ໜາວຂ້າມປີ!​ ກົມ​ອຸຕຸເຕືອນເຝົ້າລະວັງ ສະພາບອາກາດໜາວ​ ໃນລະຫວ່າງວັນທີ 27 ທັນວາ 2021 ຫາ 02 ມັງກອນ 2022

ໜາວຂ້າມປີ!​ ເຄົ້າດາວປີນີ້ຍັງໄດ້ສຳພັດອາກາດໜາວ
ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ມີຄຳເຕືອນເຝົ້າລະວັງ ສະພາບອາກາດໜາວ​ ໃນລະຫວ່າງວັນທີ 27 ທັນວາ 2021 ຫາ 02 ມັງກອນ 2022 ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່​ ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽເໝືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫ່ຍ, ຊື່ງຈະເຮັດໃຫ້ອຸນພະພູມອາກາດເຢັນ ຫາ​ ໜາວເຢັນ ລົງ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ, ໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູດອຍ, ແຂວງ ໄຊສົມບູນ ແລະ​ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.
ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີ
ສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດຈະໜາວເຢັນຫຼາຍ, ຊຶ່ງອາດຈະເຮັດໃຫ້ມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *