ແຈ້ງການ: ເລື່ອງ ຈຳໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ (ງວດທີ I ຄັ້ງວັນທີ 15 ມິຖຸນາ 2022)
ຫ້ອງການ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ,
ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດ ຊາບວ່າ: ນັບແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນໄປ
ທະນາຄານແຫ່ງ ສປປ ລາວ ຈະໄດ້ເປີດຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 1 ໃນ
ວົງເງິນຈຳໜ່າຍທັງໝົດ 5.000.000.000.000 ກີບ (ຫ້າພັນຕື້ກີບ).
ຈຸດປະສົງໃນການອອກພັນທະບັດ ທຫລ ສະກຸນ
ເງິນກີບໃນຄັ້ງນີ້ ແມ່ນເພື່ອໃຫ້ທຸກຊັ້ນຄົນໃນສັງຄົມໄດ້ມີໂອກາດລົງທຶນໃນປະເພດຫລັກຊັບທີ່ມີຄວາມໝັ້ນຄົງ ແລະ
ປອດໄພທີ່ສຸດ ແລະ ໃຫ້ຜົນຕອບແທນທີ່ດີ, ພ້ອມທັງ ເປັນການຈັດຕັ້ງປະຕິບັດນະໂຍບາຍເງິນຕາ, ປະກອບສ່ວນເຂົ້າ
ໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ເພື່ອໃຫ້ບັນລຸໄດ້ຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ
ແຫ່ງຊາດ ກໍ່ຄືວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເງິນຕາຂອງປະເທດ
ເຮົາ.
ການຈຳໜ່າຍພັນທະບັດ ທຫລ ໃນຄັ້ງນີ້ ໄດ້ດຳເນີນຜ່ານທະນາຄານທຸລະກິດ 9 ແຫ່ງ ທີ່ເປັນທະນາຄານຕົວ
ແທນຈໍາໜ່າຍ ດັ່ງລາຍຊື່ລຸ່ມນີ້:
1) ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ;
2) ທະນາຄານ ພັດທະນາລາວ;
3) ທະນາຄານ ສົ່ງເສີມກະສິກຳ;
4) ທະນາຄານ ຮ່ວມພັດທະນາ;
5) ທະນາຄານ ພົງສະຫວັນ;
6) ທະນາຄານ ເອສທີ;
7) ທະນາຄານ BIC;
8 )ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ;
9) ທະນາຄານອຸດສາຫະກໍາ ແລະ ການຄ້າຈີນ (ICBC).
ພັນທະບັດ ທະນາຄານແຫ່ງ ສປປ ລາວ ທີ່ອອກຈຳໜ່າຍມີຄຸນລັກສະນະຕົ້ນຕໍ ດັ່ງນີ້:
ຮູບແບບເອເລັກໂຕຼນິກ (ບໍ່ເປັນພັນທະບັດໃບເຈ້ຍ, Script less) ທີ່ມີການເກັບຮັກສາໄວ້ນຳ ສູນຮັບຝາກຫຼັກ
ຊັບຂອງ ຕະຫຼາດຫຼັກຊັບລາວ, ຜູ້ຊື້ພັນທະບັດ ຈະໄດ້ຮັບໃບຢັ້ງຢືນການຖືຄອງພັນທະບັດ ຫຼື ເອີ້ນວ່າ (BOL Bill Certificate) ຈາກທະນາຄານທຸລະກິດທີ່ເປັນຕົວແທນຈໍາໜ່າຍ (ແບບຕົວຢ່າງໄດ້ຄັດຕິດມາ
ພ້ອມນີ້);
– ພັນທະບັດ ທຫລ ແມ່ນ ມີອາຍຸຄົບກຳນົດ 06 ເດືອນ, ບໍ່ສາມາດປ່ຽນມືໄດ້;
– ອັດຕາດອກເບ້ຍ 20% ຕໍ່ປີ, ຊຳລະດອກເບ້ຍ ແລະ ຕົ້ນທຶນຄັ້ງດຽວ ເມື່ອຄົບກຳນົດອາຍຸໄຖ່ຖອນ;
– ມູນຄ່າຈໍາໜ່າຍພັນທະບັດຕໍ່າສຸດ ແມ່ນ 100.000 ກີບ (ໜຶ່ງແສນກີບ), ບຸກຄົນສາມາດຊື້ໄດ້ສູງສຸດບໍ່ເກີນ
2.000.000.000 ກີບ (ສອງຕື້ກີບ); ນິຕິບຸກຄົນສາມາດຊື້ໄດ້ສູງສຸດບໍ່ເກີນ 10.000.000.000 ສືບຕື້ກີບ);
– ຜູ້ມີເງື່ອນໄຂຊື້ພັນທະບັດ ແມ່ນບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີພູມລຳເນົາຢູ່ ສປປລາວ ນັບແຕ່ 1 ປີຂື້ນໄປ; ບໍ່ອະນຸຍາດໃຫ້ ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບເງິນຝາກ ທີ່ເຄື່ອນໄຫວທຸລະກິດຢູ່ ສປປ ລາວ ຊື້ພັນທະບັດດັ່ງກ່າວ;
– ໄລຍະເວລາຈຳໜ່າຍພັນທະບັດ ທຫລ: ນັບແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນໄປ, ຕາມເວລາໃຫ້ບໍລິການ
ຂອງທະນາຄານທຸລະກິດ ທີ່ເປັນຕົວແທນຈໍາໜ່າຍຢູ່ທຸກສາຂາ ແລະ ໜ່ວຍບໍລິການ ຂອງທະນາຄານຕົວແທນ
ໃນຂອບເຂດທົ່ວປະເທດ.
ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານ ເພື່ອຊາບ ແລະ ຂໍເຊີນຊວນບັນດາທ່ານຜູ້ທີ່ມີຄວາມສົນໃຈ ເຂົ້າມາພົວພັນນຳທະນາຄານທຸລະກິດທີ່ເປັນຕົວແທນຈໍາໜ່າຍ ຕາມວັນເວລາດັ່ງກ່າວດ້ວຍ.
