ແຂວງບໍ່ແກ້ວ ແຈ້ງເພີ່ມທະວີເອົາໃຈໃສ່ເຝົ້າລະວັງການລັກລອບເຂົ້າ-ອອກເມືອງ ຕາມຊາຍແດນລາວ-ໄທ,ລາວ-ມຽນມາ
ອີງຕາມຜົນການປະເມີນສະພາບການລະບາດຂອງພະຍາດ COVID-19 ແລະ ການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ວາງອອກເຫັນວ່າ ແຂວງບໍ່ແກ້ວ ຍັງສາມາດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ
ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້, ຮອດປະຈຸບັນ ຜ່ານການກວດກາສະຫຼຸບຕີລາຄາແລ້ວ ບໍ່ພົບມີຜູ້ຕິດເຊື້ອແລ້ວພາຍໃນແຂວງ ເປັນເວລາໜຶ່ງເດືອນແລ້ວ ແລະ ມາດສາມາດປິ່ນປົວຜູ້ທີ່ຕິດເຊື້ອໃນໄລຍະຜ່ານມາດີແລ້ວທັງໝົດ, ບໍ່ມີຜູ້ເສຍຊີວິດ, ແຕ່ເຖິງຢ່າງໃດກໍ່ຕາມ, ຢູ່ບັນດາປະເທດໃກ້ຄຽງພວກເຮົາ ຍັງປະເຊີນໜ້າກັບການລະບາດຮອບໃຫມ່, ມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ, ໃນນັ້ນ ຍັງພົບເຫັນພະຍາດໂຄວິດ-19 ສາຍພັນໃຫມ່ ( ເດວຕາ ) ທີ່ສາມາດແຜ່ເຊື້ອໄດ້ໄວ ແລະ ຢູ່ພາຍໃນປະເທດເຮົາ ກໍ່ພົບຜູ້ຕິດເຊື້ອສາຍພັນໃໝ່ ເດວຕາຊຶ່ງຍັງເປັນກໍລະນີນໍາເຂົ້າແຮງງານລາວ, ຕໍ່ສະພາບການດັ່ງກ່າວ ເຫັນວ່າຍັງມີຄວາມສ່ຽງສູງ ທີ່ຈະເກີດມີການແຜ່ລະບາດໃນຮອບໃໝ່.
ສະນັ້ນ, ໃຫ້ບັນດາທ່ານເຈົ້າເມືອງ ກະກຽມຄວາມພ້ອມຮອບດ້ານໃນເຝົ້າລະວັງ, ລາດຕາເວນ ຕາມເຂດ
ຊາຍແດນ ຢ່າງເຂັ້ມງວດ ເພື່ອສະກັດກັ້ນການລັກລອບເຂົ້າ-ອອກເມືອງ ທີ່ຜິດກົດໝາຍ ໂດຍສະເພາະຢູ່ບັນດາຊາຍແດນທີ່ຕິດກັບປະເທດເພື່ອນບ້ານ ( ໄທ ແລະ ມຽນມາ ) ຂອບເຂດຊາຍແດນ ທີ່ລຽບຕາມແຄມ
ແມ່ນໍ້າຂອງ ແຕ່ເມືອງປາກທາ-ເມືອງຫ້ວຍຊາຍ-ເມືອງຕົ້ນເຜິ້ງ-ເມືອງເມິງ, ໃຫ້ຮັກສາສອງກອງກໍາລັງ ປກຊ-ປກສ ທີ່ປະຈໍາຢູ່ຕາມຊາຍແດນ ຜັດປ່ຽນກໍາລັງປະຈໍາການ ເຮັດໜ້າທີ່ ຕິດຕາມກວດກາເປັນປະຈໍາ ແລະ ຕໍ່ເນື່ອງ. ນອກຈາກ ສອງກຳລັງດັ່ງກ່າວນີ້ແລ້ວ, ໃຫ້ບັນດາທ່ານເຈົ້າເມືອງ ແຕ່ງຕັ້ງໜ່ວຍລາດຕະເວນເພີ່ມຮ່ວມກັບກຸ່ມບ້ານ, ອໍານາດການປົກຄອງບ້ານ ແລະ ຄະນະສະເພາະກິດຂອງເມືອງ ເພື່ອລົງກວດກາ ລາດຕະເວນຕາມແຄມແມ່ນ້ຳຂອງເປັນຕົ້ນ: ກວດກາເຮືອກາບນ້ອຍ ທີ່ອອກໄປຫາປາໃນແຕ່ລະວັນ ແລະ ອື່ນໆທີ່ເຫັນວ່າ: ມີການເຄື່ອນໄຫວບໍ່ຖຶກຕ້ອງ ລະເມີດລະບຽບກົດໝາຍ ແລະ ແຈ້ງການສະບັບເລກທີ 651/ຫວຂ.ບກ, ລົງວັນທີ 05 ກໍລະກົດ 2021 ແມ່ນໃຫ້ຕໍາເນີນມາດຕະການຕາມກົດຫມາຍຢ່າງເຂັ້ມງວດ.
