ແຂວງຫຼວງນໍ້າທາ! ຄວບຄຸມໂຄວິດ-19 ໄດ້ດີ, ແຕ່ຍັງສືບຕໍ່ຫຼາຍມາດຕະການອີກ 14 ວັນ

ຫ້ອງວ່າການແຂວງຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ຜ່ານການປະເມີນຕີລາຄາຂອງຄະນະສະເພາະກິດປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ເຫັນວ່າໃນໄລຍະຜ່ານມາຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນໄດ້ຖືສຳຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19; ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ກໍ່ໄດ້ເປັນ ເຈົ້າການຈັດຕັ້ງປະຕິບັດບັນດາມາດຕະການທີ່ທາງຄະນະສະເພາະກິດແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ ເຮັດໃຫ້ແຂວງ ຫຼວງນໍ້າທາພວກເຮົາ ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ອອກໄປໃນວົງກວ້າງ ແລະ ຈຳນວນຜູ້ຕິດເຊື້ອຊຸມຊົນ ( ຄົນແຂວງຫຼວງນໍ້າທາ ) ບໍ່ມີກໍລະນີໃໝ່ເພີ່ມຂຶ້ນ
ແຕ່ເຖິງຢ່າງໃດກໍ່ຕາມ ສະພາບໂດຍລວມ ແມ່ນຍັງເຫັນວ່າມີຄວາມສ່ຽງ ເນື່ອງຈາກພວກເຮົາຍັງຈະໄດ້ສືບຕໍ່ຕິດຕາມ ແລະ ເກັບຕົວຢ່າງກວດຫາເຊື້ອພະຍາດບຸກຄົນທີ່ໄດ້ພົວພັນກັບຜູ້ຕິດເຊື້ອໃນກໍລະນີຜ່ານມາເພື່ອຢືນຢັນຕື່ມອີກ, ດັ່ງນັ້ນ ເພື່ອເປັນການຄວບຄຸມ, ສະກັດກັ້ນ-ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືເພື່ອເຮັດໃຫ້ແຂວງຫຼວງນໍ້າທາພວກເຮົາ ມີຄວາມສະຫງົບ, ປອດໄພຈິ່ງ ໄດ້ເປັນເອກະພາບກໍານົດມາດຕະການຈຳນວນໜຶ່ງ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ໃນໄລຍະແຕ່ວັນທີ 16 – 22 ກັນຍາ 2021
1. ສືບຕໍ່ໂຈະການລົງທະບຽນຮັບນັກຮຽນເຂົ້າຮຽນໃໝ່ ແລະ ໂຈະການຮຽນ-ການສອນຊົ່ວຄາວ ຂອງໂຮງຮຽນລ້ຽງເດັກ,ໂຮງຮຽນອະນຸບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕອນຕົ້ນ-ຕອນປາຍ, ໂຮງຮຽນການເມືອງ-ການປົກຄອງ,ໂຮງຮຽນເຕັກນິກວິຊາຊີບ, ວິທະຍາໄລທັງພາກລັດ ແລະ ເອກະຊົນ ລວມທັງການຮຽນ-ການສອນ ພາສາຕ່າງປະເທດ ໃນທົ່ວແຂວງ;
– ມອບໃຫ້ພະແນກສຶກສາທິການ ແລະ ກິລາ ອອກແຈ້ງການໃຫ້ພາກສ່ວນກ່ຽວ ຂ້ອງຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ພ້ອມທັງເກັບກຳ, ສັງລວມສະຖິຕິ ຄູ-ອາຈານ ແລະ ນັກຮຽນ ທີ່ຢູ່ພາຍໃນເທດສະບານແຂວງ, ບັນດາເມືອງ ຫຼື ຢູ່ເຂດສ່ຽງຕ່າງໆ ແລ້ວສົມທົບກັບພະແນກສາທາລະນະສຸກແຂວງ ແລະ ບັນດາຫ້ອງການສາທາລະນະສຸກເມືອງ ເພື່ອນໍາພວກກ່ຽວມາເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ແລະ ສັກຢາວັກຊີນໃຫ້ແກ່ພວກກ່ຽວໃຫ້ທົ່ວເຖິງໂດຍໄວ (ສຳລັບຜູ້ທີ່ມີເງື່ອນໄຂຖືກຕ້ອງສອດຄ່ອງ ).
