ແຈ້ງການ ປັບເກັບຄ່າເຂົ້າຊົມ ແຫຼ່ງທ່ອງທ່ຽວມໍລະດົກແຫ່ງຊາດ ( ຫໍພຣະແກ້ວ, ວັດສີສະເກດ ແລະ ພຣະ ທາດຫຼວງວຽງຈັນ ).

ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງການ ມາ
ຍັງບໍລິສັດນຳທ່ຽວ, ຫົວຫນ່ວຍທຸລະກິດການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ບຸກຄົນ, ນິຕິບຸກຄົນ, ພໍ່,
ແມ່, ປະຊາຊົນ, ທະຫານ, ຕໍາຫຼວດ, ທັງພໍ່ຄ້າຊາວຂາຍທົ່ວສັງຄົມ ແລະ ອົງການຈັດຕັ້ງສາກົນປະຈຳລາວ, ເພື່ອຊາບ
ວ່າ: ແຫຼ່ງທ່ອງທ່ຽວ ຫໍພຣະແກ້ວ, ວັດສີສະເກດ ແລະ ພຣະທາດຫຼວງ ທີ່ເປັນມໍລະດົກແຫ່ງຊາດ ຈະໄດ້ເກັບຄ່າເຂົ້າ
ຊົມໃນລາຄາໃໝ່ ຕາມໝວດທີ 3 ມາດຕາ 39 ຂອງລັດຖະບັນຍັດປະທານປະເທດ ເລກທີ 002/ປທທ, ລົງວັນທີ
17 ມິຖຸນາ 2021, ນັບຕັ້ງແຕ່ວັນທີ 01 ມິຖຸນາ 2022 ເປັນຕົ້ນໄປ ລາຍລະອຽດດັ່ງລຸ່ມນີ້:
1. ປີ້ເຂົ້າຊົມຄົນລາວ ລາຄາເກົ່າ 3,000 ກີບ/ຄົນ
ມາເປັນລາຄາໃໝ່ 5,000 ກີບ/ຄົນ.
2. ປິເຂົ້າຊົມຄົນຕ່າງປະເທດ ລາຄາເກົ່າ 10,000 ກີບ/ຄົນ. ມາເປັນລາຄາໃໝ່ 30,000 ກີບ/ຄົນ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງທ່ານເພື່ອຊາບ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *