ໂຮງໝໍຊຸມຊົນເມືອງເລົ່າງາມ ໄດ້ຮັບລົດນໍາສົ່ງຄົນເຈັບຄັນໃໝ່

ໂຮງໝໍຊຸມຊົນເມືອງເລົ່າງາມ ໄດ້ຮັບລົດນໍາສົ່ງຄົນເຈັບຄັນໃໝ່
ພະແນກສາທາລະສຸກແຂວງສາລະວັນ ຈັດພິທີມອບ-ຮັບ ລົດສົ່ງຄົນເຈັບ (AMBULANCE) ຈໍານວນ 1 ຄັນ ຊຶ່ງມີມູນຄ່າ 45.000 ໂດລາ (ປະມານ 675 ລ້ານກວ່າກີບ) ໃຫ້ຫ້ອງການສາທາລະນະສຸກ ເມືອງເລົ່າງາມ,ພາຍໃນລົດປະກອບມີ ອຸປະກອນທາງການແພດຄົບຊຸດ ເພື່ອໃຊ້ເຂົ້າໃນການປະຖົມພະຍາບານຄົນເຈັບຂັ້ນຕົ້ນ, ລົດຄັນດັ່ງກ່າວນີ້, ເປັນລົດທີ່ໄດ້ຈາກການແບ່ງປັນຂອງລັດຖະບານລາວ ທີ່ໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຈາກລັດຖະບານປະເທດຍີ່ປຸ່ນ ໃນງວດທີ 2 ຊຶ່ງມີຈໍານວນທັງໝົດ 4 ຄັນ ແລະ ທາງພະແນກສາທາລະນະສຸກແຂວງ ສາລະວັນ ກໍໄດ້ແບ່ງປັນໃຫ້ບັນດາຫ້ອງການສາທາລະສຸກເມືອງກໍຄືບັນດາໂຮງໝໍເມືອງຕ່າງໆ ທີ່ຍັງບໍ່ທັນພຽງພໍດ້ານພາຫະນະໃນການຮັບ-ສົ່ງຄົນເຈັບ ແລະ ນໍາໃຊ້ເຂົ້າວຽກງານທີ່ຈຳເປັນ.
ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເດີ່ນໜ້າຫ້ອງການສາທາລະນະສຸກເມືອງ (ໂຮງໝໍເມືອງເລົ່າງາມ) ໂດຍເປັນກຽດມອບຂອງ ທ່ານ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກສຸກແຂວງ, ຮັບໂດຍທ່ານ ນາງ ຈັນທະລີ ກິດຕິລາດລັງສີ ຫົວໜ້າຫ້ອງການສາທາລະນະສຸກເມືອງເລົ່າງາມ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຫວັນ ສີສະໝຸດ ຮອງເຈົ້າເມືອງເລົ່າງາມ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ
(ຂ່າວ-ພາບ: ສິດຕາ ເພັດວົງສາ)

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *