ແຈ້ງການດ່ວນ! ເມືອງ ໂພນໂຮງແຈ້ງໂຈະຮ້ານບັນເທີງທຸກປະເພດຊົ່ວຄາວ ໃນສິ້ນສຸດການສອບເສັງ ມໍ7

ແຈ້ງການດ່ວນ! ເມືອງ ໂພນໂຮງແຈ້ງໂຈະຮ້ານບັນເທີງທຸກປະເພດຊົ່ວຄາວ ໃນສິ້ນສຸດການສອບເສັງ ມໍ7
ຫ້ອງການ ຖວທ ແຈ້ງເຖິງຜູ້ປະກອບການ,ຫົວໜ່ວຍທຸລະກິດ, ຮ້ານອາຫານ, ຮ້ານບັນເທີງ, ຮ້ານຄາລະໂອເກະຮ້ານເກມ, ຮ້ານສະນຸກເກີ ທົ່ວເມືອງໂພນໂຮງ ໃຫ້ປິດການບໍລິການຊົ່ວຄາວ 1 ມື້ ໃນມື້ສິ້ນສຸດການສອບເສັງຈົບຊັ້ນ ມໍ7 ເພື່ອສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ
ໃນໄລຍະສິ້ນສຸດການສອບເສັງຂອງນັກຮຽນມໍ7 ທົ່ວເມືອງ ແລະ ໄລຍະປິດພາກຮຽນນີ້ເພື່ອ ເປັນການປະຕິບັດມາດຕະການຕາມຄຳສັ່ງຂອງຂັ້ນເທີງ ທັງເປັນການປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ໃນສັງຄົມກໍ່ຄືພາຍໃນເມືອງໂພນໂຮງຕື່ມອີກ ສະນັ້ນໃນຊ່ວງມື້ວັນທີ 30 ກໍລະກົດ 2021 ນີ້. ເຊີ່ງເປັນມື້ປີດການສອບເສັງຂອງນ້ອງນັກຮຽນມໍ7, ເຊິ່ງອາດຈະມີການຊຸມແຊວມົ້ວສຸມຢູ່ສະຖານທີ່ຕ່າງໆ, ຫ້ອງວ່າການເມືອງໂພນໂຮງ ຈື່ງຂໍຖືເປັນກຽດ ແຈ້ງການມາຍັງທ່ານຊາບວ່າ ໃຫ້ຜູ້ປະກອບການຮ້ານອາຫານ, ຮ້ານບັນເທີງ, ຮ້ານຄາລະໂອເກະ, ຮ້ານເກມ, ຮ້ານສະນຸກເກີ ໃຫ້ປິດການບໍລິການຊົ່ວຄາວກ່ອນ 01 ວັນຄືວັນ
ທີ 30 ກໍລະກົດ 2021. ຖ້າຫາກຜູ້ປະກອບການຮ້ານໃດຫາກບໍ່ປະຕິບັດຕາມ,ຍັງຝ່າຝືນ ແມ່ນຈະໄດ້ຖືກປະຕິບັດຕາມລະບຽບກົດໝາຍ.
ສ່ວນຂັ້ນຕອນມາດຕະການ, ການຈັດຕັ້ງປະຕິບັດຕົວຈິງແມ່ນມອບໃຫ້ຫ້ອງການ ຖວທ ສົມທົບກັບຂະແໜງການພາກສ່ວນທີ່ກ່ຽວຂອງລົງໄປແນະນຳເຮັດບົດບັນທຶກກັບແຕ່ລະກິດຈະການ.
ດັ່ງນັ້ນ, ຈື່ງໄດ້ແຈ້ງການ ມາຍັງທ່ານ ເພື່ອຊາບ ແລະ ພ້ອມກັນປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດເຊັນແທນຫົວໜ້າຫ້ອງວ່າການເມືອງ

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *