ກ່ອນທີ່ຈະເຂົ້າໄປຮອດ ສັບພະຄຸນເຮົາມາທຳຄວາມເຂົ້າໃຈໂດຍຫຍໍ້ກັນກ່ອນ ສຳລັບໝາກຖົ່ວແຮເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ,
ອາຍຸລະດູດຽວ ຫຼື ຫຼາຍລະດູ. ລຳຕົ້ນມີລັກສະນະຕັ້ງຊື່, ສູງ 1–3,5 ແມັດ, ກິ່ງແຜ່ອອກດ້ານຂ້າງເປັນຄູ່, ຜິວຂອງລຳຕົ້ນກ້ຽງເປັນສີຂຽວໝົ່ນ. ໃບປະສົມແບບຂົນນົກ, ມີໃບຍ່ອຍ 3 ໃບ, ຈັບລຽງສະຫຼັບ.
ດອກ ແລະ ຝັກອ່ອນ ນໍາມາປະກອບອາຫານໄດ້ ຫຼື ລວກກິນກັບແຈ່ວ, ຝັກກິນເປັນຝັກສົດ ຫຼື ຕົ້ມກັບ ແຈ່ວ ຫຼື ໃສ່ໃນແກງແຄ, ແກງສົ້ມ.
ນອກນັ້ນດອກຍັງນໍາມາກິນເປັນຂອງວ່າງໄດ້. ສ່ວນ ແກ່ນເອົາມາເຮັດເປັນແປ້ງ ແລະ ຕົ້ມຮັບປະທານເປັນອາຫານໄດ້.
ຮາກ ແລະ ແກ່ນ: ຂັບປັດສະວະ, ແກ້ອາການປັດສະວະເຫຼືອງ ຫຼື ແດງ, ແກ້ໄຂ້ຖອນພິດ ແລະ ໃຊ້ຂັບລົມລົງເບື້ອງຕໍ່າ, ຮັກສາພະຍາດເສັ້ນເອັນພິການ
(ອາການປວດເມື່ອຍ) ໃບໃຊ້ແກ້ໄອ, ທ້ອງເສຍ, ນ້ຳຄັ້ນຈາກໃບໃສ່ແຜໃນປາກ ຫຼື ຫູ, ປຸງເປັນຢາຂັບປັດສະວະ,
ຂັບກ້ອນໜີ້ວທີ່ເກີດຈາກໝາກໄຂ່ຫຼັງ, ແກ້ໝາກໄຂ່ຫຼັງພິການ, ກະຕຸ້ນໝາກໄຂ່ຫຼັງໃຫ້ທໍາງານ.
ຕົ້ນ ແລະ ໃບ: ຍັງມີສັບພະຄຸນເປັນຢາແກ້ເສັ້ນເອັນພິການ (ຄວາມຜິດປົກກະຕິຂອງລະບົບເສັ້ນເອັນ ແລະ ກ້າມເນື້ອ ມັກມີອາການເຈັບຕ່າງໆ,
ປວດເມື່ອຍຕາມຕົນໂຕ, ໃບໜ້າ ແລະ ຫົວ). ແກ່ນ: ຊ່ວຍຫຼຸດລະດັບຄໍເລສເຕີລໍ,
ຫຼຸດລະດັບນ້ຳຕານໃນເລືອດ, ຫຼຸດຄວາມດັນໂລຫິດ ໂດຍການນຳເມັດມາຕົ້ມຮັບປະທານເປັນຂອງກິນຫຼິ້ນ.
ທັງຕົ້ນ: ໜຶ່ງກຳມືຕົ້ມນ້ຳດື່ມຄັ້ງລະໜຶ່ງຖ້ວຍ, ວັນລະສາມຄັ້ງຮັກສາອາການຕົກເລືອດ, ທັງຝັກບໍາລຸງຮ່າງກາຍ ແລະ ບໍາລຸງກະດູກ.
ອ່ານແລ້ວດີ ຮູ້ສຶກວ່າມີຄຸນປະໂຫຍດ ຢ່າລືມກົດແຊຮ໌ເກັບໄວ້ ຂໍຂອບໃຈ