ແຂວງໄຊຍະບູລີ!!! ຂໍແຜ່ວັດຖຸປັດໃຈ ເຂົ້າສານອາຫານແຫ້ງ, ເດີ່ອງນຸ່ງຫົ່ມ ອຸປະກອນສົມທົບປຸກສ້າງ ແລະ ທຶນຮອນຊ່ວຍເຫຼືອ

ເຖິງ: ບັນດາທ່ານ ຫົວໜ້າພະແນກການ ກົມກອງອ້ອມຂ້າງແຂວງ, ອົງການຈັດຕັ້ງທຽບເທົ່າ, ທະຫານ, ຕຳຫຼວດ,
ເຈົ້າເມືອງ 11 ເມືອງໃນທົ່ວແຂວງ, ລັດວິສາຫະກິດ, ນັກທຸລະກິດທັງພາຍໃນ ແລະຕ່າງປະເທດ ພໍ່ຄ້າຊາວ
ຂາຍ ທົ່ວແຂວງໄຊຍະບູລີ.
ເລື່ອງ: ຂໍແຜ່ວັດຖຸປັດໃຈ ເຂົ້າສານອາຫານແຫ້ງ, ເດີ່ອງນຸ່ງຫົ່ມ ອຸປະກອນສົມທົບປຸກສ້າງ ແລະ ທຶນຮອນຊ່ວຍເຫຼືອ
ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງໄຊຍະບູລີ.
ຮອງເຈົ້າແຂວງ, ປະທານຄະນະກໍາມະການປ້ອງກັນໄພພິບັດຂັ້ນແຂວງ ຂໍຖືເປັນກຽດຢ່າງສູງແຜ່ ວັດຖຸປັດໃຈ ມາຍັງ
ບັນດາທ່ານ ທີ່ມີຈິດໃຈເມດຕາການເປັນມະນຸດດ້ວຍການ ທີ່ຕົກທຸກຍ້ອນໄພພິບັດທາງທຳມະຊາດ ໄພນ້ຳຖ້ວມ, ເພື່ອມະນຸດ
ສະທໍາ ພ້ອມກັບອຸປະຖໍາຄໍ້າຊູ ປະກອບສ່ວນວັດຖຸດໃຈ ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ອຸປະກອນສົມທົບປຸກສ້າງ
ແລະ ທຶນຮອນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງໄຊຍະບູລີ ໃນດັ້ງວັນທີ 14 ມິຖຸນາ 2021, ເຂົາເຈົ້າແມ່ນມີຄວາມ
ຂາດແຄນ ບໍ່ສາມາດກຸ້ມຕົນເອງໄດ້, ສະນັ້ນໃນສະຖານະການອັນດັບຂັ້ນນີ້ ແຂວງຂອງພວກເຮົາຈີ່ງໄດ້ປຸກລະດົມເຖິງບັນດາ
ທານ ມີນ້ຳໃຈເອື້ອເຝື້ອເພື່ອແຜ່ໃຫ້ການຊ່ວຍເຫຼືອເຂົາເຈົ້າ ຕາມຄວາມສາມາດຂອງທ່ານ. ທາງແຂວງເຮົາຈະບັນທຸກນ້ຳໃຈອັນກວ້າງຂວາງໃນຄັ້ງນີ້ໄວ້ ແລະ ມອບໃບສໍາມະນາບຸນຄູນໃຫ້ທ່ານໄດ້ຈາລຶກດຸນງາມຄວາມດີຂອງທ່ານໄວ້.
ສະຖານທີ່ມອບເຄື່ອງດັ່ງກ່າວ ແມ່ນຢູ່ທີ່ຫ້ອງວ່າການແຂວງໄຊຍະບູລີ, ທ່ານ ໃດຢາກປະກອບສ່ວນເປັນເງິນສົດ ແຕ່ບໍ່
ສະດວກມາມອບດ້ວຍຕົນເອງ ກໍ່ສາມາດໂອນເຂົ້າບັນຊີ ກອງທຶນໄພພິບັດຂັ້ນແຂວງ ຊື່ບັນຊີ: DEPARTMENT OF
LABOR AMD SoCAIL WELFAR (SCI), ໝາຍເລກບັນຊີ: 120 110000 6049 53001, ພາຍຫຼັງໂອນເງິນ
ສໍາເລັດກະລຸນາແຈ້ງໃຫ້ກອງເລຂາຂອງພວກເຮົາຊາບດ້ວຍ ຕາມເບີປະສານງານດ້ານລ່າງ.
ເບີປະສານງານ;
ທ່ານ ນາງ ບຸນຍົມ ສິນທະວົງ 020 5566 3638
ທ່ານ ນ ຊະນະເລີດ 020 557 B0-14
ທ່ານ ນາງ ມະໂລ ດຸຫມັງດາ 020 222 4866
ທ່ານ ນາງ ວັດທະນາ ສີຊົມພູ 020 5222 2045

ຂໍ້ມູນຈາກ:Lao Youth Radio FM 90.0 Mhz

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *