ນິໃສ 10 ຢ່າງທີ່ເຮັດໃຫ້ສະໝອງເສື່ອມ ດ້ວຍນິໃສຂອງໂຕທ່ານເອງ

ນິໃສ 10 ຢ່າງທີ່ເຮັດໃຫ້ສະໝອງເສື່ອມ ດ້ວຍນິໃສຂອງໂຕທ່ານເອງ

ຕົ້ນເຫດຂອງສະຫມອງເສື່ອມ, ຄວາມຈຳສັ້ນ, ອັນໄຊເມີ, ສະຫມອງ, ຄືອະໄວຍະວະສຳຄັນ, ມີຫນ້າທີ່ຄວບຄຸມ ແລະສັ່ງການການເຄື່ອນໄຫວ, ພຶດຕິກຳ ແລະ ຮັກສາສົມດຸນພາຍໃນຮ່າງກາຍ ເຊັ່ນ: ການເຕັ້ນຂອງຫັວໃຈ, ຄວາມດັນເລືອດ, ສົມດຸນຂອງແຫຼວໃນຮ່າງກາຍ ແລະ ອຸນຫະພູມເປັນຕົ້ນ ຫນ້າທີ່ຂອງສະຫມອງຍັງມີໜ້າທີ່ກ່ຽວຂ້ອງກັບການຮັບຮູ້ອາລົມ, ຄວາມຈື່ຈຳ ການຮຽນຮູ້ການເຄື່ອນໄຫວ ແລະ ຄວາມສາມາດອື່ນໆ ທີ່ກ່ຽວກັບການຮຽນຮູ້.

ຮູ້ໄວ້ກໍ່ດີວ່ານີ້ຄື ນິໄສ 10 ຢ່າງ ທີ່ເຮັດໃຫ້ສະຫມອງເສື່ອມແຕ່ຄົນເຮົາມັກບໍ່ຮູ້ຕົວເອງວ່າພຶດຕິກຳບາງຢ່າງທີ່ເຮັດລົງໄປ ນອກຈາກຈະເປັນການທຳຮ້າຍຮ່າງກາຍອີກ

+ ບໍ່ກີນອາຫານເຊົ້າ: ຫຼາຍຄົນຄິດວ່າການບໍ່ກີນອາຫານເຊົ້າ ແລ້ວຈະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳ ແຕ່ນີ້ຈະເປັນສາເຫດໃຫ້ສານອາຫານໄປລ້ຽງສະຫມອງບໍ່ພຽງພໍເຮັດໃຫ້ສະຫມອງເສື່ອມ

+ ກີນອາຫານຫຼາຍເກີນໄປ: ການກີນອາຫານຫລາຍເກີນໄປຈະເຮັດໃຫ້ຫຼອດເລືອດແດງໃນສະຫມອງແຂງຕົວ ເປັນສາເຫດໃຫ້ເກີດພະຍາດຄວາມຈຳສັ້ນ

+ ການສູບຢາສູບ: ເປັນສາເຫດໃຫ້ເປັນພະຍາດສະຫມອງຝໍ່ ແລະ ເປັນສາເຫດຂອງພະຍາດອັນໄຊເມີ

+ ກີນຂອງຫວານຫລາຍເກີນໄປ: ການກີນຂອງຫວານຫລາຍ ຈະໄປຂັດຂວາງການດູດຊືມໂປຣຕີນ ແລະ ສານອາຫານທີ່ເປັນປະໂຫຍດ ເປັນສາເຫດຂອງການຂາດສານອາຫານ ແລະ ຂັດຂວາງການພັດທະນາສະຫມອງ

+ ມົນລະພິດ: ສະຫມອງເປັນສ່ວນທີ່ໃຊ້ພະລັງງານຫລາຍທີ່ສຸດໃນຮ່າງກາຍການສູບເອົາອາກາດທີ່ເປັນມົນລະພິດເຂົ້າໄປຈະເຮັດໃຫ້ອອກຊິເຈນໃນສະຫມອງມີນ້ອຍສົ່ງຜົນໃຫ້ປະສິດທິພາບຂອງສະຫມອງລຸດລົງ

+ ການອົດນອນ: ການນອນຫຼັບຈະເຮັດໃຫ້ສະຫມອງໄດ້ພັກຜ່ອນການອົດນອນເປັນເວລາດົນຈະເຮັດໃຫ້ຊຽວສະຫມອງຕາຍໄດ້

+ ຫົ່ມຜ້າຫົ່ມປົກຫົວ: ການນອນຫົ່ມຜ້າຫົ່ມປົກຄຸມຫົວ ຈະເປັນການເພີ່ມຄາບອນໄດອອກໄຊໃຫ້ຫລາຍຂຶ້ນ ແລະຫຼຸດອອກຊິເຈນໃຫ້ຫນ້ອຍລົງສົ່ງຜົນຕໍ່ປະສິດທິພາບການເຮັດວຽກງານຂອງສະຫມອງ

+ ໃຊ້ສະຫມອງໃນຂະນະທີ່ບໍ່ສະບາຍ: ການເຮັດວຽກງານຫລືຮຽນຂະນະທີ່ກຳລັງປ່ວຍ ຈະເຮັດໃຫ້ປະສິດທິພາບການເຮັດວຽກງານຂອງສະຫມອງລຸດລົງຄືກັບການທຳຮ້າຍສະຫມອງໄປໃນຕົວ

+ ຂາດການໃຊ້ຄວາມຄິດ: ການຄິດເປັນສິ່ງທີ່ດີທີ່ສຸດໃນການຝຶກສະຫມອງການຂາດການໃຊ້ຄວາມຄິດຈະເຮັດໃຫ້ສະຫມອງຝໍ່

+ ເປັນຄົນບໍ່ຄ່ອຍເວົ້າ: ທັກສະທາງການເວົ້າຈະເປັນຕົວສະແດງເຖີງປະສິດທິພາບຂອງສະຫມອງ.

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *