ຍ້ອນຫຍັງຄືກັບວ່າເຮົາຢູ່ໃນຍຸກທີ່ຕ້ອງເຮັດວຽກຕະຫລອດເວລາ ແລ້ວເປັນຫຍັງຈຶ່ງບໍ່ລວຍຈັກເທື່ອ ຊີວິດຄົນຍຸກນີ້ເຮົາມັກຈະ ໄດ້ຍິນຄົນສ່ວນຫລາຍເວົ້າສະເໝີວ່າ ເຮັດວຽກປະຈຳຢ່າງດຽວບໍ່ພໍ ຕ້ອງມີອາຊີບເສີມ ບໍ່ວ່າຈະແມ່ນເຮັດວຽກອອນລາຍ ຂາຍ ເຄື່ອງຜ່ານເຟສບຸກ ເຊິ່ງເອີ້ນໄດ້ວ່າເກືອບຈະເຮັດວຽກກັນຕະຫລອດເວລາກໍມີ, ຕອບຂໍ້ຄວາມລູກຄ້າ ເຊົ້າ-ສວາຍ-ແລງ-ເດິກ ແລ້ວເປັນຫຍັງຈຶ່ງບໍ່ລວຍຈັກເທື່ອ ແລ້ວຈະໃຫ້ຄິດເຖິງໄວກະສຽນບໍ່ຕ້ອງເຮັດວຽກແລ້ວມີເງິນໃຊ້ໄດ້ແນວໃດ ? ຄວາມຈິງແລ້ວ ການກະສຽນບໍ່ຈຳເປັນຕ້ອງຢູ່ໃນໄວ 60 ປີຂຶ້ນໄປ ຈຶ່ງຢຸດເຮັດວຽກ ແລະ ບໍ່ຈຳເປັນສະເໝີໄປວ່າການກະສຽນອາຍຸຈະຕ້ອງຢຸດ ເຮັດວຽກເລີຍ 100% ສະເໝີໄປຄືກັນ ຫລື ແມ່ນແຕ່ເຈົ້າຂອງທຸລະກິດເອງບາງຄົນຍັງຕ້ອງເຮັດວຽກ 24 ຊົ່ວໂມງ ແລະ ບໍ່ມີຄຳ ວ່າກະສຽນຈາກທຸລະກິດຕົນເອງ ແລ້ວຈະເຮັດແນວໃດໃຫ້ເຮັດວຽກຕະຫລອດເວລາແລ້ວໄດ້ເງິນຫລາຍຂຶ້ນ, ແຕ່ເມື່ອຍໜ້ອຍລົງ.
1 ປ່ຽນຕົນເອງຈາກນັກໃຊ້ເງິນ ເປັນນັກສ້າງເງິນ: ຂໍ້ນີ້ສຳຄັນ ປົກກະຕິເຮົາເຮັດວຽກປະຈຳ ຮັບເງິນເດືອນມາ ສິ່ງທຳອິດ ທີ່ຄິດມັກຈະແມ່ນເຮົາຈະໃຊ້ຫຍັງກ່ອນດີ, ແຕ່ຖ້າລອງຄິດກົງກັນຂ້າມ ເຮົາເຮັດວຽກໄດ້ເງິນ ແລ້ວເຮົາຈະໃຊ້ເງິນເຮັດ ວຽກແທນເຮົາໃນແບບໃດດີ, ປ່ອຍກູ້, ລົງທຶນຫຸ້ນ ຫລື ສ້າງກິດຈະການນ້ອຍໆຈາກຄວາມມັກ ຫລື ແມ່ນແຕ່ໃຊ້ເງິນເພີ່ມ ຄວາມຮູ້ໃຫ້ຕົນເອງ.
2 ເລືອກເຮັດວຽກທີ່ໃຊ້ເວລາໜ້ອຍລົງ, ແຕ່ໄດ້ເງິນຫລາຍຂຶ້ນ : ແບ່ງເວລາຊີວິດເປັນ 3 ສ່ວນ ເມື່ອເຮົາເຮັດວຽກປະຈຳ ເຊິ່ງກິນເວລາໃນຊີວິດແຕ່ລະມື້ໄປກ່ວາ 1 ສ່ວນ, ເວລານອນອີກ 1 ສ່ວນ ແລະ ເວລາອີກ 1 ສ່ວນທີ່ເຫລືອຕ້ອງເລືອກ ເຮັດສິ່ງທີ່ໄດ້ຜົນຕອບແທນ ຫລື ອາຊີບເສີມທີ່ໃຊ້ເວລາໜ້ອຍ, ແຕ່ໃຫ້ຜົນຕອບແທນທີ່ກຸ້ມຄ່າ. ນັກທຸລະກິດ-ເຈົ້າຂອງກິດ ຈະການ ຫລື ຄົນບາງຄົນ ຈຶ່ງເລືອກສຶກສາການລົງທຶນໃນຫຸ້ນ ເພື່ອສ້າງກຳໄລຈາກເວລາທີ່ເຫລືອຈາກການເບິ່ງແຍງ ກິດຈະການຕົນເອງຈາກບົດສຳພາດໜຶ່ງຂອງເຈົ້າຂອງທຸລະກິດທີ່ເຄີຍໃຫ້ສຳພາດໄວ້ວ່າ ຕົນເອງເປັນນັກທຸລະກິດທີ່ຊຳ ນານດ້ານການຂາຍເຄື່ອງສຳອາງ ເພາະເຮັດມາຕັ້ງແຕ່ຍັງນ້ອຍ, ແຕ່ລະກິດເຄື່ອງສຳອາງບໍ່ເຮັດວຽກ, ສ້າງກຳໄລໃຫ້ ບໍ່ຫລາຍປານໃດ, ແຕ່ຕ້ອງລົງເວລາກັບມັຍຫລາຍ ຍ້ອນຄວາມມັກ ແລະ ຄວາມເອົາໃຈໃສ່ ຈຶ່ງສ້າງທຸລະກິດອື່ນທີ່ໃຊ້ເວ ລາບໍ່ຫລາຍ, ແຕ່ສ້າງກຳໄລໄດ້ຫລາຍ ເພື່ອເອົາເງິນທີ່ໄດ້ຈາກທຸລະກິດອື່ນມາໝູນທຸລະກິດເຄື່ອງສຳອາງທີ່ຕ້ອງລົງເງິນ ສົດຫລາຍ, ແຕ່ທັງໝົດນັ້ນ ທຸລະກິດທັງສອງທາງບໍ່ໄດ້ມີການກູ້ຢືມສິນເຊື່ອຈາກທະນາຄານ ຫລື ແມ່ນແຕ່ເອົາເງິນທ້ອນ ມາໃຊ້ເຮັດທຸລະກິດໃດໆ ໃຫ້ທຸລະກິດໜຶ່ງລ້ຽງອີກທຸລະກິດໜຶ່ງເປັນວົງຈອນໃນຕົນເອງ.
3 ເປີດໃຈຫາປະສົບການໃໝ່ໆ: ເປີດໃຈຫາເວລາຕື່ມປະສົບການຊີວິດຈາກຄົນອື່ນ ວຽກແບບອື່ນ ທ່ອງທ່ຽວປະເທດອື່ນ ໃຫ້ຕົນເອງແດ່ ເພື່ອສ້າງວິໄສທັດ ແລະ ຄວາມຮູ້ທີ່ຫລາຍຂຶ້ນ. ບາງຄົນໄປທ່ຽວ ແລະ ພໍ້ນະວັດຕະກຳທີ່ປະເທດເຮົາບໍ່ມີ ກໍເອົາໄອເດຍກັບມາປະຍຸກເພື່ອສ້າງເງິນໄດ້ ຫລື ມີລົດ ແຕ່ບໍ່ກ້າໄປສະໝັກເປັນພະນັກງານສົ່ງເຄື່ອງ ຍ້ອນຢ້ານບໍ່ມີເວ ລາ ເພາະຢ້ານການພໍ້ຄົນແປກໜ້າ ກໍອາດຈະປິດກັ້ນໂອກາດບາງຢ່າງຂອງຕົນເອງໄປ, ລອງເຮັດເບິ່ງ ຖ້າບໍ່ມັກກໍເຊົາ ບໍ່ເສຍຫາຍ.

4 ຊ້າໆໄດ້ພ້າເຫລັ້ມງາມ: ບາງອາຊີບມີໂອກາດຈະສູນຫາຍໄປໃນອະນາຄົດ ຍ້ອນຫຸ່ນຈັກ ຫລື ຄອມພິວເຕີມາເຮັດວຽກ ແທນ, ບາງຄົນບໍ່ເບິ່ງອະນາຄົດຂອງຕົນເອງແບບນັ້ນ ລໍຖ້າໃຫ້ເຖິງເວລາທີ່ເອີ້ນວ່າເກືອບຈະສາຍເກີນໄປຄ່ອຍຕັດສິນໃຈ ແລະ ກາຍເປັນຄວາມລົ້ມເຫລວໃນທີ່ສຸດ. ຢ່າລືມວ່າອາຍຸທີ່ຫລາຍຂຶ້ນໃນແຕ່ລະປີກໍໝາຍເຖິງກຳລັງແຮງກາຍທີ່ຖົດ ຖອຍລົງນຳຄືກັນ ຖ້າບໍ່ເລີ່ມປັບເພື່ອພ້ອມປ່ຽນ, ແຕ່ລໍຖ້າໃຫ້ສະຖານະການບັງຄັບ ເຖິງຕອນນັ້ນທ່ານອາດເປັນຄົນກະ ສຽນທີ່ຕົກງານກ່ອນໄວອັນຄວນ ແລະ ບໍ່ມີເງິນລ້ຽງໃຜແມ່ນແຕ່ຕົນເອງ.
5 ປ່ຽນຈາກການກິນ, ຫລິ້ນ, ນອນ, ທ່ຽວ ເປັນການຮຽນ : ເຮົາອາດຈະຕ້ອງບໍ່ຢຸດທີ່ຈະສຶກສາ ທັງແນວຄິດ ແລະ ວິທີ ການສ້າງເງິນໃນຫລາກຫລາຍຮູບແບບ ແລະ ເລືອກແບບທີ່ເໝາະສົມ ແລະ ກົງກັບທີ່ເຮົາຕ້ອງການ, ບາງຄົນມັກໃຫ້ ຄົນຊ່ວຍສ້າງເງິນກໍລົງທຶນໃນກອງທຶນທີ່ມີນັກບໍລິຫານກອງທຶນເບິ່ງແຍງ, ບາງຄົນມັກການລົງທຶນດ້ວຍຕົນເອງກໍລອງ ເລີ່ມທຸລະກິດທີ່ຈຳເປັນຕໍ່ຄົນອື່ນ ແລະ ເຮົາມັກຈັກຢ່າງ ຫລື ບາງຄົນມັກລຸ້ນ ກໍລອງຄ້າຂາຍຫຸ້ນດ້ວຍຕົນເອງຈັກເທື່ອ ຫລື ຖ້າເອົາແບບທີ່ງ່າຍໆທີ່ສຸດ ພຽງແຕ່ຫລຸດການຫລິ້ນໂທລະສັບໄປເລື້ອຍໆ ມາເປັນການເອົາໂທລະສັບມາສຶກສາ ເລື່ອງການລົງທຶນ, ເພຈສອນການລົງທຶນ ຫລື ການສ້າງເງິນ ກໍອາດຈະເຮັດໃຫ້ທ່ານມີແນວຄິດການສ້າງເງິນທີ່ງ່າຍ ຂຶ້ນ ຫລື ກະສຽນຈາກການເຮັດວຽກໄດ້ໄວຂຶ້ນ.
6 ຊ້າອົດ ໝົດກ່ອນ : ໂລກທີ່ປ່ຽນໃນແຕ່ລະເທື່ອ ເກີດຜົນກະທົບທັງສັງຄົມ, ເສດຖະກິດ ແລະ ຄົນ ຍົກໂຕຢ່າງການເດີນ ທາງໄປຊື້ສິ່ງຂອງຕ່າງໆໃນເມື່ອກ່ອນຕ້ອງຂັບລົດອອກໄປເອງ ຫລື ໃຊ້ບໍລິການລົດໂດຍສານປະຈຳທາງ, ແຕ່ປັດຈຸບັນ ມີອາຊີບບໍລິການສົ່ງເຄື່ອງເຖິງທີ່ ກໍກາຍເປັນໂຕເລືອກທີ່ຄົນໃຫ້ຄວາມນິຍົມ ເພາະມີທາງເລືອກທີ່ດີກ່ວາ, ສະດວກກ່ວາ, ບໍລິການດີກ່ວາ ທັງໃຜໆກໍເອີ້ນໃຊ້ໄດ້ນຳອີກ.
ຮູ້ຫຍັງພຽງຢ່າງດຽວ : ແຕ່ກ່ອນສະໄໝພໍ່ແມ່ ອາຊີບສ່ວນຫລາຍຈະເປັນອາຊີບທີ່ຊ່ຽວຊານສະເພາະດ້ານ, ແຕ່ຕອນນີ້ ຄວາມຊ່ຽວຊານແຕ່ບໍ່ຮອບຮູ້ອາດຈະເຮັດໃຫ້ບໍ່ສາມາດຕໍ່ຍອດຄວາມຊຳນານຂອງເຮົາໄປໃນທາງອື່ນໆໄດ້ ຍົກໂຕຢ່າງ ນັກກົດໝາຍບາງຄົນບໍ່ຮູ້ຈັກການໃຊ້ເຟສບຸກ ແລະ ບໍ່ມີເວລາຫລິ້ນຍ້ອນວຽກຫຍຸ້ງ ຖືເປັນເລື່ອງໄຮ້ສາລະ ແຕ່ເມື່ອມື້ໜຶ່ງ ທີ່ເກີດຄະດີຮ້ອງຟ້ອງກ່ຽວກົບກົດໝາຍຄອມພິວເຕີ ຫລື ການໝິ່ນປະໝາດໃນໂລກອອນລາຍ ການໃຊ້ພຽງຄວາມຊ່ຽວ ຊານທາງດ້ານກົດໝາຍອາດບໍ່ພຽງພໍໃຫ້ສາມາດຕັດສິນຄະດີໄດ້ຢ່າງຍຸຕິທຳ ກໍອາດຈະເຮັດໃຫ້ລົ້ມເຫລວໃນອາຊີບຕົນ ເອງໄດ້ຄືກັນ.