2. ສືບຕໍ່ປິດການສັນຈອນລະຫວ່າງ ແຂວງ ຫາ ແຂວງ ລວມທັງການຂົນສົ່ງໂດຍສານທາງບົກ, ທາງນ້ຳ ແລະ ທາງອາກາດ; ຈຳກັດການເຂົ້າ-ອອກ ເມືອງ ຫາ ເມືອງ,ບ້ານ ຫາ ບ້ານ ພາຍໃນແຂວງ (ສໍາລັບການໄປ ທຳການຜະລິດ, ໄປຕະຫຼາດ ແລະ ກໍລະນີເຈັບເປັນ ແມ່ນສາມາດໄປມາໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ); ສໍາລັບການໄປວຽກທາງລັດຖະການແລະ ກໍລະນີຈໍາເປັນອື່ນໆ ແມ່ນຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງກ່ອນ; ມອບໃຫ້ອົງການປົກຄອງເມືອງ 5 ເມືອງ, ເຈົ້າໜ້າທີ່ ປກສ 5 ເມືອງ, ກຸ່ມບ້ານ, ບ້ານແລະ ແຕ່ລະຄອບຄົວໃນທົ່ວແຂວງ ເປັນເຈົ້າການ ຕິດຕາມ, ກວດກາ ການເຄື່ອນໄຫວຂອງພົນລະເມືອງໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ
3. ສືບຕໍ່ຫ້າມຈັດກອງປະຊຸມ, ງານແຕ່ງດອງ, ງານບຸນປະເພນີ, ງານໂຮມຊຸມນຸມ ຫຼື ຈັດກິດຈະກໍາຕ່າງໆ (ຍົກເວັ້ນກອງປະຊຸມຄະນະສະເພາະກິດ ຫຼື ກອງປະຊຸມທີ່ກ່ຽວພັນກັບການປ້ອງກັນ, ແກ້ໄຂພະຍາດໂຄວິດ-19 ແລະ ກອງປະຊຸມທີ່ຈຳເປັນອື່ນໆທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ); ສຳລັບງານສົ່ງສະການ, ການຄົບງັນງານສົບ ແມ່ນໃຫ້ຈັດຕາມຮີດຄອງປະເພນີແບບກະທັດຮັດທີ່ສຸດ ແລະ ໃຫ້ເອົາໃຈໃສ່ປະຕິ ບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເປັນຕົ້ນ: ວັດແທກອຸນຫະພູມ, ຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ, ລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼືເຈວລ້າງມື, ໃສ່ຜ້າອັດປາກ-ດັງ.
4. ສືບຕໍ່ປິດກິດຈະການຮ້ານນວດ, ຮ້ານເສີມສວຍ, ຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນ-ດື່ມ, ຮ້ານກາເຟ, ຮ້ານບຸບເຟ່,ຮ້ານຊີ້ນດາດ, ຮ້ານອາຫານ, ຮ້ານປີ້ງ, ສວນອາຫານ, ສະຖານທີ່ທ່ອງທ່ຽວ ແລະ ຫ້າມມີການຊຸມແຊວຢູ່ທຸກສະຖານທີ່ລວມທັງຢູ່ໃນຄອບຄົວ, ສຳນັກງານ, ຫ້ອງການ, ບັນດາຮ້ານຕ່າງໆ ຢ່າງເດັດຂາດ; ສືບຕໍ່ໂຈະການຫຼິ້ນກິລາກາງແຈ້ງ, ກິລາໃນຮົ່ມທຸກປະເພດ, ມອບໃຫ້ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ, ກອງບັນຊາການ ປກສ ແຂວງ,ພະແນກສຶກສາທິການ ແລະ ກິລາ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແຈ້ງໃຫ້ຜູ້ປະກອບການດັ່ງກ່າວຮັບຊາບ ພ້ອມທັງຕິດຕາມ,ກວດກາ ຢ່າງເຂັ້ມງວດ.
5. ໃຫ້ອົງການຈັດຕັ້ງພັກ-ລັດ, ລັດວິສາຫະກິດ ແລະ ຫົວໜ່ວຍທຸລະກິດເອກະຊົນໃນທົ່ວແຂວງ ສືບຕໍ່ຈັດຕັ້ງຜັດປ່ຽນພະນັກງານ, ລັດຖະກອນ, ກຳມະກອນ ຂອງຕົນມາປະຈໍາການໃນແຕ່ລະວັນຕາມຄວາມເໝາະສົມ ເລີ່ມແຕ່ວັນທີ 16 – 22ກັນຍາ 2011, ຍົກເວັ້ນ 2 ກອງບັນຊາການ, ຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, 2 ກອງບັນຊາການ 5 ເມືອງ, ຫ້ອງການສາທາລະນະສຸກເມືອງ 5 ເມືອງ ແລະ ໂຮງໝໍ 5 ເມືອງ. ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສືສານເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດຕ່າງໆ.
