ກົມອຸຕຸນິຍົມແລະອຸທົກກະສາດ ຄາດຄະເນສະພາບອາກາດໃນອາທິດນີ້ ໂດຍມີຄຳເຕືອນເຝົ້າລະວັງໃຫ້ສະພາບຝົນຕົກຟ້າຮ້ອງ -ຟ້າເຫຼື້ອມໃນໄລຍະວັນທີ 06 ຫາ 08 ພຶດສະພາ 2022 ເນື່ອງຈາກສອງກະແສລົມ ລົມຕາເວັນຕົກ ແລະ ລົມເວັນຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າ
ເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ
ລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ – ຟ້າເຫຼື້ອມ ແລະ ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ.
