1. ແລ່ນນຳແຕ່ແຟຊັ່ນ
ບໍ່ຈຳເປັນຕ້ອງອັບເດດແຟຊັ່ນຢູ່ເລື້ອຍໆດອກ ພຽງລົງທຶນຊື້ເສື້ອຜ້າ ທຳມະດາ ເນື້ອຜ້າດີໆ
ເຊັ່ນເສື້ອຍືດສີຂາວ ແບບທີ່ເຫມາະກັບເຈົ້າກໍ່ພໍແລ້ວລະ
2. ຢຸດປ່ຽນ ສິ່ງທີ່ປ່ຽນບໍ່ໄດ້ແລ້ວ
ບໍ່ຕ້ອງໄປມົເສຍເວລາໄປກັບການມານັ່ງຄິດ ນັ່ງກັງວົນ
ເຖິງສິ່ງທີ່ເຈົ້າບໍ່ມີວັນປ່ຽນແປງໄດ້ ຄືກັບເລື່ອງໃນອະດິດທີ່ຜ່ານໄປແລ້ວ
ຈັງໃດມັນກໍ່ກັບໄປແກ້ໄຂຫຍັງບໍ່ໄດ້ແລ້ວ ເພາະອະດິດກໍ່ຄືອະດິດ ເຮົາພຽງແຕ່ເຮັດປັດຈຸບັດໃຫ້ດີທີ່ສຸດດີກວ່າ
3. ບໍ່ທຳຕົວສົມບູນແບບ
ຢ່າໃຊ້ຊີວິດກະຫາຍຄວາມສົມບູນແບບ ໃຊ້ຊີວິດບົນຄວາມຄາດຫວັງຂອງຄົນອື່ນ ແລະ ຂະນະດຽວກັນເຈົ້າຕ້ອງຢຸດ
ຄາດຫວັງກັບຕົວເອງ ຄາດຫວັງໄດ້ແຕ່ຢ່າຫລາຍເກີນໄປ ມ່ວນກັບສິ່ງທີ່ຢູ່ຕໍ່ຫນ້າໃຫ້ຫລາຍ ຈະມີຄວາມສຸກຫລາຍກວ່າ
4. ບໍ່ຈົມຢູ່ ກັບເລື່ອງເສົ້າ
ຈົ່ງເປັນຄົນສົດໃສນ່າຮັກ ມີຈິດໃຈດີຢ່າງສະຫມ່ຳສະເຫມີ ແລ້ວເລື່ອງດີໆ ແລະ ຄົນດີໆ ເຂົ້າມາຫາເຮົາເອງຈ່ະ
5. ຢຸດກັງວົນ ກັບຄວາມແກ່ ທີ່ຈະມາເຖິງ
ບໍ່ວ່າຈະຢ້ານແກ່ ຫລື ບໍ່ ອາຍຸເຈົ້າກໍ່ເພີ່ມຂຶ້ນຫລາຍຂຶ້ນສະເຫມີ ສະນັ້ນແລ້ວລອງເຂົ້າໃຈມັນ ແລະ ຍອມຮັບການປ່ຽນແປງ ທີ່ເກີດຂຶ້ນ
ກັບເຮົາ ແລະ ຄິດຫາທາງວ່າຈະເຮັດແບບໃດດີ ເຮົາຈຶ່ງຈະ ບໍ່ກາຍເປັນຜູ້ໃຫ່ຍທີ່ນ່າເບື່ອຫນ່າຍ
6. ຢຸດໂທດຕົວເອງໄດ້ແລ້ວ
ເຈົ້າຕ້ອງຮູ້ຈັກມີເມດຕາກັບຕົວເອງພ້ອມ ທຸກຄັ້ງທີ່ເຮັດຜິດພາດຢ່າຄອຍແຕ່ໂທດວ່າ ເປັນຄວາມຜິດຂອງຕົວເອງ
ເພາະນັ້ນບໍ່ໄດ້ຊ່ວຍ ໃຫ້ເຈົ້າຍ້ອນເວລາກັບໄປແກ້ໄຂຫຍັງໄດ້ເລີຍ
ເຈົ້າຕ້ອງຮູ້ຈັກໃຫ້ອະໄພຕົວເອງ ເທົ່ານີ້ ຊີວິດກໍ່ມີຄວາມສຸກຫລາຍແລ້ວ
7. ຢຸດອົດທົນກັບຄວາມສຳພັນຫ່ວຍໆ
ເມື່ອຄົບໃຜທີ່ນິໄສບໍ່ດີໆ ບໍ່ວ່າຈະເປັນຫມູ່ ແຟນ ຫລື ໃຜກໍ່ຕາມ
ໃຫ້ຮີບຢຸດຄວາມສຳພັນນັ້ນ ບໍ່ຕ້ອງທົນຕໍ່ໄປ
ຈື່ໄວ້ວ່າ ເຈົ້າບໍ່ມີວັນປ່ຽນແປງຄົນອື່ນໄດ້ ລອງໄປພົບຜູ້ຄົນໃຫມ່ໆ
ແລ້ວຄົບຄົນທີ່ດີກວ່າ ດີກວ່າທົນກັບ ຄວາມຮູ້ສຶກເດີມໆ ນະ
ອ່ານແລ້ວດີ ຢ່າລືມກົດແຊຮ໌ເກັບໄວ້ ຂໍຂອບໃຈ