ຫວຽດນາມຖະແຫຼງເມື່ອວັນທີ 29 ພຶດສະພານີ້ວ່າ ພົບເຊື້ອໂຄວິດ ສາຍພັນໃໝ່ໃນປະເທດ ເປັນເຊື້ອໂຄວິດ ໄຮບຣີດ ຊຶ່ງເປັນເຊື້ອປະສົມລະຫວ່າງສາຍພັນອິນເດຍ ກັບ ສາຍພັນອັງກິດ ສາມາດແພ່ກະຈາຍໃນອາກາດໄດ້ໄວຂຶ້ນ ແລະ ຕິດເຊື້ອງ່າຍຂຶ້ນ.
ສຳນັກຂ່າວ ຣອຍເຕີ ລາຍງານວ່າ ລັດຖະມົນຕີກະຊວງສາທາລະສະສຸກຂອງຫວຽດນາມຖະແຫຼງວ່າ ທາງການຫວຽດນາມກວດພົບເຊື້ອໂຄວິດສາຍພັນອິນເດຍ ແລະ ເຊື້ອໂຄວິດດສາຍພັນອັງກິດ ຊຶ່ງສາມາດແພ່ກະຈາຍຢ່າງໄວວາໃນອາກາດ.
ທ່ານ ຫງວຽນແທງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມກ່າວວ່າ ຈາກການກວດສອບລຳດັບພັນທະກຳຂອງເຊື້ອໂຄວິດດທີ່ພົບໃນຄົນເຈັບລາຍໃໝ່ພວກເຮົາໄດ້ພົບວ່າ ເປັນເຊື້ອໂຄວິດສາຍພັນໃໝ່ທີ່ເປັນລູກປະສົມລະຫວ່າງເຊື້ອໂຄວິດສາຍພັນອິນເດຍ ແລະ ອັງກິດ.
ກ່ອນໜ້ານີ້ ຫວຽດນາມ ໄດ້ພົບເຊື້ອໂຄວິດໃນປະເທດ 7 ສາຍພັນໄດ້ແກ່ B.1.222, B.1.619,D614G,B.1.1.7 (ສາຍພັນອັງກິດ) , B.1.351,A.23.1 ແລະ B.1.617.2 (ສາຍພັນອິນເດຍ)
