WHO ຊີ້ບອກການເດີນທາງຍັງບໍ່ທັນປອດໄພເຖິງຈະສີດວັກຊິນແລ້ວ !

WHO ຊີ້ບອກການເດີນທາງຍັງບໍ່ທັນປອດໄພເຖິງຈະສີດວັກຊິນແລ້ວ ! ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ພຶດສະພາທີ່ຜ່ານມາ, ທ່ານ ຮັນ ຄຣູດ ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳພາກພື້ນເອີຣົບ ໄດ້ກ່າວເຕືອນວ່າ: ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຍັງຄົງບອບບາງ ແລະ ຄວນຫຼີກລ່ຽງການເດີນທາງສາກົນ ໂດຍ ກ່າວເນັ້ນວ່າ: ວັກຊິນ ທີ່ໄດ້ຮັບອະນຸມັດແລ້ວ ສາມາດຕ້ານໄວຣັດກາຍພັນໄດ້.
ທ່ານ ຮັນ ຄຣຼດ ລະບຸວ່າ: ຂະນະນີ້, ໃນສະຖານະການທີ່ປະເຊີນກັບໄພຂົ່ມຂູ່ ແລະ ຄວາມບໍ່ແນ່ນອນໃໝ່ໆ ພວກເຮົາຈຳເປັນຕ້ອງໃຊ້ຄວາມລະມັດລະວັງຕໍ່ໄປ ແລະ ທົບທວນ ຫຼື ຫຼີກລ່ຽງການເດີນທາງສາກົນ ເພາະໄວຣັດແຜ່ກະຈາຍຢ່າງວ່ອງໄວ. ນອກຈາກນີ້, ທ່ານ ຄຣູດ ຍັງໄດ້ແນະນຳໃຫ້ປະຊາຊົນສີດວັກຊິນຕ້ານພະຍາດໂຄວິດ-19 ຕໍ່ໄປ, ເນື່ອງຈາກໃນຂະນະນີ້ ໃນພາກພື້ນເອີຣົບ ຫາກໍມີການສີດວັກຊິນຕ້ານພະຍາດໂຄວິດ-19 ພຽງ 23% ຂອງປະຊາກອນທັງໝົດ ແລະ ມີປະຊາກອນພຽງ 11% ທີ່ໄດ້ຮັບຄົບສອງໂດສແລ້ວ. ພ້ອມທັງຊີ້ໃຫ້ເຫັນວ່າ: ວັກຊິນ ອາດຈະເປັນແສງສະຫວ່າງທີ່ປາຍທາງແຕ່ພວກເຮົາຕ້ອງບໍ່ໃຫ້ຖືກແສງສະຫວ່າງເຮັດໃຫ້ຕາບອດ.
ຂໍ້ມູນຈາກ : Lao Youth Radio FM 90.0 Mhz

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *