ວັນທີ 20 ພຶດສະພາ 2022, ອົງການອະນາໄມໂລກ (WHO) ລາຍງານ ພົບຜູ້ຕິດເຊື້ອຝີຕຸ່ມລີງ (Monkeypok) ແລ້ວຢ່າງໜ້ອຍ 80 ຄົນ ໃນ 11 ປະເທດທົ່ວໂລກ ເຊິ່ງໃນຈຳນວນນີ້ລວມອິຕາລີ, ສະວີເດນ, ແອັສປາຍ, ປອກຕຸຍການ, ອາເມລິກາ, ການາດາ, ອົດສະຕຣາລີ ແລະ ອັງກິດ. ອີກທັງຍັງມີຜູ້ຕິດເຊື້ອອີກປະມານ 50 ຄົນ ທີ່ກຳລັງເຝົ້າສັງເກດອາການຢູ່.
ໂດຍທົ່ວໄປແລ້ວ ພະຍາດຝີຕຸ່ມລີງມັກພົບຜູ້ຕິດເຊື້ອຢູ່ໃນພື້ນທີ່ຫ່າງໄກຂອງອາຟຣິກາກາງ ແລະ ອາຟຣິກາຕາເວັນຕົກ, ເປັນເຊື້ອໄວຣັສທີ່ບໍ່ຄ່ອຍພົບໃນມະນຸດ, ແຕ່ສາມາດແພ່ກະຈາຍຜ່ານການຕິດຕໍ່ສຳຜັດລະຫວ່າງມະນຸດ ແລະ ສັດ ແລະ ລະຫວ່າງມະນຸດນຳກັນເອງຈາກການສຳຜັດໃກ້ຊິດ ເຊິ່ງຄວາມສ່ຽງໃນການແພ່ກະຈາຍເຊື້ອຢູ່ໃນລະດັບຕໍ່າທີ່ສຸດ.
ອາການຂອງພະຍາດທີ່ພົບເລື້ອຍ ໄດ້ແກ່ ເປັນໄຂ້, ປວດກ້າມຊີ້ນ, ປວດຫົວ, ຕ່ອມນ້ຳເຫລືອງບວມ, ເມື່ອຍ ແລະ ມີອາການທາງຜິວໜັງເຊັ່ນ: ຕຸ່ມໂພງ ເຊິ່ງສ່ວນຫລາຍມັກຈະເຊົາໄດ້ພາຍໃນບໍ່ເທົ່າໃດອາທິດ. ເບື້ອງຕົ້ນຍັງບໍ່ມີວັກຊີນທີ່ສັກເພື່ອປ້ອງກັນ ຫລື ປິ່ນປົວພະຍາດຝີຕຸ່ມລີງໂດຍສະເພາະ.
WHO ຄາດຈຳນວນຜູ້ຕິດເຊື້ອພະຍາດຝີຕຸ່ມລີງອາດເພີ່ມສູງຂຶ້ນອີກ ແນະນຳໃຫ້ເຝົ້າຕິດຕາມພັດທະນາການຂອງພະຍາດຢ່າງໃກ້ຊິດ.
ອ້າງອີງ:
https://www.who.int/news/item/20-05-2022-who-working-closely-with-countries-responding-to-monkeypox
https://www.bbc.com/news/health-61532083
https://www.cnbc.com/2022/05/20/world-health-organization-confirms-80-cases-of-monkeypox-with-outbreaks-in-11-countries.html