6. ຜູ້ໃດທີ່ໄດ້ພົວພັນໃກ້ສິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ ພະແນກສາທາລະນະສຸກແຂວງ ໄດ້ແຈ້ງ ແລະ ຖະແຫຼງການອອກໄປນັ້ນ ແມ່ນໃຫ້ຕື່ນຕົວ ແລະ ເປັນເຈົ້າການມາແຈ້ງ ກອງເລຂາຄະນະສະເພາະກິດ (ເບີໂທ: 020 5607 1432, 020 5964 0572, 020 5548 7600) ເພື່ອລາຍງານຂໍ້ມູນ ແລະ ເກັບຕົວຢ່າງໄປກວດຫາເຊື້ອພະຍາດໂຄວິດ-19; ມອບໃຫ້ພະແນກສາທາລະນະສຸກ, ໂຮງໝໍແຂວງ ສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງ, ຕິດຕາມ ແລະ ເກັບຕົວຢ່າງ ຜູ້ທີ່ສໍາຜັດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ກວດພົບເຫັນຢູ່ພາຍໃນແຂວງຫຼວງນ້ຳທາໃນຜ່ານມາ ແລະ ລາຍງານ ຫຼື ຖະແຫຼງການໃຫ້ສັງຄົມຮັບຊາບໃຫ້ທັນກັບສະພາບການ; ພ້ອມທັງເພີ່ມທະວີໃນການສັກຢາວັກຊີນ ໃຫ້ແກ່ກຸ່ມເປົ້າໝາຍໃຫ້
ໄດ້ຕາມຄາດໝາຍ
7. ມອບໃຫ້ພະແນກສາທາລະນະສຸກແຂວງ ສົມທົບກັບ ເມືອງຫຼວງນ້ຳທາ, ເມືອງສິງ, ເມືອງລອງ ແລະ ພາກສ່ວນກ່ຽວຂ້ອງ ປະເມີນຄືນບັນດາບ້ານແດງ, ຖ້າຫາກປະເມີນເຫັນວ່າ ບ້ານດັ່ງກ່າວສາມາດຄວບຄຸມ, ບໍ່ມີກໍລະນີຜູ້ຕິດເຊື້ອເພີ່ມ ແລະ ມີຄວາມ
ປອດໄພແລ້ວ ແມ່ນໃຫ້ພາກສ່ວນກ່ຽວຂ້ອງອອກແຈ້ງການ ໃນການຈັດຕັ້ງປະຕິບັດມາດຕະການຜ່ອນຜັນຕໍ່ບ້ານດັ່ງກ່າວ ຕາມລະບຽບການ; ສຳລັບບ້ານທີ່ປະເມີນເຫັນວ່າຍັງມີຄວາມສ່ຽງຢູ່ ກໍໃຫ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ.
8. ຫ້າມ ແລະ ສະກັດກັ້ນການສວຍໂອກາດກັກຕູນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ-ບໍລິໂພກ ເປັນຕົ້ນ ຜ້າປິດປາ-ດັງ, ນ້ຳຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນ້ຳດື່ມ ແລະ ອື່ນໆທີ່ຈຳເປັນຕໍ່ການດໍາລົງຊີວິດປະຈຳວັນ; ມອບໃຫ້ພະແນກ ອຸດສາຫະກໍາ ແລະ ການຄ້າ ສືບຕໍ່ເປັນເຈົ້າການ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ຕິດຕາມ-ກວດກາ ຢ່າງເຂັ້ມງວດ; ພ້ອມທັງລົງສົມທົບ ແນະນຳຜູ້ປະກອບການຕະຫຼາດ, ຮ້ານຄ້າຕ່າງໆ ໃຫ້ປະຕິບັດບັນດາມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ
9. ຍົກສູງສະຕິ ແລະ ວິເຄາະວິໄຈໃນການຮັບຂໍ້ມູນຂ່າວສານ, ຫ້າມໂຄສະນາ, ເຜີຍແຜ່ ແລະ ສົ່ງຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມຈິງ ໃນທຸກຮູບແບບຜ່ານທາງສື່ຕ່າງໆ ເຊິ່ງຈະເຮັດໃຫ້ມີຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບຕໍ່ສັງຄົມ; ມອບໃຫ້ເມືອງ 5 ເມືອງ ອອກແຈ້ງການໃຫ້ບັນດາກຸ່ມບ້ານ ແລະ ບ້ານ ທີ່ຢູ່ພາຍໃນເມືອງຂອງຕົນຮັບຊາບ ແລະ ຈັດຕັ້ງປະຕິບັດມາດຕະການດັ່ງກ່າວຢ່າງຮີບດ່ວນ ແລະ ທົ່ວເຖິງ.
10.ຂໍໃຫ້ທຸກພາກສ່ວນໃນສັງຄົມຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ເປັນຕົ້ນການຈຳກັດໄປສະຖານທີ່ຊຸມຊົນ, ມີຄົນຫຼາຍ-ແອອັດ ແລະ ມີຄວາມສ່ຽງ, ຮັກສາໄລຍະຫ່າງ, ລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ເປັນປະຈຳ, ພ້ອມນີ້ກໍເປັນເຈົ້າການໃນການຕິດຕາມ ຜູ້ທີ່ມາຈາກພື້ນທີ່ສ່ຽງ ບ່ອນທີ່ມີການລະບາດຂອງພະຍາດ ແລະ ຜູ້ທີ່ລັກລອບເຂົ້າປະເທດແບບຜິດກົດໝາຍ; ຖ້າພົບເຫັນບຸກຄົນດັ່ງກ່າວແມ່ນແຈ້ງໃຫ້ຄະນະສະເພາະກິດຂັ້ນເມືອງ-ຂັ້ນແຂວງຊາບໂດຍດ່ວນ ເພື່ອດຳເນີນການແກ້ໄຂຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ.

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *