ແຈ້ງການດ່ວນ! ຜູ້ຕິດໂຄວິດ ທີ່ໄປປີ່ນປົວຕ້ອງຮັບຜິດຊອບ ພັນທະຄ່າໃຊ້ຈ່າຍຕ່າງໆ ໃນການປີ່ນປົວ ດ້ວຍຕົນເອງ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ- 19 ຂັ້ນແຂວງ ຂໍຖືເປັນກຽດ ແຈ້ງມາຍັງ ທ່ານ ຊາບວ່າ: ອີງຕາມການປະເມີນສະພາບການລະບາດ ແລະ

ການຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມທີ່ລະບຸ ໄວ້ ໃນແຈ້ງການ ແລະ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດ ໂຄວິດ-19 ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ວາງອອກ ແຕ່ລະໄລຍະ

ເຫັນວ່າໄດ້ຮັບຜົນສໍາເລັດເປັນກ້າວໆ ເຊິ່ງສະແດງອອກບາງດ້ານ ທີ່ພົ້ນ ເດັ່ນ ຄື:

ການສັກວັກຊີນ ທັງສາມຊະນິດໄດ້ 266.835ຄົນ, ກວມເອົາ 57% ຂອງປະຊາກອນທົ່ວແຂວງ. ເຖິງວ່າມີການປະຕິບັດມາດຕະການມີທັງເພີ້ມທະວີ ແລະ ບາງມາດ ຕະການຜ່ອນຜັນກໍຕາມ,

ແຕ່ການລາຍງານຜູ້ຕິດເຊື້ອແຕ່ລະວັນກໍຍັງສະແດງອອກເປັນຈໍານວນຫຼວງຫຼາຍຢູ່. ໄລຍະຜ່ານມາທາງ ອົງການປົກຄອງແຂວງ,

ອົງການປົກຄອງເມືອງ ໄດ້ສະຫນອງງົບປະມານເປັນຈໍານວນຫຼວງຫຼາຍເພື່ອໃຊ້ຈ່າຍເຂົ້າໃນວຽກງານປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ລວມທັງການກະກຽມ ປັບປຸງປົວແປງ

ສະຖານທີ່ປິ່ນປົວຜູ້ຕິດພະຍາດໂຄວິດ-19. ບັນຫາ ທີ່ຫນັກຫນ່ວງໃນການໃຊ້ຈ່າຍຜ່ານມາ ແມ່ນການສະຫນອງຄ່າອາຫານ, ນ້ໍາດື່ມ ສໍາລັບຜູ້ຕິດເຊື້ອທີ່ເຂົ້າປິ່ນປົວຢູ່ໃນສຸນຕ່າງໆຂັ້ນ ເມືອງ ແລະ ຂັ້ນແຂວງ.

ໃນໄລຍະຜ່ານມາອົງການກາແດງສະວິດ ກໍ່ແມ່ນອົງການຫນຶ່ງທີ່ໄດ້ປະກອບສ່ວນໃຫ້ການສະຫນັບສະຫນູນ ອາຫານ ແລະ ເຄື່ອງໃຊ້ຈໍາເປັນໃຫ້ສູນກັກກັນແຮງງານ ແລະ ສູນປິ່ນປົວເມືອງໂພນໂຮງ ແລະ

ສູນໂຮງຮຽນພະຍາບານສາດ. ແຕ່ມາ ຮອດ ປັດຈຸບັນ ທາງອົງການກາແດງສະວິດ ໄດ້ຢຸດສະຫນັບສະຫນຸນ ຕາມແຈ້ງການ ສະບັບເລກທີ 105/ກດລ, ລົງວັນທີ 16 ພະຈິກ 2021 ນັບແຕ່ວັນທີ 18 ພະຈິກ 2001 ເປັນຕົ້ນມາ

ເຮັດໃຫ້ພາກລັດ ໄດ້ສືບຕໍ່ຈ່າຍຄ່າອາຫານ ແລະ ນ້ໍາດື່ມ ໃຫ້ຜູ້ຕິດເຊື້ອທີ່ເຂົ້າ ປິ່ນປົວ ທັງຫມົດ,

1. ຈະໄດ້ເລີ່ມເກັບຄ່າອາຫານ, ນ້ໍາດື່ມຂອງ ຜູ້ທີ່ຕິດເຊື້ອເພື່ອຈະຈັດຊື້ແລະອໍານວຍຄວາມສະດວກໃນການສະຫນອງອາຫານໃຫ້ແກ່ຜູ້ທີ່ເຂົ້ານອນປິ່ນປົວຢູ່ສູນຕ່າງໆໃນແຂວງວຽງຈັນ

( ບໍ່ອະນຸຍາດໃຫ້ຍາດພີ່ນ້ອງຈັດສົ່ງອາຫານ ຫຼີກລ່ຽງການແຜ່ເຊື້ອໃຫ້ຜູ້ອື່ນທີ່ມາພົວພັນ ) ຫມາຍຄວາມວ່າຜູ້ໃດຕິດເຊື້ອແມ່ນຈະໄດ້ຈ່າຍເປັນຄ່າອາຫານແລະຄ່ານ້ໍາ ດື່ມດ້ວຍຕົນເອງໃນຊວ່ງໄລຍະປິ່ນປົວຢູ່ໃນສູນຂອງເມືອງ ຫຼື ສຸນຂອງແຂວງ

ໂດຍກໍານົດຄ່າອາຫານ 35.000 ກີບ/ ຄົນ/ມື້( 3 ຄາບ), ຄ່ານ້ໍາດື່ມ7.000ກີບ/ຄົນ/ມື້ໄລຍະນອນປິ່ນປົວຜູ້ທີ່ມີອາການເບົາບາງ ຫາປານກາງ ແມ່ນ 14 ວັນ ຄ່າໃຊ້ຈ່າຍສໍາລັບອາຫານ, ນ້ໍາດື່ມລວມມູນຄ່າ588.000 ກີບ/ຄົນ,

ກໍລະນີຜູ້ທີ່ຕິດເຊື້ອຫາກມີອາການບໍ່ຫາຍດີຕາມ ກໍານົດ 14 ວັນແມ່ນຈະໄດ້ສືບຕໍ່ປິ່ນປົວ ແລະ ຈະໄດ້ຈ່າຍເພີ່ມ ຕາມຈໍານວນວັນທີ່ປິ່ນປົວຕົວຈິງ.

-ບຸກຄົນທີ່ມີບັດຢັ້ງຢືນ ແລະ ຂຶ້ນທະບຽນຄອບຄົວທຸກຍາກ ແມ່ນທາງພາກລັດຈະເປັນຜູ້ຮັບຜິດຊອບຊ່ວຍຄ່າ ອາຫານ ແລະ ນໍາ້ດື່ມ ໃນໄລຍະປີ່ນປົວ 14 ວັນ. -ສໍາລັບຄອບຄົວໃດ ທີ່ມີຜູ້ຕິດເຊື້ອຕັ້ງແຕ່ 03 ຄົນ ຂຶ້ນໄປ

ແມ່ນໃຫ້ປິ່ນປົວກັບທີ່ ຢູ່ເຮືອນຂອງຕົນເອງ ໂດຍມີການຕິດຕາມຂອງແພດຫມໍ.

2. ສໍາລັບພາກສ່ວນໂຮງຈັກ, ໂຮງງານຫຼືຫົວຫນວ່ຍທຸລະກິດຕ່າງໆທີ່ມີພະນັກງານ ຫຼື ກໍາມະກອນຕິດເຊື້ອ ຫຼື ຖ້າມີກໍລະນີເກີດລະບາດ ແມ່ນໃຫ້ພົວພັນທາງເຈົ້າຫນ້າທີ່ແພດຫມໍທີ່ກ່ຽວຂ້ອງເພື່ອຈັດຕັ້ງສະຖານທີ່ປິ່ນປົວກັບທີ່ສ່ວນຄ່າ

ໃຊ້ຈ່າຍຕ່າງໆແມ່ນມອບໃຫ້ເຈົ້າຂອງກິດຈະການເປັນຜູ້ຮັບຜິດຊອບ,ແພດຫມໍຈະຊວ່ຍໃຫ້ຄໍາແນະນໍາວິທີປິ່ນປົວ ເທົ່ານັ້ນ.

3. ສໍາລັບບັນດາສໍານັກງານ, ອົງການ, ພະແນກການ, ກົມກອງ, ລັດວິສາຫະກິດຕ່າງໆ ໃຫ້ມີມາດຕະການປ້ອງກັນຕົນເອງຖ້າຫາກພະນັກງານທີ່ສັງກັດຢູ່ໃນຄວາມຮັບຜິດຊອບຂອງຕົນຫາກມີກໍລະນີຜູ້ຕິດເຊື້ອແມ່ນຈະໄດ້ມອບໃຫ້

ພາກສ່ວນດັ່ງກ່າວເປັນຜູ້ຮັບຜິດຊອບໃຊ້ຈ່າຍຄ່າອາຫານ, ຄາບເຂົ້າແລະຄ່ານ້ໍາດື່ມ ດ້ວຍຕົນເອງ. ທາງພາກລັດແມ່ນ ຈະໄດ້ຮັບຜິດຊອບແຕ່ສະຖານທີ່ປິ່ນປົວ, ຢາປົວພະຍາດແລະອໍານວຍຄວາມສະດວກຕ່າງໆ

ໃນການຮັບເຂົ້າສະຖານທີ່ຮອງຮັບການປິ່ນປົວພະຍາດໂຄວິດ-19.

4. ສໍາລັບຜູ້ທີ່ມີເງື່ອນໄຂຫຼືບໍ່ສະດວກທີ່ຈະເຂົ້າໄປປິ່ນປົວຢູ່ສູນປິ່ນປົວທີ່ທາງຄະນະສະເພາະກິດແຂວງ, ເມືອງໄດ້ກໍານົດໄວ້ແມ່ນສາມາດ ປິ່ນປົວຢູ່ເຮືອນ ຫຼື ຕາມໂຮງແຮມ, ບ້ານພັກ ທີ່ທາງຄະນະສະເພາະກິດກໍານົດໄວ້

( ສະເພາະຜູ້ມີ ເງື່ອນໄຂດ້ານເສດຖະກິດ )ໂດຍມີວິຊາການແພດຫມໍ ຕິດຕາມໃຫ້ຄໍາປຶກສາ ແນະນໍາ ໃນໄລຍະປິ່ນປົວ, ແຕ່ຕ້ອງໄດ້

ຮັບຜິດຊອບຄ່າໃຊ້ຈ່າຍພັກເຊົາຕາມລາຄາທີ່ທາງໂຮງແຮມ, ບ້ານພັກ ດ້ວຍຕົນເອງ. 7. ວິທີການຈັດຕັ້ງປະຕິບັດມີດັ່ງນີ້: – ມອບໃຫ້ໂຮງຫມໍແຂວງ, ເມືອງ ປະກອບອຸປະກອນການແພດ, ຈັດຕັ້ງທິມງານເພື່ອຮັບການປິ່ນປົວ

ໃນແຕ່ລະສູນທີ່ໄດ້ກໍານົດ ໄວ້ຮັບຜິດຊອບວຽກງານປິ່ນປົວໂດຍກົງ. – ສ່ວນການເກັບຕົວຢ່າງແລະມາດຕະການຕ່າງໆແມ່ນມອບໃຫ້ຂະແຫນງຄວບຄຸມພະຍາດຕິດຕໍ່ຂອງແຂວງໂດຍສົມທົບກັບ

ຫ້ອງການສາທາລະນະສຸກເມືອງກໍານົດມາດຕະການໃຫ້ລະອຽດຕື່ມອີກ. – ສ່ວນການເກັບຄ່າອາຫານ ແລະ ນ້ໍາດື່ມ ແມ່ນມອບໃຫ້ ຫນ່ວຍບໍລິຫານໂຮງຫມໍແຂວງ, ໂຮງຫມໍເມືອງແຕ່ງຕັ້ງທີມງານແລະຜູ້ ຮັບຜິດຊອບເກັບ

ໂດຍສົມທົບກັບກອງເລຂາເມືອງ ແລະ ແຂວງ ໃນການປະຕິບັດຕົວຈິງ, ເວລາທີ່ຜູ້ຕິດເຊື້ອເຂົ້າມາສູນ ແລ້ວ, ເມື່ອຄົບ 14 ວັນ ຫຼື ປິ່ນປົວດີ ຕ້ອງອອກໃບຢັ້ງຢືນໃຫ້ກັບຄົນເຈັບປິ່ນປົວດີ ອອກໂຮງຫມໍ ເພື່ອເປັນເອກະສານອ້າງອີງ.

ສະນັ້ນ, ທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງວຽງ ຈັນ, ຈຶ່ງໄດ້ແຈ້ງມາຍັງທຸກພາກສ່ວນກ່ຽວຂ້ອງຈົ່ງຮັບຊາບແລະພ້ອມກັນຈັດຕັ້ງປະຕິບັດຢ່າງມີສ່ວນຮ່ວມດວ້ຍ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *