ເມືອງແອດ ໄດ້ຮັບຜົນກະທົບຈາກໄພພິບັດ ເສຍຫາຍຫຼາຍຮ້ອຍລ້ານ

ບ້ານເມືອງວັ້ນ ແລະ ບ້ານໂຊດ ເມືອງແອດ ໄດ້ຮັບຜົນກະທົບຈາກໄພພິບັດ ເສຍຫາຍຫຼາຍຮ້ອຍລ້ານ

ເນື່ອງຈາກ ຝົນຕົກໜັກ ຜ່ານມານີ້ ເຮັດໃຫ້ນໍ້າຫ້ວຍຂຶ້ນຫຼາຍ ໄຫຼຖ້ວມບ້ານເຮືອນປະຊາຊົນ ແລະ ສະຖານທີ່ທໍາການຜະລິດ ເຊັ່ນໜອງປາ, ໄຮ່ນາ ສວນ ຂອງປະຊາຊົນ ເສຍຫາຍຢ່າງໜັກໜ່ວງ, ອີງຕາມການສະຫຼຸບລາຍງານຂອງອຳນາດການປົກຄອງບ້ານເມືອງວັ້ນ ແລະ ບ້ານໂຊດ ໃນເບື້ອງຕົ້ນ ວັນທີ 13 ກັນຍາ 2022, ໃຫ້ຮູ້ວ່າ ມູນຄ່າເສຍຫາຍລວມ ເຖິງ 300 ກວ່າລ້ານກີບ. ເຊິ່ງໃນນັ້ນ ບ້ານໂຊດ ຖືກຜົນກະທົບຈາກຫ້ວຍນ້ຳໂຊດ ເຮັດໃຫ້ເນື້ອທີ່ນາເສຍຫາຍ 1, 43 ເຮັກຕາ, ໜອງປາ ເຊາະເຈື່ອນ ແລະ ນ້ຳຖ້ວມ 38 ໜ່ວຍ, ຝາຍນາມ່ວງເປ່ເພ (ຄອງເໝືອງເຈື່ອນຂາດ 8 ແມັດ), ລວມມູນຄ່າ ເສຍຫາຍຂອງບ້ານໂຊດ 180 ກວ່າລ້ານກີບ.

ບ້ານເມືອງວັ້ນ ເສຍຫາຍຈາກຜົນກະທົບຄັ້ງນີ້ ມີເນື້ອທີ່ນາ 1 ເຮັກຕາ, ບໍ່ສາມາດຟື້ນຟູຄືນ 0, 5 ເຮັກຕາ, ໜອງປາ 6 ໜ່ວຍ, ນອກນີ້ຍັງມີ ເສັ້ນທາງ, ເຮືອນ ແລະ ເຄື່ອງໃຊ້ ປະຊາຊົນ ຈຳນວນ 15 ຄອບຄົວ ເສຍຫາຍໜັກ ມູນຄ່າລວມ 135 ກວ່າລ້ານກີບ, ຜົນກະທົບທີ່ສະຫຼູບມານີ້ ແມ່ນການລົງເກັບກຳຂໍ້ມູນຕົວຈິງຂອງຄະນະຊີ້ນຳເຂດ ແລະ ອຳນາດການປົກຄອງບ້ານໃນເບື້ອງຕົ້ນ.

ຂ່າວ-ພາບ: ຫ້ອງການ​ ຖວທ​ ເມືອງແອດ

 

Related Posts

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องที่ต้องการถูกทำเครื่องหมาย *