ສະຫລຸບ ການເຄື່ອນໄຫວທ້າວ ນາວາ ຜູ້ ຕິ ດ ເຊື້ ອຄົນທີ 50 (ລັກຂ້າມມາລາວ) ອ່ານດ່ວນ(Zoom) ການເຄື່ອນໄຫວທ້າວ ນາວາ ຜູ້ຕິດໂຄວິດຄົນທີ 50
( ມີຮ້ານໝີ່ກ້ຽວ ແຖວ ໂຮງໝໍ 150 ຕຽງນຳອີກ) ລະວັງໄວ້ເດີ້. ເອກະສານຈາກ ປກສ
ເນື້ອໃນຄໍາໃຫ້ການ: ຕົນເອງໄດ້ເຂົ້າມາປະເທດລາວ ເວລາ 19 ໂມງ ຂອງວັນທີ 09 / 04 / 2011 ໂດຍການຈ້າງເຮືອນ້ອຍຂ້າມ, ເຊີ່ງມີນາຍຫນ້າຕິດຕໍ່ລົດໄປຮັບຢູ່ຕົວເມືອງຫນອງຄາຍ
ເວລາທີ່ຕົ້ນຂ້າມມາຝັ່ງລາວແມ່ນຂຶ້ນຈາກອໍເຟີ້ທ່າບໍ່ ຈັງຫວັດຫນອງ ຄາຍ
ແລ້ວຮອດຝັ່ງລາວແມ່ນລົງຢູ່ຫາດກັນຊາ, ເວລາຈ່າຍເງີນຄ່າຂ້າມມາຝັ່ງລາວແມ່ນຈ່າຍຕັ້ງແຕ່ຂຶ້ນລົດຢູ່ຝັ່ງໄທ ຈໍານວນ 4,500 ບາດ (ສິພັນຫ້າຮ້ອຍບາດ) ແລະ ຕົ້ນກໍບໍ່ໄດ້ສໍາພັດກັບຄົນຂັບເຮືອ
ຫຼັງຈາກຮອດຝັງລາວ ຕົນໄດ້ໂທ ຫາລູກນ້ອງຢູ່ຮ້ານເກມມາຣັບ ຊື່ທ້າວ ໂກ່ (ກັກຕົວແລ້ວ) ຫຼັງຈາກນັ້ນມາພັກຢູ່ເຮືອນເຊົ້າ ຢູ່ເຂດບ້ານ ຈິນາຍໂມ້ ໃນນັ້ນ ມີນາງ ມູນ ທ້າວ ຕິກ ແລະ
ທ້າວ ໂກ່ ລົມກັນຢູ່ ຮອດ ເວລາ 20 ໂມງ ຕົ້ນໄດ້ຂັບລົດອອກໄປຫາແຟນ ຊື່ນາງ ຕີນາ ກັກ ຕົວແລ້ວ) ຢູ່ນໍາກັນຣອດ 24 ໂມງ
ນັ່ງຫຼິ້ນຢູ່ຮ້ານຂາຍເຄື່ອງແຫ້ງຂອງແມ່ນາງ ຕິນາ ຢູ່ບ້ານ ສີບຸນເຮືອງ ເຊິ່ງມີແມ່ຂອງ ນາງ ຕິນາ ປູ່ນໍາ, ຫຼັງຈາກນັ້ນຕົ້ນກໍ່ກັບຮ້ານເກມ ຢູ່ບ້ານ ໂພນຕ້ອງສະຫວາ
ຫຼັງຈາກກັບຈາກເຮືອນແຟນແລ້ວຕົ້ນໄດ້ມາພັກຢູ່ຮ້ານເກມ ໂພນຕ້ອງ ແລ້ວໃຫ້ ທ້າວ ເພັດ ເກັກຕົວແລ້ວ) ໄປຊື້ຢາໃຫ້ ແລະ ໄດ້ພົບກັບ ນາງນ້ອຍ ຢູ່ໃນຮ້ານເກມ (ກັກຕົວແລ້ວ),
ຕົກມາຮອດວັນທີ່ 10 /04 /2021 ເລລາ 07 ໂມງ ເຊົ້າ ຕົ້ນໄມ້ໃຫ້ແຟນໄປຣັບເພື່ອໄປກວດສຸຂະພາບຢູ່ໂຮງຫມໍ 150 ຕຽງ ຖືກເຂດນອກ ບໍ່ໄດ້ສໍາພັດກັບໃຜ,ແລ້ວ
ຕົ້ນໄດ້ຈ່າຍເງີນຢູ່ເຄົ້າເຕີ້(ຈ່າຍເອງ) ແລ້ວໄປກວດເລືອດ ເວລາລໍຖ້າຜົນກວດເລືອດ ແມ່ນໄດ້ໄປກີນຫມີ່ກຽວກັບ ນາງ ຕີນາ ຢູ່ຮ້ານຂ້າງໂຮງຫມໍ 150 ຕຽງ ທາງລົງໄປບ້ານ ໂພນສະຫວ່າງ
ໃນຮ້ານຫມີກຽວມີຄົນຫຼາຍພໍສົມຄວນ ແລະ ມີ ເດັກນ້ອຍ 01 ຄົນ ເວລາ ກິນຫມີ່ແລ້ວຕົນເປັນຄົນຈ່າຍເງີນເອງໃຫ້ແມ່ຄ້າ
ຫຼັງຈາກນັ້ນກໍ່ເຂົ້າມາເອົາຜົນກວດເລືອດແລ້ວ ກໍ່ໄດ້ກັກຕົວເພາະວ່າຜົນກວດອອກມາພົບເຊື້ອໂຄວິດ19 ແລະ ກໍ່ໄດ້ປິ່ນປົວຢູ່ໃນໂຮງຫມໍ 150 ຕຽງຈົນເຖິງປັດຈຸບັນ
ກ່ຽວກັບທຸລະກິດທີ່ຕົ້ນເຮັດແມ່ນຮ້ານເກມຮ້ານດຽວຢູ່ບ້ານ ໂພນຕ້ອງສະຫວາດ ເມືອງ ຈັນທະບູລີ ນະຄອນ ຫຼວງວຽງຈັນ ເຊິ່ງໄດ້ເຂົ້າຫຸ້ນກັບທ້າວ ເພັດ (ກັກຕົວຢູ່ສູນ) ຄົນລະ 50%
*
ຫຼັງຈາກທີ່ຕົນເຂົ້າມາປະເທດລາວນັ້ນບໍ່ໄດ້ ກັກຕົວຕິດຕາມອາການຫຍັງເລີຍ ເພາະວ່າຕົນໄດ້ລັກລອບຂີ່ເຮືອນ້ອຍຂ້າມນ້ໍາຂອງມາເລີຍ ເຊິ່ງບໍ່ໄດ້ຜ່ານດ່ານຕາມ ລະບຽບກົດຫມາຍ
ດັ່ງນັ້ນ ຈຶ່ງລາຍງານມາຍັງທ່ານຫົວຫນ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເພື່ອຊາບ