6 ເດືອນຕົ້ນປີ ນະຄອນຫລວງວຽງຈັນ​ ເກັບລາຍຮັບ​ໄດ້​2.611,95 ຕື້ກີບ​ ເທົ່າກັບ​ 46,84% ຂອງແຜນການປີ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ໃນວັນທີ 21 ກໍລະກົດ 2022 ໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ 2022​ ມາຮອດວັນທີ 30 ມິຖຸນາ ນວ ສາມາດເກັບລາຍຮັບໄດ້ທັງໝົດ 2.611,95 ຕື້ກີບ ເທົ່າກັບ 46,84% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 20,92% ເທົ່າກັບ 451,96 ຕື້ກີບ) ໃນນັ້ນ ລາຍຮັບພູດສູນກາງ ປະຕິບັດໄດ້ 1.858,30 ຕື້ກີບ ເທົ່າກັບ 45,32% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 15.23% ເທົ່າກັບ 245,66 ຕື້ກີບ), ລາຍຮັບທ້ອງຖິ່ນ (ນວ) ປະຕິບັດໄດ້ 753,65 ຕື້ກີບ ເທົ່າກັບ 51,05% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 37,69% ເທົ່າກັບ 206,30 ຕື້ກີບ), ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 276,83 ຕື້ກີບ ເທົ່າກັບ 44,26% ຂອງແຜນການປີ, ດ້ານດຸ່ນດ່ຽງປະຕິບັດໄດ້ 347,85 ຕື້ກີບ ເທົ່າກັບ 40,88% ຂອງແຜນການປີ, ສັງລວມແລ້ວນວ ຈັດເກັບລາຍຮັບໃນ 6 ເດືອນຕົ້ນປີ ປະຕິບັດໄດ້ຕາມແຜນທີ່ວາງໄວ້, ສ່ວນຄາດໝາຍທີ່ຍັງບໍ່ທັນປະຕິບັດໄດ້ແມ່ນການເກັບລາຍຮັບທີ່ສູນກາງປະຕິບັດຢູ່ ນວ ແລະ ລາຍຈ່າຍງົບປະມານ.
ໃນດ້ານກະສິກຳ-ປ່າໄມ້ ສາມາດສະໜອງສະບຽງອາຫານໃຫ້ສັງຄົມຄື: ສະໜອງເຂົ້າໄດ້ 67.177 ໂຕນ ເທົ່າກັບ 88% ຂອງແຜນການປີ, ສະເພາະພືດຜັກປະຕິບັດໄດ້ 75.925 ໂຕນ ເທົ່າກັບ 65,5% ຂອງແຜນການປີ, ການສະໜອງທາດຊີ້ນ, ປາ ປະຕິບັດໄດ້ 32.882 ໂຕນ, ປະຕິບັດໄດ້ 50,3% ຂອງແຜນການປີ.
ດ້ານການຜະລິດອຸດສາຫະກໍາ ຂະຫຍາຍຕົວ 5,56%, ການຜະລິດຫັດຖະກໍາຂະຫຍາຍຕົວ 4,34%, ການສົ່ງອອກປະຕິບັດໄດ້ 1.274,93 ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 58,04%, ສ່ວນດ້ານການລົງທຶນ ປະຕິບັດໄດ້ 18.810,91 ຕື້ກີບ ລື່ນແຜນ 43% ຂອງແຜນການປີ.
(ຂ່າວຈາກ:ປຊຊ)

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *