ໄວລຸ້ນສ້າງໂຕ ຍຸດທ່ຽວຍຸດປາຕີ້ ຫາເງິນສ້າງເຮືອນໃຫ້ແມ່ ແລະ ກຳລັງຊິຊື້ລົດໃນໄວພຽງ 20ປີ

ຈາກໂພສ ຟ້າໃສ ກຸນລາວົງ ໂພສ ແຊປະສົບການທີ່ມາຮອດຈຸດນີ້ໄດ້ຄວາມຄິດຄວາມຝັນຂອງໄວລຸ້ນອາຍຸ20ປີ ອີກ4ເດືອນກະຈະເຕັມ21ລະເດີ ໃຜອ່ານຈົບຂໍໃຫ້ຊີວິດດີຂື້ນ.

ເຈ້ຍໃບນີ້ຂຽນຕັ້ງແຕ່2019 ນີ້ຄືຄວາມຝັນຂອງຟ້າເອງ ໂຕຫນັງສືຈະນ້ອຍແນ່ເດີ ແລະ ຈະຂຽນສັບໄປສັບມາບາງຄຳກະຈະຕີຄວາມຫມາຍບໍ່່ອອກ ແປເອົາເດີ.

ຟ້າເປັນເດັກນ້ອຍຄົນຫນື່ງທີ່ຢາກໄດ້ຢາກມີຄືກັບຄົນອື່ນ ຟ້າຂຽນໃນເຈ້ຍໃບນີ້ຄື ອີກ3ປີຂ້າງຫນ້າຟ້າຕ້ອງມີເຮືອນ ມີເງິນເກັບ ແລະ ມີຄອບຄົວຢູ່ນຳກັນດ້ວຍຄວາມອົບອຸ່ນ ແລະ ຕ້ອງມີລົດທີ່ຊື້ດ້ວຍເງິນຕົວເອງ.

ໃນເມື່ອຟ້າໄດ້ຕັ້ງເປົ້າຫມາຍຊັດເຈນແລ້ວຟ້າຈະລຸຍເຕັມທີ່ ແລະ ລຸຍທຸກສະຖານະການບໍ່ວ່າຈະເຈີອຸປະສັກປັນຫາຟ້າບໍ່ລົ້ມເລີກຟ້າບໍ່ຖອຍເພາະເຊື່ອສະເຫມີຖ້າເຮົາບໍ່ຍຸດໄປກ່ອນມື້ຫນື່ງຕ້ອງມີມື້ເຮົາ.

ຟ້າ ຂ າ ຍ ອອນໄລນຕັ້ງແຕ່ອາຍຸ15 ທຸກຢ່າງເລີ່ມເຂົ້າທີ່ເຂົ້າທາງຈີງຈັງແມ່ນຕົ້ນປີ2020

ແລະໃນປີນີ້ຟ້າຫນັກແຫນ້ນຊັດເຈນກັບສີ່ງທີ່ເຮັດຫລາຍຂື້ນ ຟ້າຍຸດທ່ຽວຍຸດເຮຮາປາຕີ້ໄດ້ ເພື່ອເອົາເວລາມາສ້າງຄວາມສຳເລັດປີ2020ຟ້າກະໄດ້ຕັ້ງ ເປົ້າຫມາຍຄືຕ້ອງຊື້ດິນໃຫ້ໄດ້ກ່ອນ ແລະຟ້າສາມາດເກັບເງີນຊື້ດິນໄດ້1ຕອນແມ່ນເດືອນ4/2020 ເລີ່ມສ້າງເຮືອນແມ່ນ 17/12/2020 ສ້າງເຮືອນສຳເລັດ ເດືອນ4/2021

ແລະ ລົດrevo ກຳລັງຈະອອກໄວໄວນີ້ສະຫລຸບແລ້ວກະຄືຟ້າບໍ່ແມ່ນຄົນມີທືນມາແຕ່ໃດ ແຕ່ຟ້າມີໃຈມີແຮງຢາກເຮັດ ຈື່ງເຮັດໃຫ້ຄວາມຝັນຟ້າເກີດຂື້ນຈິງໄດ້ ດິນ ເຮືອນ ຄອບຄົວທີ່ອົບອຸ່ນ ອິດສະຫລະພາບທາງດ້ານເວລາ ແລະ ໄດ້ຄູ່ຊິວິດທີ່ດີຊ່ວຍກັນເຮັດຊ່ວຍກັນຫາ Xaisana Mounthavong.

ຟ້າຂໍເປັນກຳລັງໃຈໃຫ້ກັບໄວລຸ້ນ ແລະ ທຸກຄົນທີ່ກຳລັງສ້າງຕົວຢູ່ ຖ້າເຮົາມີເປົ້າຫມາຍທີ່ຊັດເຈນແລ້ວ ລົງມືເຮັດໃຫ້ເຕັມທີ່ດຽວມື້ຫນື່ງມີມື້ຂອງເຮົາແນ່ນອນ

   

ຢ່າລືມ ກົດໄລນ໌ ກົດແຊຮ໌ ໃຫ້ກັບໄວຫນຸ່ມລາວທີ່ເຮັດສິ່ງດີໆແດ່ເດີ ຂໍຂອບໃຈ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *