ແຈ້ງການເຖິງ: ທ່ານ ຫົວຫນ້າພະແນກ, ອົງການທຽບເທົ່ງອ້ອມຂ້າງແຂວງ.ທ່ານ ເຈົ້າເມືອງ 5 ຕົວເມືອງ,
ເລື່ອງ: ແຈ້ງໂຈະການຈັດງານປີໃຫມ່ລາວ ພສ 2564 (ຄສ 2021).
ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ່ 286/ຫສຍນ ລົງວັນທີ 23/03/2021
ອີງຕາມ ແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 204/ຕາວຍ.ສບ, ລົງວັນທີ່ 01 ເມສາ 2021.
ອີງຕາມ ບົດບັນທຶກກອງປະຊຸມຄະນະປະຈໍາພັກແຂວງສາລະວັນ, ຄັ້ງວັນທີ 04/04/2021
ຫ້ອງວ່າການແຂວງສາລະວັນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບດັ່ງນີ້:
1. ອົງການປົກຄອງແຂວງສາລະວັນ ໂຈະການຈັດງານປີໃຫມ່ລາວ ພສ 2504 ( ຄສ 2021 ) ທີ່ຈະຈັດຂຶ້ນໃນວັນທີ 12 ເມສາ 2021 ຢູ່ທີ່ເຮືອນຮັບແຂກຂອງແຂວງ,
2. ຫ້າມບໍ່ໃຫ້ ເມືອງ, ພະແນກການ – ສົ້ງການທຽມເກົ່າ ອ້ອມຂ້າງແຂວງ ຈັດຕັ້ງການມາອ່ວຍພອນ ຫຼື ນໍາເຂົ້າກະຕ່າ ດອກໄມ້, ກະຕ່າຂອງຂວັນ ມາມອບໃຫ້ ຄະນະນໍາຂອງແຂວງ ຢູ່ສໍານັກງານ ອົງການໂດຍເດັດຂາດ, ສໍາລັບພະແນກ, ອົງ ການ ແລະ ເມືອງ
ແມ່ນບໍ່ໃຫ້ຈັດງານສະເຫຼີມສະຫຼອງປີໃຫມ່ ຢູ່ສໍານັກງານ – ອົງການ ແບບຄຶກຄື້ນ, ມີການເສບງັນ, ມີວົງດົນຕີຢາງເດັດຂາດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ,ຫົວຫນ້າຫ້ອງວ່າການ ແຂວງສາລະວັນຫ້ອງວ່າການ ປົກຄອງ