ນັກອອກແບບ ຈາກ ລາວ ຊະນະອັນດັບ 1 ໄດ້ຮັບເງິນລາງວັນ 1.000.000 ບາດ
ຊົມເຊີຍ !!! ຈາກໂລໂກ້ຫຼາຍກ່ວາ 2.000 ໂລໂກ້ ທີ່ສົ່ງເຂົ້າແຂ່ງຂັນ ການອອກແບບ ສັນຍາລັກ 90 ປີ ຂອງບໍລິສັດ ບຸນລອດ ບຣີເວີລີ ຂອງປະເທດໄທ ສາມາດເລືອກໄດ້ ໂລໂກ້ຈາກ ທ່ານ ອະນຸສອນ ສຸວັນນາໂຊດ (Anousone Souvannaxoth) ນັກອອກແບບ ຈາກ ສປປ ລາວ ເປັນຜູ້ຊະນະເລີດ ອັນດັບ #1 ໄດ້ຮັບເງິນລາງວັນ ຈໍານວນ 1.000.000 ບາດ ສະກຸນເງິນໄທ.
ທ່ານ ອະນຸສອນ ກ່າວໃນເຟສບຸກສ່ວນຕົວວ່າ “ຂໍຂອບໃຈ ບໍລິສັດ ບຸນລອດ ບີເວີລີ ຈຳກັດ ທີ່ໃຫ້ໂອກາດ ເລືອກໃຊ້ໂລໂກ້ຈາກການອອກແບບຂອງຂ້າພະເຈົ້າໃນການສະເຫລີມສະຫລອງ 90ປີ 2023 ທີ່ຈະມາເຖິງນີ້.
ຂໍຂອບໃຈໂລໂກ້ຫລັກ ໂລໂກ້ສິງ ທີ່ເປັນແຮງບັນດານໃຈໃນການອອກແບບ, ຂອບໃຈ ທຸກທ່ານທີ່ເປັນກຳລັງໃຈໃຫ້ເປັນແຮງພັກດັນຈົນປະສົບຜົນສຳເຫລັດ ຂອບໃຈທີມການຕະຫລາດບໍລິສັດບຸດລອດ ເອເຈັນຊີຜູ້ຈັດງານ ຄະນະກຳມະການ ຜູ້ຕັດສິນ ໃນການຊ່ວຍເຫລືອ ຕ້ອນຮັບຢ່າງອົບອຸ່ນ ຈົນໄດ້ຮັບລ້າງວັນໃນຄັ້ງນີ້ ເຊິ່ງເປັນປະສົບການທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດ ຈະບໍ່ມີວັນລືມ
ສຸດທ້າຍນີ້ຂະພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ແກ່ບໍລິສັດບຸນລອດ ບີເວີລີ ຈຳກັດ. ຄະນະຜູ້ບໍລິຫານພ້ອມດ້ວຍພະນັກງານ ຈົ່ງມີຄວາມຜາສຸກ ປະສົບຜົນສຳເຫລັດ ໃນວຽກງານທຸກດ້ານ ຂໍໃຫ້ບຸນລອດມີຜະລິດຕະພັນ,ການບໍລິການ,ໂຄງການ ແລະ ອື່ນອື່ນພາຍໃນເຄືອບຸນລອດ ເປັນທີ່ຄອງໃຈຜູ້ບໍລິໂພກທັງພາຍໃນປະເທດ ແລະ ຕ່າງປະເທດ ຢູ່ຄຽງຄູ່ກັບສັງຄົມຕະຫລອດໄປ “.
Cr. Anousone Souvannaxoth