ຄົນສະຫຼາດແທ້ ເບິ່ງເປັນຜູ້ດີ ຈະບໍ່ອວດ 10 ຢ່າງນີ້ ບໍ່ຂົ່ມຄົນອື່ນ

1 ຢ່າອວດຜົນງານ: ຄິດວ່າດີກວ່າໃຜ ຜົນງານດີ ບໍ່ຕ້ອງອວດດອກ ເພາະເຂົາຈະເບິ່ງເຫັນ ຊື່ຊົມເຮົາ ເຂົາຈະເວົ້າເຖິງຜົນງານເຮົາເອງ ຢ່າພະຍາຍາມເໜືອກວ່າຄົນອື່ນ ດ້ວຍວິທີການອວດໂອ້

2 ຢ່າອວດໃນເລື່ີອງຄວາມສຳເລັດ: ຊີວິເຮົາມີຂື້ນມີລົງ ເວລາຂື້ນຢ່າລະເລິງ ຢ່າຄິດວ່າຕົວເອງເກັ່ງ ຂາລົງຈຶ່ງຈະບໍ່ຖືກຊ້ຳເຕີມ ຍິ່ງເຮົາສຳເລັດຫຼາຍພຽງໃດ ກໍ່ຍິ່ງຖອມຕົນຄົນເຂົາຈຶ່ງຮັກ

3 ຢ່າອວດລວຍ: ຄົນຮັ່ງມີ ບໍ່ເຕີຍຕ້ອງແລ່ນນຳຫຍັງ ເຮັດຫຍັງອວດໃຜດອກ ຄົນບໍ່ມີຕ້ອງແລ່ນຫານັ້ນຫານີ້ ມາອວດ ເຖິງແມ່ນວ່າລວຍແລ້ວ ອວດລວຍ ກໍ່ໝົດຕົວໄດ້ເຊັ່ນດຽວກັນ ແລະ ຫຼາຍໄປກວ່ານັ້ນ ຍິ່ງຈົນຍິ່ງອວດກໍ່ຈະຍິ່ງຖັງແຕກໄປຕະຫຼອດເດີ່

4 ຢ່າອວດດີ: ເພາະຄົນອວດດີ ຍິ່ງທະນົງຕົວຍ ບໍ່ມີໃຜຢາກຊ່ວຍເຫຼືອ ຫຼື ຢາກຄົບຫາດອກ ຄວນຮູ້ຈັກບ່ອນຕໍ່າບ່ອນສູງ

5 ຢ່າອວດສະຫຼາດ: ເພາະຄົນສະຫຼາດແທ້ ຈະບໍ່ມີການໂມ້ໂອ້ອວດ ເນັ້ນການຟັງຫຼາຍກວ່າເວົ້າ ຈະບໍ່ອວດສະຫຼາດ ໃຫ້ຄົນອື່ນເຂົາເບິ່ງວ່າໂງ່ ແຕ່ຈະຕົວະວ່າໂງ່ ໃຫ້ເບິ່ງສະຫຼາດຫຼາຍກວ່າ

6 ຢ່າອວດຄວາມລັບ: ເພາະເຮົາບໍ່ຮູ້ວ່າ ຮູ້ຈັກໃຜ ບາງຄົນຮູ້ໜ້າບໍ່ຮູ້ໃຈ ຢ່າໄປທ່ຽວບອກຄວາມລັບກັບໃຜໆ ເພາະໃນຊີວິດເຮົາ ມີຄົນໄວ້ໃຈໄດ້ບໍ່ຈັກຄົນດອກ ແລະ ເຮົາຄວນເກັບຄວາມລັບໄວ້ ໄວ້ກັບພວກເຂົາພຽງແຕ່ຄົນນັ້ນຈະດີກວ່າ

7 ຢ່ອວດຮູ້: ຖ້າບໍ່ຮູ້ຢ່າບອກວ່າຮູ້ເພື່ອໃຫ້ຕົວເອງເທ່ ເພາະສຸດທ້າຍເຈົ້ານັ້ນລະ ຈະກາຍເປັນຄົນໂງ່
8 ຢ່າອວດເກັ່ງ: ເພາະເຮົາບໍ່ໄດ້ເກັ່ງທີ່ສຸດໃນໂລກ ມີຄົນເກັ່ງກວ່າເຮົາຫຼາຍ ຕ້ອງຍອມຮັບວ່າ ມີຄົນບໍ່ເກັ່ງ ທີ່ອິດສາເຮົາ ຈົ່ງລະວັງຖ້າກວດເກັ່ງ ຈະບໍ່ໄດ້ພັດທະນາຕົວເອງຈັກເທື່ອ

9 ຢ່າອວດເດັ່ນຖ້າຮູ້ສຶກເໜືອກວ່າໃຜ: ເພາະບໍ່ມີໃຜຢາກຮູ້ສຶກດ້ອຍກວ່າເຮົາ ຖ້າຮູ້ວ່າຕົວເອງເດັ່ນໃຫ້ຍົກຍ່ອງຄົນອື່ນ ໃຫ້ເຂົາຮູ້ສຶກເທົ່າກັນກັບເຮົາ ຢ່າຊິງດີຊິງເດັ່ນກັບຜູ້ໃດເລີຍ

10 ຢ່າອວດຄວາມສຸກ: ເພາະຄົນມີຄວາມສຸກແທ້ ບໍ່ຕ້ອງທຽວອວດໃຜວ່າມີຄວາມສຸກ ບໍ່ຕ້ອງໂຊເຂົາວ່າຊີວິດດີ ແບບນັ້ນບໍ່ໄດ້ຮ້ອງວ່າມີຄວາມສຸກ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *