປແດ່ເປັນບາງຄັ້ງບາງເທື່ອ ບໍ່ຄວນເອົາມາເປັນຂໍ້ອ້າງເພື່ອທີ່ຈະເຮັດໃຫ້ເຂົາຕ້ອງເລືອກ.
2 ການເປັນເມຍທີ່ດີ ໃນບ່ອນນີ້ແມ່ນບອກຮັກຜົວ, ເຫັນຄຸນຄ່າຂອງຜົວໃນທຸກໆມື້, ຢູ່ຄຽງຂ້າງຜົວໃນເວລາທໍ້ໃຈ.
3 ໃນສາຍຕາຂອງຜົວນັ້ນ ເມຍຄວນມີຄວາມເພິງໃຈໃນການດຳລົງຊີວິດທີ່ເປັນຢູ່ ແລະ ກໍເຮັດໃຫ້ຜົວໝັ້ນໃຈໃນໂຕເຮົານຳ ວ່າຜົວເຮັດໜ້າທີ່ຫົວໜ້າຄອບຄົວໄດ້ເປັນຢ່າງດີ ຢ່າຄິດແຕ່ວ່າ ຜູ້ຊາຍຄວນເປັນຫົວໜ້າຄອບຄົວ ເພາະມັນເປັນດັ່ງສັນຊາດຕະຍານຂອງເພດຊາຍທີ່ຈະຮູ້ສຶກແບບນີ້.
4 ມີເວລາໃຫ້ຜົວສະເໝີ ແລະ ເຖິງວ່າບາງມື້ອາດມີເວລາໜ້ອຍແດ່ ແຕ່ກໍຕ້ອງໝັ້ນໃຈວ່າທ່ານມີເວລາໃຫ້ຜົວສະເໝີ ສຳລັບຄູ່ຊີວິດ ຄວາມສຳພັນຂອງທ່ານຈະຍືນຍາວນຳ.
5 ເມຍທີ່ດີຕ້ອງເບິ່ງແຍງຜົວ ຫລີກເວັ້ນການຜິດຖຽງກັນ : ບໍ່ເວົ້າເຖິງຜົວໃນທາງລົບຕໍ່ໜ້າຄົນອື່ນ ເຊັ່ນ : ລູກໆ ຫລື ຍາດຕິພີ່ນ້ອງ, ເພື່ອນຮ່ວມງານ. ບັນຫາຂອງຄູ່ຮັກນັ້ນ ຄວນເປັນເລື່ອງທີ່ຮູ້ກັນແຕ່ຄົນສອງຄົນ ນອກຈາກວ່າປຶກສາຄົນອື່ນມາຊ່ວຍທ່ານແກ້ບັນຫາທີ່ທ່ານສອງຄົນເປັນຢູ່, ແຕ່ຈະແນວໃດກໍຕາມ ຈື່ໄວ້ສະເໝີ ເພື່ອນຮ່ວມງານຂອງທ່ານບໍ່ແມ່ນທີ່ປຶກສາທີ່ຄວນເລືອກແນ່ນອນ.
6 ເມຍທີ່ດີຈະເຮັດໃຫ້ຜົວຮັບຮູ້ສິ່ງຕ່າງໆ ໂດຍບໍ່ເອີ່ຍປາກເວົ້າ ວ່າຜົວຂອງນາງນັ້ນຍັງເບິ່ງມີສະເໜ່ ຫລື ແຮງດຶງດູດທາງເພດສຳລັບນາງຫລາຍປານໃດນັ້ນເອງ.
7 ເມຍທີ່ດີຈະບໍ່ພະຍາຍາມປ່ຽນຜົວ : ໃຫ້ເຂົາເປັນໂຕຂອງໂຕເອງ ບໍ່ແມ່ນໃຫ້ກາຍເປັນຜູ້ຊາຍສົມບູນແບບໄປໝົດທຸກຢ່າງດັ່ງທີ່ຕົນເອງຢາກໃຫ້ເປັນ.
8 ເອົາໃຈໃສ່ຄົນອ້ອມຂ້າງ ແລະ ຄອບຄົວຕົນເອງ : ບໍ່ວ່າທ່ານຈະຄິດວ່າຄອບຄົວຂອງທ່ານເປັນຄອບຄົວສະໄໝໃໝ່ຫລືບໍ່ກໍຕາມ ຫລື ຈະກ້າວໜ້າປານໃດ ບົດບາດຂອງເມຍກໍຍັງຄົງມາພ້ອມກັບໜ້າທີ່ຕ້ອງຮັບຜິດຊອບທີ່ບໍ່ປ່ຽນແປງໄປ.
9 ເມຍທີ່ດີຈະຮັບຟັງຄວາມຄິດເຫັນສະເໝີ : ບໍ່ຈຳເປັນວ່ານາງຈະຕ້ອງເຫັນດີກັບທຸກສິ່ງທີ່ຜົວຄິດ, ແຕ່ຢ່າງໜ້ອຍໆ ເມຍກໍຄວນຮັບຟັງຜົວແດ່ ປຽບດັ່ງກັບທີ່ນາງຢາກໃຫ້ຜົວຮັບຟັງຄວາມຄິດເຫັນຂອງນາງເຊັ່ນກັນ.
