ໄພເງິນເຟີ້ຢູ່ເອີຣົບ ບັນລຸສະຖິຕິໃໝ່​ ເພີ່ມຂຶ້ນ 8,8%

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມຂໍ້ມູນຂອງອົງການສະຖິຕິເອີຣົບ (Eurostat), ລະດັບເງິນເຟີ້ໃນເດືອນ ພຶດສະພາ ປີ 2022 ຂອງ ອີຢູ​ (EU) ບັນລຸລະດັບສະຖິຕິໃໝ່ ເພີ່ມຂຶ້ນ 8,8%.
ພາກພື້ນນຳໃຊ້ສະກຸນເງິນເອີໂຣ ກໍ່ຮັບຮູ້ໄດ້ເຖິງລະດັບເງິນເຟີ້ນັບແຕ່ສະກຸນເງິນ ເອີໂຣ ຢູ່ໃນລະດັບ 8,1%. ປະເທດມີອັດຕາເງິນເຟີ້ສູງສຸດ ແມ່ນ ແອັສໂຕເນຍ ຢູ່ໃນລະດັບ 20,1%, ຖັດມາແມ່ນ ລິດຕົວນີ ຢູ່ໃນລະດັບ 18,5% ແລະ ລັດເວຍ ແມ່ນ 16,8%. ປະເທດ ຝຣັ່ງ ແລະ ມານຕາ ແມ່ນສອງປະເທດມີອັດຕາເງິນເຟີ້ຕ່ຳທີ່ສຸດ, ຢູ່ໃນລະດັບ 5,8%.

ສາຍເຫດຕົ້ນຕໍແມ່ນຍ້ອນຂາດດຸ່ນແຫຼ່ງສະໜອງພາຍຫຼັງພະ ຍາດລະບາດໂຄວິດ – 19 ແລະ ລາຄາພະລັງງານເພີ່ມຂຶ້ນສູງ. ຄະນະກຳມະການເອີຣົບ ໄດ້ຫຼຸດລະດັບການຄາດຄະເນການເຕີບໂຕດ້ານເສດຖະກິດຈາກລະດັບ 4% ລົງເຫຼືອພຽງ 2,7% ໃນປີນີ້. ຍ້ອນໄພເງິນເຟີ້ ພວມບັນລຸລະດັບສະຖິຕິ ຍິ່ງເຮັດໃຫ້ນັກເສດຖະກິດຫຼາຍທ່ານກ່າວເຕືອນວ່າ ເອີຣົບ ອາດຈະຕົກຢູ່ໃນສະພາບຊຸດໂຊມລົງໃນທ້າຍປີນີ້.
ທີ່ມາຂ່າວ: ປະຊາຊົນ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *