ນິໄສ 7 ຢ່າງ ຂອງພັນລະຍາທີ່ດີ ນຳພາຊີວິດຈະເລີນຮຸ່ງເຮືອງ

1. ຮັກສາມີສຸດຫົວໃຈ

ຄຳວ່າ ຮັກ ກໍ່ຍັງສຳຄັນກັບຄວາມສຳພັນຢູ່ດີ ເພາະແມ້ຄວາມຮັກຈະຈຶດຈາງລົງແດ່ ຖ້າແຕ່

ຄວາມຈິງແລ້ວ ຄວາມຮັກປ່ຽນຮູບແບບໄປຕາມການເວລາຫລາຍກວ່າ ສະນັ້ນລາວຍັງຢູ່

ກັບເຈົ້າ ຮັກເຈົ້າພຽງຄົນດຽວ ຍັງເບິ່ງແຍງ ແລະ ເອົາໃຈໃສ່ ເຈົ້າຄືເກົ່າໃນທຸກໆມື້

ພຽງເທົ່ານີ້ກໍ່ຄືຄວາມຮັກແລ້ວແຫລະ

2. ໃຫ້ກຳລັງໃຈ

ໜຸ່ມໆ ທັງຫລາຍ ຟັງເອົາໄວ້ ຈົ່ງເລືອກແຕ່ງງານກັບຜູ້ຍິງທີ່ພ້ອມ ໃຫ້ກຳລັງໃຈເຈົ້າ

ເລືອກຄົນທີ່ເຂົ້າໃຈເຈົ້າສະເຫມີ ເພາະເບື້ອງຫລັງຄວາມສຳເລັດຂອງຫລາຍໆ ຄົນ ລ້ວນມາຈາກ

ພັນລະຍາທັ້ງນັ້ນ.

3. ງາມຈາກພາຍໃນ

ແຕ່ພາຍນອກນັ້ນກໍ່ສຳຄັນເຊັ່ນກັນ ແຕ່ຖ້າພາຍໃນ ບໍ່ງາມ ບໍ່ຜ່ອງ ກໍ່ຄົງເປັນພັນລະຍາທີ່ດີບໍ່ໄດ້ແມ່ນບໍລະ

ຖ້າເຈົ້າເປັນຄົນຈິດໃຈນິໄສອ່ອນໂຍນ ບໍ່ເວົ້າຈາເລາະຮ້າຍ ໄຮ້ເຫດຜົນນ້ຳໃຈ ເຮັດໃຫ້ຄົນຮອບຂ້າງຫົວເຮາະໄດ້

ນີ້ກໍ່ເປັນຂໍ້ ທີ່ຈະເປັນພັນລະຍາທີ່ດີ ໃຫ້ໜຸ່ມໆ ຈັກຄົນໄດ້ແລ້ວລະ

4. ສ້າງຄວາມຄາດຫວັງໃຫ້ສາມີ

ສ້າງບົນພື້ນຖານຄວາມເປັນຈິງ ລາວບໍ່ເພີ້ ບໍ່ສ້າງຝັນລົມໆ ແລ້ງໆ ໃຫ້ສາມີແບບທີ່

ເຮັດບໍ່ໄດ້ບົນໂລກຄວາມເປັນຈິງ ແຕ່ລາວເບິ່ງໂລກໃນແບບທີ່ຄວນຈະເປັນ

ບໍ່ຄາດຫວັງໃຫ້ເຈົ້າ ເປັນເຈົ້າຊາຍ ເບິ່ງແຍງເຈົ້າຫຍິງ ຄືດັ່ງໃນນິຍາຍເພີ້ຝັນ

5. ຮັກຄົນທີ່ສາມີຮັກ

ຄອບຄົວຂອງສາມີ ເພື່ອນຂອງສາມີ ຖ້າລາວໃຫ້ຄວາມສຳຄັນກັບສິ່ງທີ່ສາມີຮັກ ຈັບມືລາວໄວ້ແນ່ນໆ

ເພາະລາວເອງ ທີ່ຮັກເຈົ້າຢ່າງຫມົດຫົວໃຈ ພ້ອມຈະເປັນແມ່ທີ່ດີຂອງລູກ ພ້ອມຈະເບິ່ງແຍງຄອບຄົວເຈົ້າແນ່ນອນ

6. ລາວເຮັດໃຫ້ສາມີ ເປັນຄົນທີ່ດີກວ່າເກົ່າໄດ້

ນັ້ນເພາະໃຜໆ ກໍ່ສາມາດເຮັດເລື່ອງຜິດພາດໄດ້ ແຕ່ເຖິງແບບນັ້ນກໍ່ບໍ່ໄດ້ແປວ່າຈະຈັກຄັ້ງທີ່ສາມີເຮັດຜິດ

ລາວຈະຍັງຄົງຢູ່ຄອຍປະຄອງໃຫ້ຄົນທີ່ດີຂຶ້ນໄດ້ ບໍ່ຍອມແພ້ຫຍັງງ່າຍໆດອກ

7. ລາວເປັນເພື່ອນທີດີຂອງສາມີ

ເພາະວ່າທຸກເລື່ອງ ບໍ່ວ່າຈະທຸກພຽງໃດ ເລັກນ້ອຍພຽງໃດ ສາມີສາມາດເລົ່າໃຫ້ລາວຟັງໄດ້ນະ

ລາວມີເວລາຮັບຟັງ ທຸກເລື່ອງ ລາວຮູ້ຄວາມລັບຂອງເຈົ້າ ແລ້ວບໍ່ຈຳເປັນຕ້ອງມີຫຍັງປິດບັງກັນ ເພາະຜູ້ຍິງ ທີ່ຮູ້ວ່າ

ສາມີມັກຫຍັງ ບໍ່ມັກຫຍັງ ຖືເປັນພັນລະຍາໃນຝັນຂອງຫນຸ່ມທຸກຄົນເລີຍທີດຽວ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *