ສາທາ ຮຽກຮ້ອງປະຕິບັດແຈ້ງການຢ່າງເຄັ່ງຄັດ ເພື່ອຫລຸດຜ່ອນການແພ່ເຊື້ອໂຄວິດ-19

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງທຸກພາກສ່ວນໃຫ້ປະຕິບັດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຢ່າງເຂັ້ມງວດເພື່ອຫລຸດຜ່ອນການແພ່ເຊື້ອໂຄວິດ-19 ໃນໄລຍະຕ້ອນຮັບປີໃໝ່ສາກົນທີ່ຈະມາເຖິງ.
ທ່ານ ຣັດຕະນະໄຊ ກ່າວວ່າ: ຕົ້ນປີ 2022 ສປປ ລາວ ຈະເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນເຂດສີຂຽວ ດັ່ງນັ້ນພວກເຮົາຕ້ອງພ້ອມກັນຕັດສິນໃຈເດັດຂາດປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດໃນໄລຍະເວລາທີ່ຍັງເຫລືອຂອງປີ 2021 ເພື່ອເຮັດແນວໃດໃຫ້ໂຕເລກຕິດເຊື້ອທົ່ວປະ ເທດ ກໍຄືຢູ່ນະຄອນຫຼວງວຽງຈັນຫລຸດລົງໄວເທົ່າທີ່ຈະໄວໄດ້ ເພາະຖ້າພວກເຮົາເມີນເສີຍ ແລະ ຍັງລະເມີດແຈ້ງການຈະເຮັດໃຫ້ສະພາບການລະບາດທີ່ພວກເຮົາພວມຜະເຊີນໃນປັດຈຸບັນກໍຍັງຈະສືບຕໍ່ສູງໃນລະດັບ 4 ໂຕເລກ ແລະ ຖ້າສາຍພັນ omicron ສາມາດຫລຸດເຂົ້າມາແພ່ລະບາດໃນຊຸມຊົນຂອງພວກເຮົາຈະເຮັດໃຫ້ສະພາບການລະບາດຢູ່ປະເທດເຮົາຍິ່ງຮ້າຍແຮງ ແລະ ໜັກໜ່ວງກວ່າເກົ່າ. ດັ່ງນັ້ນ, ທ່າອ່ຽງການລະ ບາດຂອງພະຍາດໂຄວິດຈະຂຶ້ນ ຫລື ລົງ ຂຶ້ນນຳທຸກໆທ່ານລວມທັງທຸກພາກສ່ວນໃນສັງຄົມທີ່ຈະປະຕິບັດຕົນເອງແນວໃດເພື່ອບໍ່ໃຫ້ການລະບາດແກ່ຍາວ.
ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ຄະນະສະພາະກິດພວກເຮົາຮຽກຮ້ອງປະຊາຊົນ, ພະນັກ ງານ, ກຳລັງປະກອບອາວຸດ ແລະ ທຸກພາກສ່ວນໃນສັງຄົມ ລວມທັງຄົນຕ່າງປະເທດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ ຕ້ອງໄດ້ປະຕິບັດແຈ້ງການຢ່າງເຂັ້ມງວດ ໂດຍສະເພາະຫ້າມຈັດງານຊຸມແຊວ, ເຕົ້າໂຮມ ແລະ ຈັດກິດຈະກຳສ້າງສັນໃນຮູບການຕ່າງໆ ທັງບໍ່ໃຫ້ອົງການຈັດຕັ້ງພັກ-ລັດທຸກຂັ້ນຈັດການສະເຫລີມສະຫລອງຢ່າງເດັດຂາດ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *