ການປັບປຸງກົງຈັກ ຫຼື ຄະນະລັດຖະບານຊຸດໃໝ່ຖືວ່າເປັນປະເດັນສຳຄັນ

ການປັບປຸງກົງຈັກ ຫຼື ຄະນະລັດຖະບານຊຸດໃໝ່ຖືວ່າເປັນປະເດັນສໍາຄັນ ໃນ ກອງ ປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ທ້າຍເດືອນມີນາ 2021 ນີ້ ຫຼື ພາຍຫຼັງທີ່ສໍາເລັດກອງປະຊຸມຄັ້ງປະຖົມ ມະລຶກຂອງສະພາ ແຫ່ງຊາດ ຊຸດທີ IX ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-26 ມີນາ 2021 ທີ່ຈະມາເຖິງນີ້ ທີ່ຫໍສະພາແຫ່ງຊາດ
(ທາດຫຼວງ) ນະຄອນຫຼວງວຽງຈັນ, ປະຊາຊົນລາວທຸກທົ່ວໜ້າຈະໄດ້ເຫັນຄະນະລັດ ຖະບານຊຸດໃໝ່ ເພື່ອຈະນໍາພາປະເທດລາວໃຫ້ມີການພັດ ທະນາໄປ ຕາມຍຸກຕາມສະໄໝ ສິ່ງສໍາຄັນແມ່ນພວກເຂົາຕ່າງຝາກຄວາມຫວັງ ກັບຄະນະລັດຖະບານຊຸດໃໝ່ນີ້ໃນການແກ້ໄຂສະພາບເສດ ຖະກິດ ທີ່ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ບັນຫາອື່ນໆ. ຄະນະເລຂາທິການສະພາແຫ່ງຊາດໄດ້ອອກແຈ້ງການເຖິງພະນັກງານ, ທະຫານ-ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າທົ່ວປະເທດ
ເມື່ອບໍ່ດົນມານີ້ ກຽ່ວກັບການເປີດກອງປະຊຸມດັ່ງກ່າວເພື່ອ ປະຕິດບັດຕາມມາດຕາ 57 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 32/ຄປຈ, ລົງວັນທີ 11 ມີນາ 2021.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *