ຮື້ຖອນ ໂຕະ ຕູບ ຕຽງ ສິ່ງກີດຂວາງອອກຈາກແຄມນ້ຳຊອງ

ອີງຕາມຂໍ້ຕົກລົງ ກິດຈະການ ຮ້ານອາຫານ ຮ້ານກິນດື່ມ ແລະ ຮ້ານຂາຍເຄື່ອງ ຢູ່ແຄມນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ເລກທີ 581/ ຈມ.ວວ ແມ່ນຫ້າມຜູ້ປະກອບການ ເອົາຕູບ, ໂຕະ, ຕຽງ, ແລະ ສິ່ງກີດຂວາງຕ່າງໆ ລົງເກີນຂອບເຂດ ທີ່ກໍາໜົດໄວ້ ເພາະເປັນການຕັນທາງນໍ້າ, ຕົກມາຮອດວັນທີ 16 ມີນາ ຄະນະສະເພາະກິດ ໄດ້ລົງໄປຮື້ຖອນ ເອົາສິ່ງປຸກສ້າງ ອອກຈາກທາງນໍ້າ ເພື່ອສ້າງຄວາມເປັນລະບຽບ ໃຫ້ສາຍນໍ້າຊອງ ທັງຍັງເປັນການຮັກສາ ທັດສະນີຍະພາບ ຂອງສາຍນໍ້າຊອງ ໃຫ້ມີຄວາມຈົບງາມ ແບະ ສະອາດງາມຕາ ຢູ່ຕະຫຼອດເວລາ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *