ກົມອຸຕຸນິຍົມ ແລະ ອຸທົກກະສາດ ສະພາບອາກາດອາທິດນີ້ ເຕືອນເຝົ້າລະວັງ ສະພາບຝົນຕົກໜັກຟ້າຮ້ອງ-ຟ້າເຫຼື້ອມ, ນໍ້າຖ້ວມ ແລະ ດິນເຈື່ອນ ໃນໄລຍະວັນທີ 25 ຫາ 26 ສິງຫາ 2022 ເນື່ອງຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ມີຝົນຕົກໜັກ, ນໍ້າຖ້ວມຊູ, ນໍ້າຖ້ວມຍື່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີຝົນຕົກຕິດຕໍ່ກັນຫຼາຍວັນ, ພ້ອມໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.